ມາເນ ມີ 2 ທີມໃນໃຈ, ຖ້າຫາກຕ້ອງຫນີ ລີເວີພູລ ລະດູການນີ້

ໂກລ ສື່ບານເຕະຊື່ດັງລາຍງານວ່າ ຊາດີໂອ ມາເນ ກອງຫນ້າທີມຊາດເຊເນກັລ ຂອງ ລີເວີພູລ ພອມທີ່ຈະຍ້າຍໄປຮ່ວມທີມ ບາເຊໂລນາ ຫລື ເຣອັນ ມາດຣິດ ໃນໄລຍະລະດູການນີ້.

ມາເນ ອາຍຸ 29 ປີ ຫາຫໍຈະພາທີມຊາດເຊເນກັລ ຍິງລູກໂທດຊະນະ ທີມຊາດອີຢິບ 4-2 ຫລັງສະເຫມີໃນ 120 0-0 ຄວ້າແຊ໊ມແອຟຣິກາ ຄັບ ອອຟ ເນຊັນ ມາຄອງເປັນສະໄຫມທຳອິດ ພ້ອມໄດ້ລາງວັນນັກເຕະດີເດ່ັນປະຈຳລາຍການນຳອີກ ແນວໃດກໍຕາມ ເລື່ອງອະນາຄົດຂອງ ມາເນ ກັບຕົ້ນສັງກັດ ລີເວີພູລ ຍັງບໍ່ມີຄວາມແນ່ນອນ ເພາະເຫລືອສັນຍາພຽງປີ 2023 ເທົ່ານັ້ນ.

ທັງນີ້ ລາຍງານຫລ້າສຸດລະບຸວ່າ ມາເນ ພ້ອມຈະຍ່າງຕາມຄວາມຝັນຂອງຕົນເອງໃຫ້ເປັນຈິງ ດ້ວຍການຍ້າຍໄປຫລິ້ນໃນ ລາ ລີກາ ສະເປນ ກັບ ບາເຊໂລນາ ຫລື ເຣອັນ ມາດຣິດ ໃນໄລຍະລະດູການນີ້ ຫາກມີທີມໃດທີມຫນຶ່ງຕິດຕໍ່ເຂົ້າມາຢ່າງຈິງຈັງ ນອກຈາກນີ້ ລາຍງານຍັງລະບຸເຖິງຂັ້ນທີ່ ມາເນ ແຈ້ງຄວາມຕ້ອງການເລື່ອງນີ້ໃຫ້ໂຕແທນຂອງລາວຮັບຮູ້ນຳອີກ.

ສຳລັບ ມາເນ ຖືເປັນນັກເຕະຄົນສຳຄັນຂອງ ລີເວີພູລ ຍິງໄປແລ້ວ 107 ປະຕູ ກັບອີກ 44 ແອສຊິສ ໃຫ້ກັບລີເວີພູລ ນັບຕັ້ງແຕ່ຍ້າຍມາຈາກເຊົາແທມຕັນເມື່ອໄລຍະລະດູການປີ 2016.