ອາເມລິກາ ຮຽກຮ້ອງ ສປປ ເກົາຫລີ ໃຫ້ຄວາມສຳຄັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ເຊົາທຸ້ມງົບໄປກັບໂຄງການນິວເຄຼຍ ແລະ ລູກສອນໄຟ

ນາງ ລິນດາ ໂທມັສ-ກຣີນຟິລ ເອກອັກຄະລາຊະທູດອາເມລິກາປະຈຳອົງການສະຫະປະຊາຊາດ (UN) ຮຽກຮ້ອງລັດຖະບານ ສປປ ເກົາຫລີ ໃຫ້ຄວາມສຳຄັນຕໍ່ຊີວິດການເປັນຢູ່ ແລະ ຄວາມຕ້ອງການຂອງປະຊາຊົນ ພ້ອມຍົກເລີກການສະໜັບສະໜູນງົບປະມານໃນໂຄງການອາວຸດທຳລາຍລ້າງສູງ ຄືນິວເຄຼຍ ແລະ ລູກສອນໄຟ.

“ເຮົາຮຽກຮ້ອງໃຫ້ ສປປ ເກົາຫລີ ສະແດງຄວາມມຸ່ງໝັ້ນເພື່ອການເປັນຢູ່ທີ່ດີຂອງປະຊາຊົນຂອງຕົນ ໂດຍການເຄົາລົບສິດທິມະນຸດ ແລະ ຍົກເລີກການສະໜັບສະໜູນງົບປະມານໂຄງການອາວຸດທຳລາຍລ້າງສູງ ແລະ ໂຄງການລູກສອນໄຟແບບຖິ້ມຕົວທີ່ຜິດກົດໝາຍ ແລະ ຈັດລຳດັບຄວາມສຳຄັນຕາມຄວາມຕ້ອງການຂອງປະຊາຊົນຂອງຕົນເອງ”

ທ່າທີຂອງອາເມລິກາມີຂຶ້ນຫລັງຈາກສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (United Nations Security Council: UNSC) ປະຊຸມສຸກເສີນກໍລະນີ ສປປ ເກົາຫລີ ທົດລອງຍິງລູກສອນໄຟຕໍ່ເນື່ອງເຖິງ 7 ຄັ້ງໃນເດືອນມັງກອນຜ່ານມາ ເຊິ່ງກອງປະຊຸມຮຽກຮ້ອງໃຫ້ ສປປ ເກົາຫລີ ຢຸດການບັນທອນຄວາມໝັ້ນຄົງໃນພາກພື້ນ.

ຂະນະທີ່ເອກອັກຄະລາຊະທູດຣັດເຊຍ ແລະ ຈີນ ກ່າວໃນກອງປະຊຸມ NUSC ເລື່ອງການຂວ້ຳບາດ ແລະ ຜົນກະທົບດ້ານມະນຸດສະທຳໃນວັນທີ 7 ກຸມພາ ໂດຍຕຳໜິການຂວ້ຳບາດຝ່າຍດຽວຕໍ່ ສປປ ເກົາຫລີ ວ່າຍິ່ງສົ່ງຜົນໃຫ້ສະຖານະການດ້ານສິດທິມະນຸດໃນ ສປປ ເກົາຫລີ ຮ້ານແຮງ ແລະ ຮຽກຮ້ອງໃຫ້ໃຊ້ມາດຕະການຂວ້ຳບາດຢ່າງຮອບຄອບ ແລະ ມີຄວາມຮັບຜິດຊອບ.

ທັງນີ້, ຂໍ້ມູນໃນລາຍງານລັບຂອງ UN ທີ່ເປີດເຜີຍອອກມາເມື່ອວັນທີ 5 ກຸມພາ ບົ່ງຊີ້ວ່າ: ສະຖານະການດ້ານມະນຸດສະທຳໃນ ສປປ ເກົາຫລີ ຮ້າຍແຮງລົງຕໍ່ເນື່ອງ ໂດຍສາເຫດຫລັກຄາດວ່າເປັນຜົນກະທົບຈາກມາດຕະການປິດປະເທດເພື່ອປ້ອງກັນໂຄວິດທີ່ເຂັ້ມງວດຂອງລັດຖະບານພຽງຢາງ. ຂະນະທີ່ ສປປ ເກົາຫລີ ຍັງທຸ້ມງົບປະມານໃສ່ການພັດທະນາໂຄງການນິວເຄຼຍ ແລະ ລູກສອນໄຟໃນປີຜ່ານມາ ໂດຍໃຊ້ການໂຈມຕີທາງໄຊເບີ ລັກເງິນຈາກບໍລິສັດແລກປ່ຽນຄຣິບໂຕເຄີເຣນຊີຫລາຍແຫ່ງ.

ອ້າງອີງ: