ທ່ານນາງ ສີໃສ ລືເດດມູນສອນ ກົມການເມືອງ, ຄະນະເລຂາທິ ການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂອກາດທີ່ເຂົ້າຮ່ວມກອງປະຊຸມ ວຽກງານຈັດຕັ້ງ-ພະນັກງານ ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ

ທ່ານນາງ ສີໃສ ລືເດດມູນສອນ ກົມການເມືອງ, ຄະນະເລຂາທິ ການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂອກາດທີ່ເຂົ້າຮ່ວມກອງປະຊຸມ ວຽກງານຈັດຕັ້ງ-ພະນັກງານ ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ທົ່ວປະເທດ ຄັ້ງທີ III ໃນວັນທີ 7 ກຸມພາ 2022 ວ່າ: ໃຫ້ກະຊວງ ຮສສ ເພີີ່ມທະວີຄວາມສາມັກຄີເປັນ ເອກະພາບໃນທົົ່ວຂະແໜງແຮງງານ ແລະ ສະຫວັດ ດີການສັງຄົມ ເພືີ່ອກໍໍ່ສ້າງ, ປັບປຸງການຈັດຕັັ້ງພັກ ແລະ ກົງຈັກການຈັດຕັັ້ງລັດ ໃຫ້ມີຄວາມກະທັດຮັດເຄືີ່ອນໄຫວມີປະສິດທິພາບປະສິດທິຜົນສູງ, ຕິດພັນ ກັບການສ້າງໜ່ວຍພັກປອດໃສ, ເຂັັ້ມແຂງ ແລະ ໜັກແໜ້ນ ຕາມທິດນໍາວຽກງານ 3 ສ້າງ ຢ່າງແຂງແຮງ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດຂອງພະນັກງານ-ສະມາຊິກພັກ ເພື່ອກຳແໜ້ນແນວທາງນະໂນບາຍ, ມະຕິກອງປະຊຸມໃຫຍ່ຄັັ້ງທີ XI ຂອງພັກ, ມະຕິກອງປະຊຸມວຽກງານ ຈັດຕັັ້ງທົົ່ວປະເທດຄັັ້ງທີ XI ຕິດພັນກັບມະຕິກອງປະຊຸມວຽກງານຈັດຕັັ້ງ-ພະນັກງານຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ຄັັ້ງທີ III ໃຫ້ເລິກເຊິີ່ງ ແລະ ແທດກັບຕົວຈິງ, ສະນັ້ນ, ໃຫ້ຄະນະພັກ, ຄະນະນໍາ ຂອງແຕ່ລະພາກສ່ວນພາຍໃນ ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ພິຈາລະນາ, ແກ້ໄຂ ຕາມຄວາມເໝາະສົມ ດັ່ງນີ້:

1) ການສັບຊ້ອນພະນັກງານ-ລັດຖະກອນ ໃຫ້ປະຕິບັດຕາມທິດ “ມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ ແລະ ມີການເຄື່ອນຍ້າຍບ່ອນປະຈໍາການ ຕາມເງື່ອນໄຂຕົວຈິງ”.
2) ຜູ້ທີ່ມີຄວາມຮູ້ ແຕ່ຂາດປະສົບການ ແມ່ນໃຫ້ສັບຊ້ອນລົງຮາກຖານ ເພື່ອເກັບກ່ຽວເອົາປະສົບການ ໃນວຽກງານຕົວຈິງ.
3) ຜູ້ທີ່ມີປະສົບການ ແຕ່ຄວາມຮູ້ຍັງຈໍາກັດ ແມ່ນໃຫ້ສັບຊ້ອນໄປຍົກລະດັບໃຫ້ສູງຂຶ້ນຕື່ມ.
4) ຜູ້ທີ່ມີອາຍຸກະສຽນຮອດເງື່ອນໄຂ ພັກການ-ຮັບອຸດໜູນບໍານານ ໃຫ້ພິຈາລະນາໃຫ້ພັກຜ່ອນ ຕາມກົດໝາຍ.
5) ສໍາລັບຜູ້ທີ່ມີການລະເມີດກົດໝາຍ, ລະບຽບການ ແມ່ນໃຫ້ປະຕິບັດມາດຕະການວິໄນ ຢ່າງເດັດຂາດ ຕາມກົດໝາຍ ແລະ ລະບຽບການ.

ພ້ອມນີ້, ຄະນະບໍລິ ຫານງານພັກ ຍັງຕ້ອງເອົາໃຈໃສ່ນໍາພາພະນັກງານ-ສະມາຊິກພັກ ຈັດຕັ້ງ, ຄົ້ນຄວ້າ, ເຊື່ອມຊຶມ ກົດໝາຍ, ນິຕິກໍາ ທີ່ກ່ຽວຂ້ອງກັບວຽກງານຂອງຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ເລິກເຊິ່ງ ເປັນຕົ້ນ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍປະກັນສັງຄົມ, ກົດໝາຍອື່ນໆ ແລະ ນິຕິກໍາໃຕ້ກົດໝາຍ ທີ່ກ່ຽວຂ້ອງກັບວຽກງານແຮງງານ ແລະ ສະຫວັດດີການສັງຄົມ, ເພີີ່ມທະວີຄວາມສັກສິດໃນການຄຸ້ມຄອງບໍລິຫານລັດ ຕາມຂະແໜງການຂອງຕົນ ໃຫ້ມີຄວາມສອດຄ່ອງກັບສະພາບຄວາມເປັນຈິງ; ສືບຕໍໍ່ປັບປຸງແບບແຜນການນໍາພາ ແລະ ວິທີເຮັດວຽກ ຂອງຄະນະພັກ, ຄະນະນໍາແຕ່ລະຂັັ້ນ ໃຫ້ເຂົ້າສູ່ລະບອບລະບຽບການຕາມຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ຕັັ້ງໜ້າເສີມຂະຫຍາຍປະຊາທິປະ ໄຕພາຍໃນພັກ ຕິດພັນກັບການປະຕິບັດລະບຽບວິໄນ ແລະ ຄວາມຮັບຜີດຊອບການເມືອງ ຂອງຄະນະພັກ.