ລາວ ສັກວັກຊິນປ້ອງກັນໂຄວິດ-19 ທຸກເຂັມທີ່ແນະນຳໄດ້ກວ່າ 57%

ທ່ານ ດຣ ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະ ນະສຸກ ເປີດເຜີຍໃນວັນທີ 14 ກຸມພານີ້ວ່າ: ການທີ່ພົນລະເມືອງໄດ້ສັກວັກຊິນໂຄວິດ-19 ຄົບທຸກເຂັມທີ່ແນະນໍາ ຄືການສ້າງພູມຄຸ້ມກັນໃຫ້ຮ່າງກາຍ ເພື່ອຫລຸດຜ່ອນຄວາມອັນຕະລາຍຈາກການຕິດເຊື້ອໂຄວິດ-19 ແລະ ມາຮອດປັດຈຸບັນ, ທົ່ວປະເທດ ມີປະຊາຊົນ 4.819.056 ກວມ 65,6% ໄດ້ສັກວັກຊິນເຂັມທີ 1 ແລະ 4.238.906 ກວມກວ່າ 57,7% ຂອງເປົ້າໝາຍໄດ້ສັກວັກຊິນທຸກເຂັມທີ່ແນະນໍາ.
ທ່ານ ດຣ ບົວຜັນ ບອກອີກວ່າ:ສໍາລັບຈຸດບໍລິການສັກວັກຊິນຢູ່ນະຄອນຫລວງວຽງຈັນ ມີໂຮງໝໍມິດຕະ ພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍ 103, ໂຮງໝໍ 5 ເມສາ, ໂຮງໝໍເດັກ, ໂຮງໝໍແມ່ ແລະເດັກ ເກີດໃໝ່ ແລະ ໂຮງໝໍເມືອງ 9 ເມືອງ. ນອກນີ້ຍັງມີຢູ່ວັດຈີນດົງປາແຫລບບໍລິການແຕ່ວັນຈັນ-ສຸກ, ສ່ວນຈຸດບໍລິການຢູ່ບັນດາແຂວງ ມີໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.
