ລັດການາຕາກາຂອງອິນເດຍ ສັ່ງປິດໂຮງຮຽນ ແລະ ມະຫາວິທະຍາໄລ ຫລັງເຫດປະທ້ວງກໍລະນີຫ້າມຜູ້ຍິງມຸດສະລິມ ໃສ່ຜ້າຄຸມຫົວໃນຫ້ອງຮຽນ ລຸກລາມເປັນຄວາມຮຸນແຮງ

ລັດຖະບານທ້ອງຖິ່ນໃນລັດການາຕາກາ ທາງຕອນໃຕ້ຂອງອິນເດຍ ຕັດສິນໃຈສັ່ງປິດໂຮງຮຽນ ແລະ ມະຫາວິທະຍາໄລທົ່ວລັດເປັນເວລາ 3 ວັນ ເລີ່ມແຕ່ວັນທີ 9 ກຸມພາ ພາຍຫລັງສະຖານະການປະທ້ວງຕໍ່ຕ້ານນະໂຍບາຍຫ້າມຜູ້ຍິງມຸດສະລິມໃສ່ຜ້າຄຸມຫົວໃນຫ້ອງຮຽນເລີ່ມລຸກລາມເປັນຄວາມຮຸນແຮງ ແລະ ມີການຊຸມນຸມປະທ້ວງຂະຫຍາຍວົງໄປຫລາຍເມືອງໃຫຍ່ທົ່ວປະເທດ.

ໂດຍຢູ່ນະຄອນໂກກາຕາ ມີກຸ່ມນັກສຶກສາມຸດສະລິມຫລາຍຮ້ອຍຄົນຮ່ວມຊຸມນຸມປະທ້ວງຕໍ່ຕ້ານຄຳສັ່ງຫ້າມໃສ່ຜ້າຄຸມຫົວໃນຫ້ອງຮຽນ ເຊິ່ງການປະທ້ວງທະວີຄວາມຮຸນແຮງ ແລະ ມີການປິດຖະໜົນ ລວມທັງເກີດການປະທະລະຫວ່າງກຸ່ມນັກສຶກສາມຸດສະລິມກັບກຸ່ມຜູ້ສະໜັບສະໜູນຄຳສັ່ງຫ້າມຂອງທາງການ. ນອກຈາກນີ້ ຍັງມີການປະທ້ວງເກີດຂຶ້ນໃນເມືອງໃຫຍ່ອື່ນໆເຊັ່ນ: ເຈນໄນ ແລະ ໄຮເດີຣາບາດ.

ບັນຫາການປະທ້ວງເລີ່ມຕົ້ນຂຶ້ນໃນເດືອນມັງກອນຜ່ານມາ ຫລັງກຸ່ມນັກສຶກສາມຸດສະລິມ 6 ຄົນ ພ້ອມໃຈກັນຊຸມນຸມຕໍ່ເນື່ອງດົນກວ່າ 1 ອາທິດ ເພື່ອສະແດງການຕໍ່ຕ້ານຫລັງຈາກພວກນາງຖືກບອກໃຫ້ຖອດຜ້າຄຸມຫົວ ຫລື ຢຸດເຂົ້າຫ້ອງຮຽນໃນມະຫາວິທະຍາໄລຂອງລັດແຫ່ງໜຶ່ງໃນເມືອງອູດູພີ ໃນລັດການາຕາກາ.

ຈາກນັ້ນໃນອາທິດຜ່ານມາ, ມະຫາວິທະຍາໄລອື່ນໆໃນລັດຈຶ່ງຕັດສິນໃຈບັງຄັບໃຊ້ນະໂຍບາຍຫ້າມການໃສ່ຜ້າຄຸມຫົວໃນຫ້ອງຮຽນ ຫລັງມີກຸ່ມນັກສຶກສາອິນດູທີ່ໄດ້ຮັບການສະໜັບສະໜູນຈາກກຸ່ມອິນດູຂວາຈັດເຮັດການປະທ້ວງໂດຍຂັດແຍ່ງວ່າ: ຖ້າອະນຸຍາດໃຫ້ຜູ້ຍິງມຸດສະລິມໃສ່ຜ້າຄຸມຫົວໃນຫ້ອງຮຽນ ພວກເຂົາກໍຄວນໄດ້ຮັບອະນຸຍາດໃຫ້ໃສ່ຜ້າຄຸມບ່າສີເຫລືອງ ເຊິ່ງເປັນສີສັນຍາລັກຂອງສາສະໜາອິນດູໃນລະຫວ່າງເຂົ້າຮຽນໄດ້ເຊັ່ນກັນ.

ເຊິ່ງໃນວັນທີ 5 ກຸມພາຜ່ານມາ, ລັດຖະບານທ້ອງຖິ່ນລັດການາຕາກາ ຈຶ່ງມີຄຳສັ່ງໄປຫາມະຫາວິທະຍາໄລຕ່າງໆ ເພື່ອໃຫ້ກວດສອບໃຫ້ແນ່ໃຈວ່າ “ເສື້ອຜ້າທີ່ຮົບກວນຄວາມເທົ່າທຽມ, ກົດໝາຍ ແລະ ຄວາມສະຫງົບຮຽບຮ້ອຍນັ້ນບໍ່ຄວນມີການໃສ່”.

ຈາກທ່າທີດັ່ງກ່າວເຮັດໃຫ້ກຸ່ມນັກສຶກສາມຸດສະລິມອອກມາຂັດແຍ່ງວ່າ: ສິດໃນເສລີພາບທາງສາສະໜາຂອງພວກເຂົາກຳລັງຖືກລະເມີດ ແລະ ເອົາບັນຫານີ້ຍື່ນຄຳຮ້ອງຕໍ່ສານສູງ ເພື່ອຂໍໃຫ້ຄັດຄ້ານຄຳສັ່ງຫ້າມຜ້າຄຸມຫົວໃນຫ້ອງຮຽນ.

ຂະນະທີ່ບັນຫາຫ້າມໃສ່ຜ້າຄຸມຫົວນີ້ກາຍເປັນຈຸດສົນໃຈຈາກທົ່ວໂລກ ເຊິ່ງໃນວັນທີ 8 ກຸມພາ, ນາງ ມາລາລາ ຍູຊາບໄຊ ນັກເຄື່ອນໄຫວເພື່ອການສຶກສາຂອງເດັກຍິງ ແລະ ຜູ້ຊະນະລາງວັນໂນເບລຊາວປາກິດສະຖານ ທີ່ລອດຊີວິດຈາກການຖືກມືປືນຂອງກຸ່ມຕາລີບັນຍິງຢູ່ຫົວເມື່ອອາຍຸ 15 ປີ ໄດ້ອອກມາສະແດງຄວາມເຫັນຕໍ່ບັນຫານີ້ຜ່ານທາງທະວິດເຕີ ໂດຍຮຽກຮ້ອງຜູ້ນຳອິນເດຍໃຫ້ເລັ່ງດຳເນີນການເພື່ອຢຸດການກີດກັນທີ່ເກີດຂຶ້ນກັບຜູ້ຍິງມຸດສະລິມ.

“ການປະຕິເສດຈະໃຫ້ເດັກຍິງໄປໂຮງຮຽນໂດຍໃສ່ຜ້າຄຸມຫົວເປັນເລື່ອງທີ່ໜ້າກົວ” ນາງກ່າວ.

ອ້າງອີງ: