ຣັງນິກ ຍອມຮັບ ກຣີນວູດ ມີຄະດີ ເຮັດໃຫ້ ລິນກາດ ພາດໂອກາຍ້າຍທີມ

ຣາຟ ຣັງນິກ ຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ ຍອມຮັບການເສຍ ເມສັນ ກຣີນວູດ ທີ່ຖືກໂທດຫ້າມບໍ່ຫຍຸ້ງກ່ຽວກັບສະໂມສອນຢ່າງບໍ່ມີກຳນົົດ ຫລັງກໍ່ຄະດີຊື່ດັງຄືເຫດຜົນສຳຄັນທີ່ເຮັດໃຫ້ ເຈສຊີ ລິນກາດ ພາດໂອກາດຍ້າຍທີມ.
ຣາຟ ຣັງນິກ ຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ ທີມໃຫຍ່ແຫ່ງພຣີເມຍລີກ ອັງກິດ ຍອມຮັບການຖືກສະໂມສອນສັ່ງຫ້າມບໍ່ມີກຳນົດຂອງ ເມສັນ ກຣີນວູດ ດາວຍິງຈອມຫຍຸ້ງ ເຊິ່ງຕົກເປັນຜູ້ຕ້ອງສົງໄສໃນຄະດີທຳຮ້າຍຮ່າງກາຍ ແລະ ຂົ່ມຂືນແຟນສາວຄືຫນຶ່ງໃນສາເຫດສຳຄັນທີ່ເຮັດໃຫ້ ເຈສຊີ ລິນກາດ ກອງກາງສາລະພັດປະໂຫຍດ ພາດໂອກາດຍ້າຍສັງກັດເມື່ອໄລຍະເປີດຕະຫລາດນັກເຕະເດືອນທັນວາທີ່ຜ່ານມາ.
ລິນກາດ ໄດ້ຮັບຄວາມສົນໃຈຈາກຫລາຍສະໂມສອນໃນພຣີເມຍລີກ ແລະຕ້ອງການຍ້າຍໄປຫລິ້ນໃຫ້ ນິວຄາສເຊິລ ຢູໄນເຕັດ ຫລື ເວສແຮມ ຢູໄນເຕັດ ແບບຢືມຕົວໃນຕະຫລາດນັກເຕະຫນ້າຫນາວນີ້.
ແຕ່ສຸດທ້າຍກໍຕ້ອງຜິດຫວັງ ເມືື່ອ ແມນເຊສເຕີ ຢູໄນເຕັດ ຕັດສິນໃຈເກັບເອົາໄວ້ໃຊ້ງານຕໍ່ໄປຈົນຈົບລະດູການ ເຖິງຈະຮູ້ຢູ່ເຕັມອົກວ່າ ຈະຕ້ອງເສຍ ດາວເຕະອາຍຸ 29 ປີໄປແບບບໍ່ມີຄ່າຕົວ ຫລັງຫມົດສັນຍາໃນໄລຍະລະດູການນີ້ກໍຕາມ ເຊິ່ງ ຣັງນິກ ຍອມຮັບວ່າ ປັດໄຈຫນຶ່ງທີ່ເຮັດໃຫ້ສະໂມສອນຕ້ອງຕັດສິນໃຈເກັບ ລິນກາດ ເອົາໄວ້ຕໍ່ໄປກໍເພາະເລື່ອງຄະດີຊື່ດັງທີ່ເກີດຂຶ້ນກັບ ກຣີນວູດ ນັ້ນເອງ.
ຣັງນິກ່າວ ກ່າວວ່າ ‘‘ ມັນມີຢູ່ 2 ເລື່ອງ ຫນຶ່ງເຮົາມີບັນຫາກ່ຽວກັ ເມສັນ ກຣີນວູດ ແລະ ບໍ່ມີນັກເຕະໃຫ້ໃຊ້ງານໃນຕອນນີ້ ສອງສະໂມສອນບໍ່ສາມາດບັນລຸຂໍ້ຕົກລົງກັບສະໂມສອນອື່ນໄດ້ ’’.
ນອກຈາກນີ້ ຜູ້ຈັດການທີມຊາວເຢຍລະມັນ ຍັງຢືນຢັນອີກວ່າ ລິນກາດ ຈະບໍ່ມີສ່ວນຮ່ວມໃນເກມເອຟເອ ຄັບ ຮອບ 4 ກັບ ມິດເດິລສະໂບ ໃນວັນສຸກນີ້ ເນື່ອງຈາກໄດ້ຮັບອະນຸຍາດໃຫ້ຢຸດພັກເພື່ອເຮັດໃຈຫລັງຜິດຫວັງທີ່ບໍ່ໄດ້ຍ້າຍສັງກັດ.
‘‘ ລາວຖາມຂ້ອຍ ແລະ ສະໂມສອນວ່າ ຈະຂໍຢຸດພັກເຮັດໃຈຈັກ 2 ມືໄດ້ບໍ່ ແລະ ຈາກນັ້ນລາວຈະກັບມາສົມທົບກັບຫມູ່ຮ່ວມທີມອີກເທື່ອຫນຶ່ງ ຂ້ອຍຄິດວ່າ ຫນ້າຈະເປັນວັນຈັນທີ່ລາວຈະກັບມາຊ້ອມ ແລະ ກັບມາເປັນສ່ວນຫນຶ່ງຂອງທີມອີກເທື່ອຫນຶ່ງ ’’ ຣັງນິກ ກ່າວປິດທ້າຍ.

