ເລສເຕີ ສັ່ງລົງໂທດແຟນບານກໍ່ເຫດຕີນັກເຕະຄູ່ແຂ່ງ ຫ້າມເຂົ້າສະຫນາມຕະຫລອດຊີວິດ

ສະໂມສອນ ເລສເຕີ ຊິຕີ ສັ່ງລົງໂທດແຟນບານທີ່ກໍ່ເຫດລົງໄປຊົກນັກເຕະຄູ່ແຂ່ງໃນເກມ ເອຟເອ ຄັບ ຮອບ 4 ເຊິ່ງຈະຖືກຫ້າມຊົມເກມທີ່ທີມຮັກລົງສະຫນາມຕະຫລອດຊີວິດ.
ຫລັງຈາກການແຂ່ງຂັນທີ່ ເລສເຕີ ຊິຕີ ບຸກໄປເສຍໃຫ້ ນັອດຕິງແຮມ ຟໍເຣສ ທີມລີກຮອງແບບຂາດລອຍ 1-4 ໃນການແຂ່ງຂັນ ເອຟເອ ຄັບ ຮອບ 4 ໃນມື້ຄືນວັນທີ 6 ທີ່ຜ່ານມາ ສົ່ງຜົນໃຫ້ແຊ໊ມເກ່ົາເມື່ອປີກາຍຕ້ອງຕົກຮອບຫມົດສິດປ້ອງກັນແຊ໊ມແລ້ວ.
ໃນລະຫວ່າງການແຂ່ງຂັນດັ່ງກ່າວ ຕອນທີ່ເຈົ້າຖິ່ນຍິງປະຕູທີ 3 ຂຶ້ນນຳເລສເຕີ ຊິຕີ 3-0 ໃນນາທີທີ 32 ຈັງຫວະທີ່ທີມເຈົ້າຖິ່ນພວມດີໃຈນັ້ນ ມີແຟນບານຄົນຫນຶ່ງໄດ້ລົງໄປທຳຮ້າຍນັກເຕະຂອງ ນັອດຕິງແຮມ ຟໍເຣສ ກ່ອນຈະຖືກປ້ອງກັນຂອງສະຫນາມບິນຄຸມຕົວອອກໄປ ແລະ ສືບສວນຮູ້ພາຍຫລັງວ່າເປັນແຟນບານຂອງ ເລສເຕີ ຊິຕີ.
ຫລ້າສຸດ ເດິ ມິຣເຣີ ສື່ກິລາຊື່ດັງຂອງອັງກິດ ລາຍງານວ່າຈາກເຫດການນີ້ ເລສເຕີ ຊິຕີ ກໍບໍ່ໄດ້ນິ້ງນອນໃຈ ແລະ ສັ່ງລົງໂທດແຟນບານຄົນນີ້ຫ້າມເຂົ້າຊົມການແຂ່ງຂັນທີ່ສະໂມສອນລົງຫລິ້ນທັງເກມເປີດໃນບ້ານ ແລະ ຢາມ ຕະຫລອດຊີວິດ ແລະ ຈະດຳເນີນຄະດີທາງກົດຫມາຍຢ່າງເດັດຂາດນຳອີກ.
ຄວາມປະລາໄຊຂອງ ເລສເຕີ ຊິຕີ ໃນເກມນີ້ ສົ່ງຜົນໃຫ້ ນັອດຕິງແຮມ ຟໍເຣສ ຜ່ານເຂົ້າສູ່ຮອບ 16 ທີມສຸດທ້າຍໄດ້ສຳເລັດ ໂດຍຈະເຂົ້າໄປພົບກັບ ຮັດເດີຟິລ ທາວ ໃນຮອບຕໍ່ໄປ.

