ແຂວງໄຊສົມບູນ ເກັບລາຍຮັບບັນລຸໄດ້ 613.90 ຕື້ກີບ ເກີນແຜນ 221.62 ຕື້ກີບ

ວັນທີ 03 ກຸມພາ 2022 ພະແນກການເງິນ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມ ປະເມີນຄືນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ທີ່ຕິດພັນກັບຂະແໜງການເງິນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ແຜນງົບປະມານ ປີ 2022 ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານຮ່ວມ ຂອງທ່ານ ບຸນປອນ ວັນນະຈິດ, ຮອງລັດຖະມົນຕີກະຊວງການເງິນ, ທ່ານ ສຸກສະຫວາດ ວົງພູມເຫລັກ, ຮອງເຈົ້າແຂວງໄຊສົມບູນ, ມີທ່ານ ແດງ ປະທຸມທອງ, ປະທານສະພາປະຊາຊົນ ແຂວງ, ມີບັນດາຫົວໜ້າກົມ-ຮອງກົມ ພ້ອມດ້ວຍບັນດາຫົວໜ້າພະແນກການ, ອົງການ-ກົມກອງ, ທ່ານເຈົ້າເມືອງ 5 ເມືອງ ຕະຫຼອດຮອດພະນັກງານຫຼັກແຫຼ່ງຂະແໜງການເງິນທັງ 3 ຂະແໜງສາຍຕັ້ງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ປອ ທອງປະເສີດ ໄຊຍະລາດ, ຫົວໜ້າພະແນກການເງິນ ແຂວງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດ ປີ 2021 ແລະ ທິດທາງແຜນງົບປະມານ ປີ 2022. ເຊິ່ງພະແນກການເງິນ ແຂວງໄຊສົມບູນ ໄດ້ເອົາໃສ່ຈັດຕັ້ງປະຕິບັດແຜນງົບປະມານ ປະຈໍາປີ 2021 ຢ່າງຕັ້ງໜ້າ ໂດຍສະເພາະແມ່ນສຸມໃສ່ຈັດຕັ້ງປະຕິບັດ ດຳລັດເລກທີ 414/ລບ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ ໃນການພັດທະນາເສດຖະກິດ-ສັງຄົມ ໂດຍການເພີ່ມທະວີກົນໄກການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານ ໃຫ້ບັນລຸຕາມແຜນການ, ຖືກຕ້ອງຕາມລະບຽບກົດໝາຍ. ສາມາດຈັດຕັ້ງປະຕິບັດຈັດເກັບລາຍຮັບບັນລຸໄດ້ 613.90 ຕື້ກີບ, ເທົ່າກັບ 156,50%, ເກີນແຜນ 221.62 ຕື້ກີບ ເທົ່າກັບ 56,50%; ການຄຸ້ມຄອງລາຍຈ່າຍ ສາມາດຈັດຕັ້ງປະຕິບັດໄດ້ 436.97 ຕື້ກີບ, ເທົ່າກັບ 97,89%, ຈັດແບ່ງຂັ້ນຄຸ້ມຄອງໃຫ້ບັນດາເມືອງ, ຕິດຕາມ, ກວດກາ ການຈັດເກັບລາຍຮັບ-ລາຍຈ່າຍ ດ້ວຍລະບົບ (TaxRis) ແລະ ຜ່ານລະບົບທະນາຄານ.
ພ້ອມດຽວກັນນີ້ ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດ-ຄຳເຫັນ ພ້ອມທັງແນະນຳ ວຽກງານວາລະແຫ່ງຊາດ ທີ່ຕິດພັນກັບຂະແໜງການຂອງຕົນ ຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ.
ໂອກາດດັ່ງກ່າວ ທ່ານ ບຸນປອນ ວັນນະຈິດ ຮອງລັດຖມົນຕີກະຊວງການງິນ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ກອງປະຊຸມ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະ 1 ປີ ຜ່ານມາ ພ້ອມທັງເນັ້ນໜັກບາງວຽກງານທີ່ເປັນຈຸດສຸມ ຄື: ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ເອົາໃຈໃສ່ແບ່ງຄວາມຮັບຜິດຊອບຈະແຈ້ງ ແນໃສ່ສ້າງພະນັກງານຫັນເປັນທັນສະໄໝ, ພ້ອມກັນຈັດຕັ້ງຜັນຂະຫຍາຍນິຕິກໍາຂອງກະຊວງການເງິນ ເພື່ອຊຸກຍູ້ດ້ານລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ປັບປຸງກົນໄກບໍລິຫານ, ກົນໄກຈັດເກັບລາຍຮັບ, ຄຸ້ມຄອງລາຍຈ່າຍ ແລະ ຕ້ານການຮົ່ວໄຫຼງົບປະມານ ແຫ່ງລັດ ແບບໃໝ່ໃຫ້ເຂັ້ມງວດ ເພື່ອໃຫ້ຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ, ຫັນການຄຸ້ມຄອງແບບໃໝ່ ໃຫ້ແກ່ສວຍສາອາກອນບັນດາເມືອງ ທີ່ມີເງື່ອນໄຂພ້ອມທັງຊຸກຍູ້, ຕິດຕາມ, ກວດກາ ທັງນີ້ກໍເພື່ອແນໃສ່ ສ້າງຄວາມໝັ້ນທ່ຽງ ໃຫ້ແກ່ພະນັກງານພະແນກການເງິນແຂວງໄຊສົມບູນ ໃຫ້ນັບມື້ນັບສູງຂຶ້ນ.

