ປີ 2021 ນັກໂທດໃນ ຄຸມຂັງ-ດັດສ້າງ ໄດ້ຮັບການປ່ອຍຕົວ ຈໍານວນ 1.377 ຄົນ

ພັອ ພັດສະດີ ນວນອາສາ ່ ຮອງຫົວຫນ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ຜ່ານບົດສະຫຼຸບ ໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸມຂັງ-ດັດສ້າງ ປະຈໍາ ປີ 2021 ແລະ ທິດທາງ ແຜນການວຽກງານຈຸດສຸມ ປະຈໍາປີ 2022 ໃນລະຫວ່າງວັນທີ 10-11 ກຸມພາ 2022 ນີ້ໃຫ້ຮູ້ວ່າ:
ຜ່ານການສຶກສາອົບຮົມເຮັດໃຫ້ນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງ ສ່ວນຫຼາຍມີແນວຄິດ ອຸ່ນອຽນທຸ່ນທ່ຽງ ຕັ້ງຫນ້າຝຶກຝົນຫຼໍ່ຫຼອມຕົນເອງ, ທັງປະກອບສ່ວນເຂົ້າໃນການ ພັດທະນາຄ້າຍ ແລະ ມີຈໍານວນບໍ່ຫນ້ອຍໄດ້ຮັບການປ່ອຍຕົວອອກສູ່ສັງຄົມກາຍເປັນພົນລະເມືອງດີ, ບໍ່ກັບ ໄປເຄື່ອນໄຫວກະທໍາຜິດອີກ. ສະແດງອອກຜ່ານການກວດກາເກັບກໍາຂໍ້ມູນ ເຫັນວ່າຈໍານວນນັກໂທດ, ຜູ້ຖືກດັດສ້າງທີ່ໄດ້ຮັບການປ່ອຍຕົວຢູ່ບັນດາຄ້າຍທີ່ຂຶ້ນກັບກົມຕໍາຫລວດຄຸມຂັງ-ດັດສ້າງ ປີ 2021 ມີທັງໝົດ 1.415 ຄົນ, ໃນນີ້, ມີນັກໂທດ 647 ຄົນ, ຜູ້ຖືກດັດສ້າງ 768 ຄົນ, ເຊິ່ງພາຍຫລັງອອກໄປສູ່ສັງຄົມເປັນພົນລະເມືອງດີ ຈໍານວນ 1.377 ຄົນ, ກວມເອົາ 97,31% ແລະ ກັບຄືນມາກະທໍາຜິດອີກ 38 ຄົນກວມເອົາ 2,68%.

ໃນຕໍ່ໜ້າ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຈະສືບຕໍ່ຊີ້ນໍາ-ນໍາພາພະນັກງານນັກຮົບປັບປຸງຫັນເອົາການຄຸ້ມຄອງນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງໃຫ້ເຂົ້າສູ່ລະບົບ, ມີລະບຽບວິໄນ ເຂັ້ມງວດ, ແຕ່ລະອາທິດຕ້ອງມີການດໍາເນີນສໍາຫຼວດກວດກາ, ຕີລາຄາຈັດແບ່ງປະເພດ 1, 2, 3 ໃຫ້ເຂົາເຈົ້າ, ສຸມໃສ່ຄົ້ນຄວ້ານະໂຍບາຍຕໍ່ກັບນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງ ຕາມແນວທາງນະໂຍບາຍ ດ້ານມະນຸດສະທໍາຂອງພັກ, ກົດໝາຍຂອງລັດ ເປັນຕົ້ນແມ່ນການຄົ້ນຄວ້າສະເຫນີອະໄພຍະໂທດຫລຸດຜ່ອນ ໂທດ ແລະ ປ່ອຍຕົວໂດຍມີກໍານົດເງື່ອນໄຂ.