ສປປ ເກົາຫລີ ກ່າວ ສາມາດ “ສັ່ນໂລກ” ດ້ວຍການທົດລອງຍິງລູກສອນໄຟ ທີ່ໂຈມຕີເຖິງອາເມລິກາໄດ້

ກະຊວງການຕ່າງປະເທດ ສປປ ເກົາຫລີ ອອກຖະແຫລງການໃນວັນທີ 8 ກຸມພາ ໂດຍປະກາດວ່າ: ສປປ ເກົາຫລີ ເປັນພຽງປະເທດດຽວໃນໂລກໜ່ວຍນີ້ທີ່ສາມາດ “ສັ່ນໂລກ” ໄດ້ດ້ວຍການຍິງລູກສອນໄຟທີ່ມີປະສິດທິພາບໃນການໂຈມຕີໄປເຖິງອາເມລິກາ.
“ໃນໂລກທຸກມື້ນີ້ ເຊິ່ງຫລາຍປະເທດເສຍເວລາໄປກັບການຕົກລົງກັບອາເມລິກາ ດ້ວຍການຍອມຈຳນົນ ແລະ ເຊື່ອຟັງຢ່າງຕາບອດ ມີພຽງປະເທດຂອງເຮົາໃນໂລກນີ້ເທົ່ານັ້ນທີ່ສາມາດສັ່ນໂລກໄດ້ດ້ວຍການຍິງລູກສອນໄຟ ໂດຍມີແຜ່ນດິນອາເມລິກາຢູ່ໃນໄລຍະໂຈມຕີ” ຖະແຫລງການລະບຸ. ພ້ອມທັງອ້າງວ່າ: ໃນຈຳນວນ 200 ກວ່າປະເທດທົ່ວໂລກ ສປປ ເກົາຫລີ ເປັນພຽງໜຶ່ງໃນບໍ່ເທົ່າໃດປະເທດທີ່ມີທັງ “ລະເບີດໄຮໂດຣເຈນ, ລູກສອນໄຟຂ້າມທະວີບ ແລະ ລູກສອນໄຟຄວາມໄວເໜືອສຽງ”.
ຖະແຫລງການດັ່ງກ່າວມີຂຶ້ນທ່າມກາງສະຖານະການເຄັ່ງຕຶງໃນແຫລມເກົາຫລີ ຫລັງຈາກພຽງຢາງທົດລອງຍິງລູກສອນໄຟຖິ້ມຕົວຢ່າງຕໍ່ເນື່ອງເຖິງ 7 ຄັ້ງນັບແຕ່ປີໃໝ່ ເຊິ່ງຖືເປັນການກະທຳທີ່ລະເມີດຄຳສັ່ງຫ້າມຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ.
ໃນຈຳນວນລູກສອນໄຟທີ່ມີການຍິງທົດລອງນັ້ນ ລວມທັງລູກສອນໄຟຄວາມໄວເໜືອສຽງຊະນິດໃໝ່ ແລະ ລູກສອນໄຟຮວາຊອງ-12 ເຊິ່ງເປັນລູກສອນໄຟຖິ້ມຕົວໄລຍະກາງ ທີ່ມີໄລຍະການໂຈມຕີໄກເຖິງດິນແດນຂອງອາເມລິກາ ໃນມະຫາສະໝຸດປາຊີຟິກ.
ຖະແຫລງການຍັງຊີ້ວ່າ: ການທົດລອງຍິງລູກສອນໄຟຢ່າງຕໍ່ເນື່ອງດັ່ງກ່າວ ເປັນ “ຜົນສຳເລັດ” ທີ່ເສີມສ້າງຄວາມແຂງແກ່ນຂອງ ສປປ ເກົາຫລີ ໃນການຢັບຢັ້ງສົງຄາມ.
ນອກຈາກນີ້, ຍັງມີການລະບຸເຖິງລູກສອນໄຟຮວາຊອງ-15 ທີ່ເປັນລູກສອນໄຟນຳວິຖີຂ້າມທະວີບ (ICBM) ເຊິ່ງສາມາດຕິດຕັ້ງຫົວຮົບນິວເຄຼຍໄດ້ ແລະ ມີໄລຍະໂຈມຕີໄກທີ່ສຸດເທົ່າທີ່ ສປປ ເກົາຫລີ ເຄີຍທົດລອງຍິງມາ ໂດຍລູກສອນໄຟຊະນິດນີ້ບໍ່ເຄີຍມີການທົດລອງອີກ ຫລັງຈາກການທົດລອງຄັ້ງທຳອິດໃນປີ 2017 ແລະ ເຊື່ອວ່າມີປະສິດທິພາບໃນການໂຈມຕີໄດ້ເຖິງທຸກສະຖານທີ່ໃນແຜ່ນດິນອາເມລິກາ.
ສ່ວນໂຄສົກກະຊວງການຕ່າງປະເທດອາເມລິກາ ຢືນຢັນທ່າທີຂອງວໍຊິງຕັນວ່າ: ບໍ່ມີເຈດຕະນາເປັນສັດຕູຕໍ່ ສປປ ເກົາຫລີ ແລະ ຮຽກຮ້ອງລັດຖະບານພຽງຢາງໃຫ້ກັບສູ່ການເຈລະຈາ. ຂະນະທີ່ຊີ້ວ່າ: ການກະທຳຂອງ ສປປ ເກົາຫລີ ເປັນໄພຄຸກຄາມຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ຕະຫລອດຈົນຄວາມພະຍາຍາມໃນການບໍ່ແພ່ຂະຫຍາຍອາວຸດນິວເຄຼຍທົ່ວໂລກ.
“ອາເມລິກາໃຫ້ຄວາມໃສ່ໃຈຕໍ່ການຢັບຢັ້ງ (ສປປ ເກົາຫລີ) ໂດຍປ້ອງກັນການຍຸຍົງ ຫລື ການໃຊ້ກຳລັງ ແລະ ຈຳກັດການເຂົ້າເຖິງໂຄງການອາວຸດທີ່ອັນຕະລາຍຫລາຍທີ່ສຸດ ແລະ ເໜືອສິ່ງອື່ນໃດ ຄືການເຮັດໃຫ້ປະຊາຊົນອາເມລິກາ, ກອງທັບຂອງເຮົາ ແລະ ພັນທະມິດຂອງເຮົາປອດໄພ” ໂຄສົກກະຊວງການຕ່າງປະເທດອາເມລິກາລະບຸ.
ອ້າງອີງ:

