ຄະນະກໍາມະການພາຣາແລມປິກແຫ່ງຊາດລາວ ມອບເຄື່ອງຊ່ວຍເຫຼືອຕ້ານໄພໜາວ ແລະ ອຸປະກອນການຮຽນ ເພື່ອຊຸກຍູ້ວຽກງານສຶກສາ-ກິລາ ໃຫ້ແຂວງໄຊສົມບູນ

ວັນທີ 7 ກຸມພາ 2022 ນີ້, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ, ປະທານຄະນະກໍາມະການພາຣາແລມປິກ ແຫ່ງຊາດລາວ ພ້ອມດ້ວຍຄະນະໄດ້ເຂົ້າພົບປະການນໍາແຂວງໄຊ ໂດຍການຕ້ອນຮັບຂອງທ່ານ ຕົ່ງມົວ ຊົວໂກ້, ຮອງເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນໍາຂອງແຂວງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ກ່າວວ່າ: ການຢ້ຽມຢາມຄັ້ງນີ້ເພື່ອນໍາເອົາເຄື່ອງນຸ່ງຫົ່ມ, ອຸປະກອນການຮຽນ ແລະ ອຸປະກອນກິລາ ຈໍານວນໜຶ່ງ ມາປະກອບສ່ວນຊຸກຍູ້ຊ່ວຍເຫຼືອນ້ອງນັກຮຽນຄົນພິການ ແລະ ບໍ່ພິການ ຊັັ້ນປະຖົມສຶກສາ ໃນຂອບເຂດທົ່ວແຂວງ ເພື່ອໃຫ້ເຂົາເຈົ້າໄດ້ມີອຸປະກອນນໍາໃຊ້ເຂົ້າໃນການຮຽນ-ການສອນ ຢ່າງພຽງພໍ, ຊຶ່ງເຄື່ອງທີ່ນໍາມາມອບປະກອບມີ: ເສື້ອກັນໜາວ ຈໍານວນ 1,050 ຜືນ, ປຶ້ມຂຽນ 5,250 ຫົວ; ບິກ 3,150 ກ້ານ; ສໍ 15,750 ກ້ານ; ໄມ້ບັນທັດ 1,050 ອັນ; ຢາງລຶບ 9,450 ກ້ອນ; ໂຮງແຫຼມສໍ 1,050 ກັບ; ບານເຕະ 105 ໜ່ວຍ; ບານສົ່ງ 105 ໜ່ວຍ; ກະຕໍ້ 121 ໜ່ວຍ; ຕານ່າງບານສົ່ງ 105 ດາງ; ຕານ່າງກະຕໍ້ 105 ດາງ ແລະ ເຊືອກດຶງກິລາ 97 ເສັ້ນ ລວມມູມຄ່າທັງໝົດ ຈໍານວນ 115,000,000 ກີບ.
ໃນນີ້, ເຄື່ອງຈໍານວນໜຶ່ງ ແມ່ນຈະໄດ້ມອບໃຫ້ອົງການປົກຄອງແຂວງ ນໍາໄປມອບຕໍ່ໃຫ້ອົງການຈັດຕັ້ງບ້ານ ເພື່ອແຈກຢາຍນ້ອງນັກຮຽນ ໃຫ້ທົ່ວເຖິງ ແລະ ອີກຈໍານວນໜຶ່ງ ແມ່ນທາງຄະນະຈະເປັນຜູ້ລົງໄປມອບໃຫ້ອົງການປົກຄອງ ເມືອງລ້ອງແຈ້ງ ແລະ ໂຮງຮຽນປະຖົມສຶກສາ ບ້ານພູກອງເຂົ້າ. ເຊິ່ງ ເຄື່ອງຈໍານວນທັງໝົດ ແມ່ນໄດ້ຮັບການຮ່ວມມື ລະຫວ່າງ ຄະນະກໍາມະການພາຣາແລມປິກ ແຫ່ງຊາດລາວ ແລະ ສະຫະພັນກິລາແລ່ນ-ລານຄົນພິການ ແຫ່ງຊາດລາວ ເປັນຜູ້ຮັບຜິດຊອບລະດົມ ເອົາການຊ່ວຍເຫຼືອຈາກພາກສ່ວນຕ່າງໆ.

