ແມນຢູ ຂາດທຶນອັນດັບ 1 ຕະຫລາດນັກເຕະໃນຮອບ 10 ປີ

ແມນເຊສເຕີ ຢູໄນເຕັດ ທີມດັງຂອງອັງກິດຄອງແຊ໊ມຈ່າຍຕະຫລາດໄດ້່ຢ່າງຕົກຕຳ່ທີ່ສຸດໃນບັນດາສະໂມສອນຈາກຫ້າລີກໃຫຍ່ຂອງຢູໂຣບໃນຮອບ 10 ປີທີ່ຜ່ານມາ ຫລັງຖືກເປີດເຜີຍວ່າ ຈ່າຍເງິນແບບບໍ່ມີປະໂຫຍດຈົນບັນຊີຕ້ອງຂາດທຶນມະຫາສານ.
ຫນ່ວຍສັງເກດການບານເຕະ ຫລື (CIES) ສະຖາບັນສຳຫລວດຂໍ້ມູນຂອງສະວິດເຊີແລນໄດ້ເປີດເຜີຍອອກມາໃນວັນທີ 7 ກຸມພານີ້ ວ່ານັບຕັ້ງແຕ່ປີ 2012 ເປັນຕົ້ນມາ ແມນເຊສເຕີ ຢູໄນເຕັດ ໃຊ້ເງິນຊື້ນັກເຕະເກີນກວ່າພັນລ້ານຢູໂຣ ເຊິ່ງຫລາຍທີ່ສຸດເປັນອັນດັບຫນຶ່ງຈາກຫ້າລີກໃຫຍ່ຂອງຢູໂຣບ ໂດຍມີ ແມນເຊສເຕີ ຊິຕີ ທີມຮ່ວມເມືອງຕາມມາເປັນອັນດັບ 2.
ຂະນະດຽວກັນ ແມນຢູ ຂາຍນັກເຕະກູ້ທຶນຄືນມາໄດ້ພຽງ 470 ລ້ານຢູໂຣເທົ່ານັ້ນ ເຊິ່ງເຮັດໃຫ້ພວກເຂົາຄອງແຊ໊ມໃນດ້ານການໃຊ້ຈ່າຍແບບຕິດລົບເມື່ອຄຳນວນຈາກຕົວເລກຕະຫລອດສິບປີທີ່ຜ່ານມາ ເຊິ່ງໃນບັນຫານີ້ມີທີມຈາກ ພຣີເມຍລີກຕິດໃນ 20 ອັນດັບ ຫລາຍເຖິງ 14 ສະໂມສອນ.
ມີການເປີດເຜີຍລາຍລະອຽດໃຫ້ເຫັນພາບຈະແຈ້ງວ່າ ແມນຢູ ເຄີຍລົງທຶນເປັນສະຖິຕິຂອງພຣີເມຍລີກ 89,5 ລ້ານປອນ ຄວ້າ ປອລ ປ໊ອກບາ ມາຮ່ວມທີມເມື່ອປີ 2016 ແຕ່ພວມຈະເສຍກອງກາງທີມຊາດຝຣັ່ງໃນລະດູການນີ້ໂດຍບໍ່ໄດ້ເງິນຕອບແທນກັບມາ ເນື່ອງຈາກລາວພວມຈະຫມົດສັນຍາ ແລະ ບໍ່ມີທ່າທີຈະຢູ່ກັບສະໂມສອນຕໍ່ໄປ.
ພ້ອມກັນນີ້ ແມນຢູ ລົງທຶນຊື້ ອອງໂຕນີ ມາຊີຢາລ ມາເສີມທີມໃນລາຄາ 36 ລ້ານປອນ ເມື່ອປີ 2015 ລວມເຖິງ ດອນນີ ຟານ ເດິ ເບັກ ທີ່ຍ້າຍມາໃນປີ 2020 ດ້ວຍຄ່າຕົວ 40 ລ້ານປອນ ແຕ່ບໍ່ໄດ້ໃຊ້ງານທັງສອງໄດ້ຢ່າງກຸ້ມຄ່າ ແລະ ປ່ອຍອອກໄປແບບຢືມຕົວທັງຄູ່ເມື່ອເດືອນຜ່ານມາ.
ສຳລັບ ແມນເຊສເຕີ ຊິຕີ ເຊິ່ງຄອງອັນດັບສອງໃນລາຍອັນດັບນີ້ ຂາດທຶນເປັນຈຳນວນ 984 ລ້ານຢູໂຣ ຕາມາດ້ວຍ ປາຣີສ ແຊັງ ແຊັກແມັງ 914 ລ້ານຢູໂຣ, ບາເຊໂລນາ 650 ລ້ານຢູໂຣ ແລະ ອາເຊນອລ 583 ລ້ານຢູໂຣ.

