ຄວນ ຫລື ບໍ່ຄວນ?

ໂດຍ: ທ່ຽງທຳ
ສະບາຍດີ ເພື່ອນຜູ້ອ່ານທີ່ຮັກແພງ, ເມື່ອມໍ່ໆມານີ້ ໄດ້ງິນຂ່າວອອກມາວ່າ: ບຸນຊ່ວງເຮືອປະເພນີທີ່ທ່າວັດຈັນນະຄອນຫລວງວຽງຈັນ ໃນໂອກາດບຸນອອກພັນສາປະວໍລະນາປີນີ້ຈະປ່ຽນມາເຮັດໃນໂອກາດບຸນຫໍ່ເຂົ້າສະຫລາກໃນລະຫວ່າງມື້ເພັງເດືອນສິບລາວ ເຊິ່ງກົງກັບວັນທີ 5 ກັນຍາ 2017 ນີ້ ໂດຍທາງຄະນະຮັບຜິດຊອບຈັດງານບຸນດັ່ງກ່າວອ້າງວ່າ: ຖ້າຈະໃຫ້ງານບຸນຊ່ວງເຮືອປະເພນີດັ່ງກ່າວໄປຈັດຕາມປົກກະຕິທີ່ເຄີຍເຮັດມາແມ່ນມື້ແຮມຄໍ່າໜຶ່ງຂອງເດືອນ 11 ລາວ ໃນມື້ອອກພັນສານັ້ນ ຢ້ານວ່ານ້ຳຂອງບ່ອນທີ່ເຄີຍຈັດນັ້ນນ້ຳຈະບົກແຫ້ງ ຈຳເປັນຕ້ອງໄດ້ຫຍັບຂຶ້ນໄປຈັດຢູ່ເຂດຂຸນຕາ, ວັດໄຕ, ສີໄຄ ແລ້ວຈະບໍ່ແມ່ນບຸນຊ່ວງເຮືອທ່າວັດຈັນອີກ.
ຕໍ່ແນວຄວາມຄິດດັ່ງກ່າວ, ກໍມີຫລາຍຫາງສຽງຂອງສັງຄົມ, ສ່ວນໜຶ່ງແມ່ນເຫັນພ້ອມ ແລະ ເຫັນວ່າການປ່ຽນແປງວັນເວລາດັ່ງກ່າວກໍຈະເປັນການດີ ເພື່ອໃຫ້ງານປະເພນີຊ່ວງເຮືອທ່າວັດຈັນມີບັນຍາກາດດີ, ແຕ່ຫາງສຽງສ່ວນຫລາຍແມ່ນບໍ່ເຫັນພ້ອມ ເພາະງານບຸນຊ່ວງເຮືອດັ່ງກ່າວເປັນງານບຸນປະເພນີທີ່ເຄີຍໄດ້ປະຕິບັດກັນມາໃນໂອກາດບຸນອອກພັນສາມາແຕ່ດົນນານແລ້ວ ໂດຍສະເພາະແມ່ນແນວໂຮມ ແລະ ຖົ້າແກ່ອາວຸໂສໃນເມືອງຈັນທະບູລີແມ່ນໄດ້ຄັດຄ້ານຕໍ່ການຈະປ່ຽນແປງດັ່ງກ່າວ ໂດຍອ້າງວ່າມັນຈະເປັນການບໍ່ເຄົາລົບນັບຖືຮີດຄອງປະເພນີອັນດີງາມທີ່ຊາວເມືອງດັ່ງກ່າວເຄີຍໄດ້ປະຕິບັດມາແຕ່ບູຮານນະການ ແລະ ໃຫ້ເຫດຜົນວ່າ: ເຖິງນ້ຳຂອງໃນເຂດທ່າວັດຈັນຈະຕື້ນເຂີນ ແລະ ໄປຈັດຢູ່ບ່ອນໃດກໍໄດ້ ແຕ່ໃຫ້ມັນເປັນບຸນຊ່ວງເຮືອປະເພນີທ່າວັດຈັນຕະຫລອດໄປ. ເອົາລະນີ້ເປັນຫາງສຽງຂອງສັງຄົມ ເຊິ່ງລາຍລະອຽດແນວໃດແທ້ ທາງອຳນາດການປົກຄອງນະຄອນຫລວງວຽງຈັນຈະໃຫ້ຄວາມກະຈ່າງແຈ້ງໃນໄວໆນີ້.

