ປະກາດການຈັດຕັ້ງຂັ້ນຫົວໜ້າ-ຮອງຫົວໜ້າພະແນກຂອງສະຖາບັນການເງິນ-ການບັນຊີ ກະຊວງງການເງິນ

ວັນທີ 8 ກຸມພາ 2022 ທີ່ສະຖາບັນການເງິນ-ການບັນຊີ, ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນຫົວໜ້າ-ຮອງຫົວໜ້າພະແນກ ຂອງສະຖາບັນການເງິນ-ການບັນຊີ ກະຊວງງການເງິນ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ບຸນໂຈມ ອຸບຸນປະເສີດ ລັດຖະມົນຕີກະຊວງການເງິນ,ມີທ່ານ ກົງຄໍາ ສິດທິ ວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ທ່ານ ນາງ ກະເສີມສີ ພົມມະວົງສາ ຫົວໜ້າສະຖາບັນການເງິນ-ການບັນຊີ, ມີຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ໃນພິທີດັ່ງກ່າວທ່ານ ກົງຄຳ ສິດທິວໍຣະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 0372/ກງ, ລົງວັນທີ 03 ກຸມພາ 2022 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ຢູ່ສະຖາບັນການເງິນ-ການບັນຊີ.
I. ພະແນກຈັດຕັ້ງ ແລະ ບໍລິຫານ: ແຕ່ງຕັ້ງ ທ່ານ ຄຳຫຼ້າ ຈັນດາລາ ຮອງຫົວໜ້າພະແນກບໍລິຫານ ແລະ ການເງິນ ເປັນຫົວໜ້າພະແນກຈັດຕັ້ງ ແລະ ບໍລິຫານ, ແຕ່ງຕັ້ງ: ທ່ານ ພູທອນ ສີຍາວົງ ເປັນຮອງຫົວໜ້າພະແນກຈັດຕັ້ງ ແລະ ບໍລິຫານ, ຍົກຍ້າຍ ແລະ ແຕ່ງຕັ້ງ: ທ່ານ ນາງ ແກ້ວດາວັນ ພົມມະຈັນ ຮອງຫົວໜ້າພາກວິຊາເສດຖະກິດ ເປັນຮອງຫົວໜ້າພະແນກຈັດຕັ້ງ ແລະ ບໍລິຫານ, ຍົກຍ້າຍ ແລະ ແຕ່ງຕັ້ງ: ທ່ານ ນາງ ບຸນແພງ ຫຼວງໄຊທຳ ຮອງຫົວໜ້າພະແນກວິຊາການ ເປັນຮອງຫົວໜ້າພະແນກຈັດຕັ້ງ ແລະ ບໍລິຫານ.
II. ພະແນກແຜນການ ແລະ ການເງິນ: ແຕ່ງຕັ້ງ: ທ່ານ ສົມຈິດ ອິນລາດວົງສີ ເປັນຫົວໜ້າພະແນກແຜນການ ແລະ ການເງິນ, ແຕ່ງຕັ້ງ: ທ່ານ ຄຳສີ ອິນທະວິໄລ ເປັນຮອງຫົວໜ້າພະແນກແຜນການ ແລະ ການເງິນ, ແຕ່ງຕັ້ງ: ທ່ານ ທອງດີ ວິໄລແກ້ວອາລຸນ ເປັນຮອງຫົວໜ້າພະແນກແຜນການ ແລະ ການເງິນ.
III. ພະແນກຄຸ້ມຄອງນັກສຶກສາ: ຍົກຍ້າຍ ແລະ ແຕ່ງຕັ້ງ: ທ່ານ ນາງ ພູຄູນ ອິນທະວົງ ຫົວໜ້າພາກວິຊາເສດຖະກິດ ເປັນຫົວໜ້າພະແນກຄຸ້ມຄອງນັກສຶກສາ,ແຕ່ງຕັ້ງ: ທ່ານ ແສນວັນໄຊ ພູນສະຫວັນ ເປັນຮອງຫົວໜ້າພະແນກຄຸ້ມຄອງນັກສຶກສາ, ແຕ່ງຕັ້ງ: ທ່ານ ສົມບູນ ແກ້ວປັນຍາ ເປັນຮອງຫົວໜ້າພະແນກຄຸ້ມຄອງນັກສຶກສາ.
IV. ພະແນກວິຊາການ: ແຕ່ງຕັ້ງ: ທ່ານ ບຸນທະວີ ຈັນທະວົງສາ ເປັນຫົວໜ້າພະແນກວິຊາການ, ແຕ່ງຕັ້ງ: ທ່ານ ນາງ ນວນໄທ ວົງໄຊຍະລາດ ເປັນຮອງຫົວໜ້າພະແນກວິຊາການ, ແຕ່ງຕັ້ງ: ທ່ານ ວັນໄຊລີ ຂັນທະພົມ ເປັນຮອງຫົວໜ້າພະແນກວິຊາການ, ຍົກຍ້າຍ ແລະ ແຕ່ງຕັ້ງ: ທ່ານ ນາງ ຈັນທິດາ ໄວຍະສົມບັດ ຮອງຫົວໜ້າວິຊາການບັນຊີ ເປັນຮອງຫົວໜ້າພະແນກວິຊາການ.
V. ພະແນກຄົ້ນຄວ້າວິທະຍາສາດການເງິນ: ຍົກຍ້າຍ ແລະ ແຕ່ງຕັ້ງ: ທ່ານ ວົງເດືອນ ແກ້ວບົວນານ ຫົວໜ້າພະແນກຈັດຕັ້ງ ເປັນຫົວໜ້າພະແນກຄົ້ນຄວ້າວິທະຍາສາດການເງິນ, ຍົກຍ້າຍ ແລະ ແຕ່ງຕັ້ງ: ທ່ານ ນາງ ວັນມະນີ ອຳພອນພົງ ຮອງຫົວໜ້າພະແນກຈັດຕັ້ງ ເປັນຮອງຫົວໜ້າພະແນກຄົ້ນຄວ້າວິທະຍາສາດການເງິນ, ຍົກຍ້າຍ ແລະ ແຕ່ງຕັ້ງ: ທ່ານ ອະນຸໄຊ ອິນຖາວອນ ຮອງຫົວໜ້າພາກວິຊາເສດຖະກິດ ເປັນຮອງຫົວໜ້າພະແນກຄົ້ນຄວ້າວິທະຍາສາດການເງິນ.
VI. ພະແນກຄຸ້ມຄອງພັດທະນາຂໍ້ມູນຂ່າວສານ ແລະ ຫ້ອງສະໝຸດ: ຍົກຍ້າຍ ແລະ ແຕ່ງຕັ້ງ: ທ່ານ ບົວເງິນ ແກ້ວປະເສີດ ຫົວໜ້າພະແນກຄຸ້ມຄອງນັກສຶກສາ ເປັນຫົວໜ້າພະແນກຄຸ້ມຄອງພັດທະນາຂໍ້ມູນຂ່າວສານ ແລະຫ້ອງສະໝຸດ,ຍົກຍ້າຍ ແລະ ແຕ່ງຕັ້ງ: ທ່ານ ກົງຈັນ ຊະນະສິດ ຮອງຫົວໜ້າພະແນກຄົ້ນຄວ້າວິທະຍາສາດ ເປັນຮອງຫົວໜ້າພະແນກຄຸ້ມຄອງພັດທະນາຂໍ້ມູນຂ່າວສານ ແລະ ຫ້ອງສະໝຸດ, ຍົກຍ້າຍ ແລະ ແຕ່ງຕັ້ງ: ທ່ານ ຫຼ້າ ໄຜ່ທຸມພອນ ຮອງຫົວໜ້າພະແນກຄົ້ນຄວ້າວິທະຍາສາດ ເປັນຮອງຫົວໜ້າພະແນກຄຸ້ມຄອງພັດທະນາຂໍ້ມູນຂ່າວສານ ແລະ ຫ້ອງສະໝຸດ, ຍົກຍ້າຍ ແລະ ແຕ່ງຕັ້ງ: ທ່ານ ນາງກິ່ງສະໄດ ແກ້ວພຸດທະວົງ ຮອງຫຫົວໜ້າພະແນກຄົ້ນຄວ້າວິທະຍາສາດ ເປັນຮອງຫົວໜ້າພະແນກຄຸ້ມຄອງພັດທະນາຂໍ້ມູນຂ່າວສານ ແລະ ຫ້ອງສະໝຸດ.
VII. ພະແນກຄຸ້ມຄອງກວດກາ, ປະກັນຄຸນນະພາບການສຶກສາ ແລະ ນິຕິກຳ: ແຕ່ງຕັ້ງ: ທ່ານ ຈິດປະສົງ ພັນທະລີ ເປັນຫົວໜ້າພະແນກຄຸ້ມຄອງກວດກາ, ປະກັນຄຸນນະພາບການສຶກສາ ແລະ ນິຕິກຳ, ແຕ່ງຕັ້ງ: ທ່ານ ທອງສີ ທຳມະວົງ ເປັນຮອງຫົວໜ້າພະແນກຄຸ້ມຄອງກວດກາ, ປະກັນຄຸນນະພາບການສຶກສາ ແລະ ນິຕິກຳ, ແຕ່ງຕັ້ງ: ທ່ານ ອຸໄລສອນແສນສະຫວັດ ເປັນຮອງຫົວໜ້າພະແນກຄຸ້ມຄອງກວດກາ, ປະກັນຄຸນນະພາບການສຶກສາ ແລະ ນິຕິກຳ.
VIII. ພະແນກຄຸ້ມຄອງການຝືກອົບຮົມ: ແຕ່ງຕັ້ງ: ທ່ານ ປະລິນຍາ ພົມມາວິເສດ ເປັນຫົວໜ້າພະແນກຄຸ້ມຄອງການຝຶກອົບຮົມ, ແຕ່ງຕັ້ງ: ທ່ານ ບຸນຂົງ ບົວລະພັນ ເປັນຮອງຫົວໜ້າພະແນກຄຸ້ມຄອງການຝຶກອົບຮົມ, ແຕ່ງຕັ້ງ: ທ່ານ ນາງ ນົກ ສຸດທິວົງ ເປັນຮອງຫົວໜ້າພະແນກຄຸ້ມຄອງການຝຶກອົບຮົມ, ແຕ່ງຕັ້ງ: ທ່ານ ນາງ ບົວເງິນ ໄຊຍະສິນ ເປັນຮອງຫົວໜ້າພະແນກຄຸ້ມຄອງການຝຶກອົບຮົມ.
IX. ພະແນກວິຊາວິທະຍາສາດພື້ນຖານ: ຍົກຍ້າຍ ແລະ ແຕ່ງຕັ້ງ: ທ່ານ ທະນູໄຊ ສີວັນນະລິດ ຫົວໜ້າພະແນກຄົ້ນຄວ້າວິທະຍາສາດ ເປັນຫົວໜ້າພາກວິຊາວິທະຍາສາດພື້ນຖານ, ຍົກຍ້າຍ ແລະ ແຕ່ງຕັ້ງ: ທ່ານ ອວຍພອນ ລັດຕະນະວົງສາ ຮອງຫົວໜ້າພາກວິຊາເສດຖະກິດ ເປັນຮອງຫົວໜ້າພາກວິທະຍາສາດພື້ນຖານ, ແຕ່ງຕັ້ງ: ທ່ານ ພູຊອນ ນາມເພັງສອນ ເປັນຮອງຫົວໜ້າພາກວິຊາວິທະຍາສາດພື້ນຖານ.
X. ພາກວິຊາການເງິນແຫ່ງລັດ: ແຕ່ງຕັ້ງ: ທ່ານ ນາງ ສຸພາລັກ ເພັດສົມພູ ເປັນຫົວໜ້າພາກວິຊາການເງິນແຫ່ງຊາດລັດ, ແຕ່ງຕັ້ງ: ທ່ານ ນາງ ແກ້ວພູທອນ ໄຊຍະສານ ເປັນຮອງຫົວໜ້າພາກວິຊາການເງິນແຫ່ງລັດ, ຍົກຍ້າຍ ແລະ ແຕ່ງຕັ້ງ: ທ່ານ ປີກ ບຸນຍະວົງ ຮອງຫົວໜ້າພາກວິຊາວິທະຍາສາດພື້ນຖານ ເປັນຮອງຫົວໜ້າພາກວິຊາການເງິນແຫ່ງລັດ.
XI. ພາກວິຊາການເງິນວິສາຫະກິດ: ແຕ່ງຕັ້ງ: ທ່ານ ສີວິໄລ ສິງຫາລາດ ເປັນຫົວໜ້າພະແນກວິຊາການເງິນວິສາຫະກິດ, ແຕ່ງຕັ້ງ: ທ່ານ ບຸນຖະໜອມ ທິບພະວົງ ເປັນຮອງຫົວໜ້າພາກວິຊາການເງິນວິສາຫະກິດ, ແຕ່ງຕັ້ງ: ທ່ານ ບຸນແສງ ພໍລະສິມ ເປັນຮອງຫົວໜ້າພາກວິຊາການເງິນວິສາຫະກິດ.
XII. ພາກວິຊາການບັນຊີ-ກວດສອບ: ແຕ່ງຕັ້ງ: ທ່ານ ສົມບັດ ເພັດທະລາດ ເປັນຫົວໜ້າພາກວິຊາການບັນຊີ-ກວດສອບ, ແຕ່ງຕັ້ງ: ທ່ານ ທອງຄູນ ສີສະຫວ່າງ ເປັນຮອງຫົວໜ້າພາກວິຊາການບັນຊີ-ກວດສອບ, ຍົກຍ້າຍ ແລະ ແຕ່ງຕັ້ງ: ທ່ານ ໂກ້ ກຸນສຸວັນ ເປັນຮອງຫົວໜ້າພາກວິຊາການບັນຊີ-ກວດສອບ ສະຖາບັນການເງິນ-ການບັນຊີ ກະຊວງງການເງິນ.
ໂອກາດດັ່ງກ່າວ, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ສະແດງຄວາມຍ້ອງຍໍ້ຊົມເຊີຍຕໍ່ບັນດາທ່ານທີ່ໄດ້ຍົກຍ້າຍ ແລະ ແຕ່ງຕັ້ງຍົກຍ້າຍໄປຮັບໜ້າທີ່ໃໝ່ ແລະ ຍັງໄດ້ເນັ້ນໃຫ້ ເອົາໃຈໃສ່ຄວາມຮັບຜິດຊອບໃຫ້ມີຄວາມຕັດສິນໃຈສູງຕໍ່ໜ້າທີ່ວຽກງານ, ເພື່ອປະກອບສ່ວນເຮັດໃຫ້ສະຖາບັນການເງິນ-ການບັນຊີມີບາດລ້ຽວອັນໃໝ່ມີອັນພົ້ນເດັ່ນໃໝ່ສ້າງທ່າບາດລ້ຽວ, ເມືອເຮັດໃຫ້ສະຖາບັນຂອງພວກເຮົາກ້າວໄປສູ້ຄຸນນະພາບອັນສູງສຸດເຮັດໃຫ້ຂະແໜງການເງິນມີທ່າຫັນປ່ຽນໃໝ່ທີ່ຕັ້ງໜ້າ ໂດຍສະເພາະແມ່ນຂົງເຂດການຍົກລະດັບການພັດທະນາຊັບພະຍາກອນມະນຸດ ແລະ ຂະແໜງການເງິນເປົ້າໝາຍຂອງກະຊວງການເງິນຮອດ 2025 ຕ້ອງສາມາດແກ້ໄຂ້ໄດ້ໂດຍຟື້ນຖານພະນັກງານປະຈຳການໄດ້ຮັບການຍົກລະດັບທີ່ວ່າເປັນວຽກງານທ້າທາຍໃຫຍ່.
ສະນັ້ນ, ທາງຄະນະສະຖາບັນການເງິນ-ການບັນຊີ, ໜ່ວຍພັກຄະນະໜ່ວຍພັກ ຕ້ອງໄດ້ເຊີດຊູຄວາມຮັບຜິດຊອບຖືເອົາການສ້າງທ້າຫັນປ່ຽນ ໂດຍສະເພາະແມ່ນຂະແໜງການເງິນ, ເອົາໃຈໃສ່ຄວາມຮັບຜິດຊອບທີ່ໄດ້ຮັບມອບໝາຍຕາມໜ້າທີການເມືອງຂອງບັນດາສະຫາຍ ເຊື່ອໝັ້ນວ່າບັນດາສະຫາຍທັງໝົດຈະໄດ້ມີການຕັດສິນໃຈຮັບເອົາການມອບໝາຍໃນຄັ້ງນີ້ມີຜົນສຳເລັດ ແລະ ກ້າວໜ້າໄປເລື້ອຍໆ.

