ຕວກກີ ແລະ ຈີນສັນຍາຈະຮ່ວມມືກັນ ດ້ານຄວາມໝັ້ນຄົງຢ່າງໃກ້ຊິດ

ທາງການຕວກກີປະກາດຈະກຳຈັດກຸ່ມຕິດອາວຸດທີ່ວາງແຜນໂຈມຕີຈີນໃນຂະນະທີ່ສອງປະເທດໃຫ້ສັນຍາວ່າຈະຮ່ວມມືກັນດ້ານຄວາມໝັ້ນຄົງ ເຊິ່ງເປັນບັນຫາທີ່ເຮັດໃຫ້ເຄີຍຂັດແຍ່ງກັນ.
ທ່ານ ເມຟລຸດ ຄາວູໂຊກລູ ລັດຖະມົນຕີຕ່າງປະເທດຕວກກີ ກ່າວໃນວັນທີ 4 ສິງຫານີ້ ຢູ່ນະຄອນຫລວງປັກກິ່ງວ່າ: ຕວກກີຈະຄຳນຶງເຖິງຄວາມໝັ້ນຄົງຂອງຈີນຄືກັບຄວາມໝັ້ນຄົງຂອງຕວກກີເອງ ເຊິ່ງເປັນສັນຍານເຖິງການຮ່ວມມືຢ່າງໃກ້ຊິດ ແລະ ທ່າທີທີ່ແຂງແກ່ນຂຶ້ນຕໍ່ກຸ່ມຕິດອາວຸດຊາວອຸຍກູ ເຊິ່ງເປັນຊົນກຸ່ມນ້ອຍໃນເຂດປົກຄອງຕົນເອງຊິນຈຽງຂອງຈີນ. ຊາວອຸຍກູມີວັດທະນະທຳ ແລະ ເວົ້າພາສາດຽວກັບຊາວເຕິກ ໂດຍມີຈຳນວນຫລາຍທີ່ມາຂໍລີ້ໄພຢູ່ຕວກກີ. ຂະນະດຽວກັນມີອີກຫລາຍຮ້ອຍຄົນທີ່ເດີນທາງອອກຈາກຈີນໃນປີຜ່ານມາ ເພື່ອໄປຊີຣີ ແລະ ເຂົ້າຮ່ວມກັບກຸ່ມລັດອິດສະລາມ (IS) ຫລື ອາດຫລົບໜີການຖືກດຳເນີນຄະດີແລະ ໄປຕັ້ງຮາກຖານໃໝ່.

