ສ່ວຍສາອາກອນ ແຂວງເຊກອງຮັບປະກັນໄດ້ເຖິງຄວາມຮູ້ຄວາມສາມາດຂອງພະນັກງານ

ການປະເມີນຜົນປະເມີນຄວາມຮູ້, ຄວາມສາມາດຂອງພະນັກງານຂະແໜງສ່ວຍສາອາກອນແຂວງເຊກອງປະຈໍາປີ 2021 ໄດ້ຈັດຂຶ້ນໃນວັນທີ 14 ກຸມພາ 2022 ນີ້ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ສູນທອນ ສຸລິສັກ ຫົວໜ້າພະແນກຝຶກອົບຮົມ ແລະ ພັດທະນາບຸກຄະລາກອນ ກົມສ່ວຍສາອາກອນ ກະຊວງການເງິນ, ທ່ານ ລໍາທອງ ຍົນມະຫາໄຊ ຫົວໜ້າສ່ວຍສາອາກອນປະຈໍາແຂວງເຊກອງ ແລະ ຜູ້ເຂົ້າຮ່ວມທັງໝົດ 62 ທ່ານ, ຍິງ 5 ທ່ານ ໃນນັ້ນສ່ວຍສາອາກອນປະຈໍາແຂວງ 25 ທ່ານ, ຍິງ 3 ທ່ານ ແລະ ສ່ວຍສາອາກອນປະຈໍາເມືອງ 4 ຕົວເມືອງ 37 ທ່ານ, ຍິງ 2 ທ່ານ.
ໂອກາດນີ້, ທ່ານ ສູນທອນ ສຸລິສັກ ໄດ້ກ່າວວ່າ: ວຽກງານການປະເມີນຜົນຄວາມຮູ້, ຄວາມສາມາດຂອງພະນັກງານຂະແໜງສ່ວຍສາອາກອນກໍ່ເປັນວຽກໜຶ່ງທີ່ມີຄວາມໝາຍສໍາຄັນ ແລະ ມີຄວາມຈໍາເປັນຈະຕ້ອງໄດ້ຈັດຕັ້ງປະຕິບັດຢ່າງເປັນປະຈໍາໃນແຕ່ລະປີ. ທັງນີ້,ກໍເພື່ອເປັນການຢັ້ງຢືນ, ເປັນການທົດສອບຄວາມຮູ້ ແລະ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ຕາມແນວທາງນະໂຍບາຍຂອງພັກ-ລັດ ໂດຍສະ ເພາະແມ່ນການປັບປຸງ, ການບັນຈຸຊັບຊ້ອນ, ການຈັດວາງ ແລະ ການກໍານົດເຂົ້າໃນຕໍາແໜ່ງງານສໍາຄັນຕ່າງໆໃຫ້ແທດເໝາະກັບຄວາມຮູ້ຄວາມສາມາດຕົວຈິງ.
ພ້ອມນັ້ນ, ການປະເມີນຜົນຄັ້ງນີ້ກໍ່ເປັນການຜັນຂະຫຍາຍແຜນຍຸດທະສາດຂອງຂະ ແໜງການເງິນຕໍ່ກັບການຫັນວຽກງານຄຸ້ມຄອງການເງິນໄປສູ່ລະບົບທັນສະໄໝ ໂດຍສະເພາະແມ່ນການຄຸ້ມຄອງການເກັບລາຍຮັບສ່ວຍສາອາກອນ ເພື່ອແນໃສ່ປັບປຸງກົນໄກ ແລະ ວິທີການໃນການຈັດເກັບລາຍຮັບໃຫ້ມີປະສິດທິພາບ, ປະສິດທິຜົນ, ຖືກຕ້ອງ, ໂປ່ງໃສ, ທັນເວລາ ແລະ ສາມາດກວດສອບໄດ້, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ພະນັກງານຜູ້ປະຕິບັດໜ້າທີ່ວຽກງານບໍລິການ, ຜູ້ມອບອາກອນໃນການແຈ້ງ ແລະ ມອບພັນທະຂອງຕົນໄດ້ມີຄວາມເຂົ້າໃຈ ແລະ ປະຕິບັດໄດ້ຢ່າງຖືກຕ້ອງ, ເປັນເອກະພາບໃນຂອບເຂດທົ່ວປະເທດ.
ວິຊາທີ່ນໍາມາປະເມີນໃນຄັ້ງນີ້ປະກອບມີວິຊາກົດໝາຍສ່ວຍສາອາກອນ; ວິຊາກວດກາອາກອນ; ວິຊາບັນຊີວິສາຫະກິດ ແລະ ການຄຸ້ມຄອງລະບົບ Taxris ຊຶ່ງເປັນວິຊາພື້ນຖານທີ່ສໍາຄັນ ແລະ ມີຄວາມຈໍາເປັນທີ່ສຸດຕໍ່ກັບພະນັກ ງານຂະແໜງສ່ວຍສາອາກອນໃຫ້ມີຄວາມຮັບຮູ້, ເຂົ້າໃຈ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຕົວຈິງ.

