ເປັນປະຫວັດການ 2021 ລາວເກີນດູນພັນລ້ານໂດລາ

ໂດຍ: ທິດກໍ່າ

ອີງຕາມແຫລ່ງຂ່າວຈາກສູນຂໍ້ມູນທາງດ້ານການຄ້າແຫ່ງ ສປປ ລາວ ໄດ້ລາຍງານວ່າ: ມູນຄ່າການນຳເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈຳປີ 2021 ບັນລຸໄດ້ປະມານ 13.000 ລ້ານໂດລາສະຫະລັດ ໃນນີ້ມູນຄ່າການສົ່ງອອກມີປະມານ 7.000 ລ້ານໂດລາ ແລະ ມູນຄ່າການນຳເຂົ້າມີປະມານ 6.000 ລ້ານໂດລາສະຫະລັດ. ໝາຍວ່າເກີນດູນການຄ້າ 1.000 ລ້ານໂດລາສະຫະລັດ.

ປະເພດສິນຄ້າທີ່ສົ່ງອອກຫລັກໆປະກອບມີ ຄຳປະສົມ/ຄຳແທ່ງ ມີມູນຄ່າປະມານ 962 ລ້ານໂດລາສະຫະລັດ, ເຈ້ຍທີ່ເຮັດດ້ວຍເຈ້ຍ ມູນຄ່າ 530 ລ້ານໂດລາສະຫະລັດ, ແຮ່ທອງ ມີມູນຄ່າ 330 ລ້ານໂດລາສະຫະລັດ, ເຫຍື້ອໄມ້ ແລະ ເສດເຈ້ຍ ມູນຄ່າ 300 ລ້ານໂດລາສະຫະລັດ, ຢາງພາລາ ມູນຄ່າ 270 ລ້ານໂດລາສະຫະລັດ, ມັນຕົ້ນ ມູນຄ່າ 265 ລ້ານໂດລາສະຫະລັດ, ແຮ່ເຫລັກ ມູນຄ່າ 243 ລ້ານໂດລາສະຫະລັດ, ໝາກກ້ວຍ 235 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ 190 ລ້ານໂດລາສະຫະລັດ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ ມີມູນຄ່າ 150 ລ້ານໂດລາສະຫະລັດ, ຝຸ່ນ (ປຸ໋ຍ) ມູນຄ່າ 150 ລ້ານໂດລາສະຫະລັດ, ໂຄງຮ່າງຊິ້ນສ່ວນກ້ອງບັນທຶກພາບ ມີມູນຄ່າ 122 ລ້ານໂດລາສະຫະລັດ ແລະ ເກີບ ມີມູນຄ່າ 101 ລ້ານໂດລາສະຫະລັດ.

ສ່ວນສິນຄ້ານຳເຂົ້າຫລັກໆກໍມີ ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) ມີມູນຄ່າ 463 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ ມູນຄ່າ 448 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມີມູນຄ່າ 372 ລ້ານໂດລາສະຫະລັດ, ແກ້ວປະເສີດ ຫລື ເຄື່ອງປະເສີດ ມູນຄ່າ 271 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫລ່ລົດ (ລວມທັງຢາງ, ແວ່ນ, ໂສ້ລົດ…) ມູນຄ່າ 220 ລ້ານໂດລາສະຫະລັດ, ເຫລັກ ແລະ ເຄື່ອງທີ່ເຮັດດ້ວຍເຫລັກ, ເຫລັກກ້າ ມີມູນຄ່າ 217 ລ້ານໂດລາສະຫະລັດ, ຜະລິດຕະພັນການຢາ ມີມູນຄ່າ 209 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍປລາສຕິກ ມູນຄ່າ 187 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ມີມູນຄ່າ 175 ລ້ານໂດລາສະຫະລັດ, ສາຍໄຟຟ້າ/ເຄເບິ້ນ ມູນຄ່າ 146 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ, ແອັດຊັງພິເສດ ມູນຄ່າ 132 ລ້ານໂດລາສະຫະລັດ, ກາກ ແລະ ສິ່ງເສດເຫລືອຈາກອຸດສາຫະກຳຜະລິດອາຫານ ມູນຄ່າ 123 ລ້ານໂດລາສະຫະລັດ, ອຸປະກອນຖ່າຍພາບ ມູນຄ່າ 109 ລ້ານໂດລາສະຫະລັດ, ໄມ້ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍໄມ້ ມູນຄ່າ 100 ລ້ານໂດລາສະຫະລັດ.

ປະເທດທີ່ລາວສົ່ງສິນຄ້າອອກຂາຍໃຫ້ຫລັກໆກໍມີຈີນ, ສະຫະລັດອາເມລິກາ, ໄທ, ຫວຽດນາມ, ອົດສະຕຣາລີ ແລະ ສະວິດເຊີແລນ. ສ່ວນບັນດາປະເທດທີ່ລາວຊື້ສິນຄ້ານຳເຂົ້າຫລາຍທີ່ສຸດກໍມີໄທ, ຈີນ, ຫວຽດນາມ, ສະຫະລັດອາເມລິກາ ແລະ ຍີ່ປຸ່ນ.

ເຖິງຢ່າງໃດກໍດີ, ໃນປີ 2021 ຖືວ່າເຮົາເກີນດູນສໍ່ານີ້, ຄາດວ່າໃນປີຕໍ່ໆໄປ ຖ້າພວກເຮົາພ້ອມກັນເຢີກບຸກໃສ່ການຜະລິດສິນຄ້າສົ່ງອອກໃຫ້ຫລາກຫລາຍກວ່ານີ້ ຄາດວ່າມູນຄ່າການສົ່ງອອກອາດຫລາຍກວ່ານີ້ ແລະ ຕົວເລກເກີນດູນໃນແຕ່ລະປີຕ້ອງເພີ່ມຂຶ້ນເປັນລຳດັບຢ່າງແນ່ນອນ.