ນໍເວປະກາດໂຄວິດຈົບແລ້ວ ກຽມຍົກເລີກມາດຕະການ ຄຸມການລະບາດເກືອບທັງໝົດ

ນໍເວປະກາດ “ໂຄວິດ-19” ບໍ່ແມ່ນໄພຄຸກຄາມດ້ານສຸຂະພາບຕໍ່ໄປ ເຖິງວ່າຈຳນວນຜູ້ຕິດເຊື້ອຍັງສູງ ແຕ່ໂອມິຄຣອນບໍ່ເຮັດໃຫ້ປ່ວຍຮຸນແຮງ ກຽມຍົກເລີກມາດຕະການຄຸມລະບາດທີ່ເຫລືອຢູ່ ເປີດທາງປະຊາຊົນໃຊ້ຊີວິດປົກກະຕິ.

ວັນທີ 12 ກຸມພາ 2022, ສຳນັກຂ່າວຣອຍເຕີລາຍງານວ່າ: ທ່ານ ໂຈນາສ ກາຣ໌ ສໂຕຣ໌ ນາຍົກລັດຖະມົນຕີຂອງນໍເວ ຖະແຫລງວ່າ: ນໍເວຈະຍົກເລີກມາດຕະການຄວບຄຸມໂຄວິດ-19 ທີ່ເຫລືອຢູ່ເກືອບທັງໝົດ ເຖິງວ່າຈຳນວນຜູ້ຕິດເຊື້ອຍັງຢູ່ລະດັບສູງ, ແຕ່ຜູ້ປ່ວຍອາການໜັກມີຈຳນວນໜ້ອຍຈຶ່ງບໍ່ກະທົບຕໍ່ລະບົບສາທາລະນະສຸກຂອງປະເທດ.

ການຖະແຫລງດັ່ງກ່າວມີຂຶ້ນ ຫລັງຈາກກ່ອນໜ້ານີ້ ນໍເວໄດ້ອອກມາປະກາດຍົກເລີກມາດຕະການບາງສ່ວນໃນວັນທີ 1 ກຸມພາຜ່ານມາ. ຂະນະທີ່ມາດຕະການທີ່ເຫລືອຢູ່ຈະຖືກຍົກເລີກນັບແຕ່ວັນທີ 12 ກຸມພາເປັນຕົ້ນໄປ.

ການປະກາດຂອງນາຍົກລັດຖະມົນຕີ ສົ່ງຜົນໃຫ້ຕໍ່ຈາກນີ້ ຊາວນໍເວບໍ່ຈຳເປັນຕ້ອງເວັ້ນໄລຍະຫ່າງລະຫວ່າງກັນຢ່າງໜ້ອຍ 1 ແມັດ ຫລື ໃສ່ຜ້າປິດປາກ-ດັງໃນບ່ອນສາທາລະນະ ເຊິ່ງມີຄົນໜາແໜ້ນອີກຕໍ່ໄປ. ອີກທັງເທັກ ແລະ ສະຖານບັນເທີງທີ່ໄດ້ຮັບຜົນກະທົບຈາກການປະກາດລັອກດາວກ່ອນໜ້ານີ້ຈະສາມາດກັບມາດຳເນີນທຸລະກິດໄດ້ຢ່າງສົມບູນ.

ນອກຈາກນີ້, ຜູ້ທີ່ຕິດເຊື້ອໂຄວິດ-19 ບໍ່ຈຳເປັນຕ້ອງແຍກກັກຕົວອີກຕໍ່ໄປ, ແຕ່ລັດຖະບານຍັງແນະນຳໃຫ້ຢູ່ແຕ່ເຮືອນບໍ່ອອກມາພື້ນທີ່ສາທາລະນະກ່ອນເປັນເວລາ 4 ວັນ.

ສ່ວນຜູ້ຈະເດີນທາງເຂົ້າປະເທດນໍເວບໍ່ຈຳເປັນຕ້ອງລົງທະບຽນຂາເຂົ້າລ່ວງໜ້າ. ຂະນະດຽວກັນ ລັດຖະບານຍັງກຽມຍົກເລີກຂໍ້ກຳນົດໃຫ້ກວດໂຄວິດ-19 ແລະ ຕ້ອງມີຜົນກວດເປັນລົບກ່ອນອອກເດີນທາງສຳລັບນັກເດີນທາງບາງຄົນເຊັ່ນ: ຜູ້ຍັງບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ-19.

ເຖິງຢ່າງໃດກໍຕາມ, ສຳລັບຜູ້ຈະເດີນທາງທ່ອງທ່ຽວເກາະສຟາລບາຣ໌ດ ເຊິ່ງມີບໍລິການດ້ານສຸຂະພາບຢ່າງຈຳກັດ ຍັງຈຳເປັນຕ້ອງທົດສອບການຕິດເຊື້ອໂຄວິດ-19 ທັງກ່ອນອອກເດີນທາງ ແລະ ຫລັງຈາກເດີນທາງມາເຖິງ. ຂະນະທີ່ຖ້ຽວບິນເຊົ່າເໝົາລຳລະຫວ່າງປະເທດໄປເກາະຕ່າງໆ ຍັງໂຈະໃຫ້ບໍລິການຕໍ່ໄປ.

ອ້າງອີງ:

https://www.reuters.com/…/norway-end-most-pandemic…/