ໄອໂອຊີ ຮອງຮັບ 28 ກິລາ ສູ່ໂອລິມປິກ 2028

ການປະຊຸມໃຫຍ່ ໄອໂອຊີ (IOC) ຫລື ຄະນະກຳມະການໂອລິມປິກສາກົນ ຫລ້າສຸດ ທີ່ປັກກິ່ງ ປະກາດຮອງຮັບ 28 ຊະນິດກິລາເຂົ້າແຂ່ງຂັນກິລາໂອລິມປິກ 2028 ທີ່ລອສແອນເຈລິສ ຢ່າງເປັນທາງການແລ້ວ ແຕ່ຍັງບໍ່ມີ 2 ປະເພດກິລາ ຄື ມວຍສາກົນ ແລະ ຍົກນ້ຳຫນັກ ແຕ່ໄອໂອຊີ ຍັງປານີ ຂີດເສັ້ນຕາຍໃຫ້ຮີບປັບປຸງແກ້ໄຂບັນຫາ ໃຫ້ໄອໂອຊີ ພໍໃຈພາຍໃນປີຫນ້າ ທີ່ອາດເຮັດໃຫ້ໄດ້ຮັບການບັນຈຸເພີ່ມໃນການປະຊຸມໄອໂອຊີ ປີ 2023.

ການປະຊຸມໄອໂອຊີ ເຊສຊັນ ສະໄຫມທີ 139 ຫລືການປະຊຸມໃຫຍ່ຂອງຄະນະກຳມະການໂອລິມປິກສາກົນ ( IOC ) ເຊິ່ງຖະແຫລງປະເດັນສຳຄັນຫລ້າສຸດ ສະຫລຸບເຖິງຊະນິດກິລາທີ່ຈະບັນຈຸຊີງຊີງໃນກິລາໂອລິມປິກ 2028 ທີ່ລອສແອນເຈລິສ ສະຫະລັດອາເມລິກາ ວ່າ ສຳລັບໂປຣແກຣມການແຂ່ງຂັນກິລາເບື້ອງຕົ້ນຂອງການແຂ່ງຂັນໂອລິມປິກທີ່ລອສແອນເຈລິສໃນປີ 2028 ຈະປະກອບດ້ວຍ 28 ຊະນິດກິລາເປັນທາງການ ລວມເຖິງ ສະເກັດບອດ, ປີນເຂົາ ແລະ ກະດານໂຕ້ຄື້ນ ໂດຍມຸ້ງເນັ້ນໄປທີ່ເຍົາວະຊົນ ໄດ້ຮັບການອະນຸມັດເມືື່ອວັນທີ 3 ກຸມພາ ໃນການປະຊຸມໃຫຍ່ຄະນະກຳມະການໂອລິມປິກສາກົນ ສະໄຫມທີ 139 ໃນນະຄອນຫລວງປັກກິ່ງ.

ກິລາ 28 ລາຍການທີ່ລວມຢູ່ໃນໂປຣແກຣມກິລາເບື້ອງຕົ້ນຢູ່ພາຍໃຕ້ສະຫະພັນລະຫວ່າງປະເທດ ຫລືສະຫະພັນກິລານໆຊາດ (IFS) ທີ່ໄອໂອຊີ ຮັບຮອງໄດ້ແກ່ ແລ່ນລານໂລກ, ເຮືອພາຍໂລກ (FISA), ສະຫະພັນດອກປີກໄກ່ນາໆຊາດ (BWF), ສະຫະພັນບານບ້ວງສາກົນ (FIBA), ສະຫະພັນເຮືອແຄນູນາໆຊາດ (ICF), ຢູນຽນ ໄຊຄລິສ ອິນເຕີເນຊັນແນລ (UCI) ຫຼື ສະຫະພັນ​ລົດຖີບ​ສາກົນ, ສະຫະພັນ​ກິລາ​ຂີ່​ມ້າ​ສາກົນ (FEI), ສະຫະພັນ​ຟັນດາບສາກົນ (FIE), ສະຫະພັນ​ບານເຕະ​ສາກົນ (FIFA), ສະຫະພັນ​ກ໊ອຟສາກົນ (IGF) , ສະຫະພັນກິລາກາຍຍະກຳສາກົນ (FIG), ສະຫະພັນບານມື ສາກົນ (IHF), ສະຫະພັນ  ສາກົນ ຮັອກກີ (FIH), ສະຫະພັນ ຢູໂດ ສາກົນ (IJF),  ຢູໄນເຕັດເວີນເຣສລິງ (UWW) ຫຼື ມວຍປ້ຳ, ສະຫະພັນລອຍນ້ຳ (FINA), ຣັກບີໂລກ, ເທຄວັນໂດໂລກ (WT), ສະຫະພັນເທນນິດສາກົນ. (ITF), ສະຫະພັນກິລາປິງປ໋ອງ (ITTF),  ສະຫະພັນກິລາຍິງປືນ (ISSF), ສະຫະພັນກິລາຍິງທະນູໂລກ (WA), ໄຕກິລາໂລກ (TRI), ສະເກັດໂລກ (WSK) ສະຫະພັນກິລາປີນພູສາກົນ (IFSC).

ທັງນ ສະເກັດບອດ ປີນເຂົາ ແລະ ເຊີບ ຫລື ກະດານໂຕ້ຄື້ນ ເປັນກິລາທີ່ເນັ້ນເຍົາວະຊົນທັງຫມົດ ໄດ້ເປີດຕົວໃນໂອລິມປິກທີ່ໂດໂຕກຽວ 2020 ຢ່າງປະສົບຄວາມສຳເລັດ ແລະ ທັງຫມົດນີ້ ມີຮາກຖານຢູ່ໃນແຄລິບປໍເນຍ ສະຫະລັດ ອາເມລິກາ ເຊິ່ງການປະຊຸມຍັງພິຈາລະນາບັນຫາສະເພາະດ້ານກິລາລວມເຖິງຜົນກະທົບຕໍ່ຄ່າໃຊ້ຈ່າຍໂດຍລວມ ແລະ ຄວາມຊັນຊ້ອນຂອງເກມ ຂະນະທີ່ກິລາທີ່ຍິງມີບັນຫາຄື

ມວຍສາກົນ, ຍົກນ້ຳຫນັກ  ແລະ ປັນຈະແລ່ນລານສະໄຫມໃຫມ່ ຍັງມີໂອກາດບັນຈຸເຂົ້າຢູ່ ໃນການປະຊຸມໄອໂອຊີ ປີຫນ້າ ໃນປີ 2023 ທີ່ອາດຈະມີການເພີ່ມຕື່ມຍ້າຍໄປໃນ ແອລເອ 2028 ໂດຍການປະກດ 28 ຊະນິດກິລາເບື້ອງຕົ້ນຄັ້ງນີ້ ເພື່ອໃຫ້ທຸກຝ່າຍທີ່ກ່ຽວຂ້ອງຫມັ້ນໃຈ ແລະ ມີເວລາກຽມພ້ອມ.

ສຳລັບ ມວຍສາກົນ, ກິລາຍົກນ້ຳຫນັກ ແລະ ປັນຈະແລ່ນລານສະໄຫມໃຫມ່ ທາງໄອໂອຊີ ຊີ້ວ່າ ອາດໄດ້ຮັບບັນຈຸເພີ່ມໃນປີຫນ້າ ທັງນີ້ເພາະທັງ 3 ອົງກອນກິລາ ຕ້ອງປັບປຸງພັດທະນາ ແລະ ປະຕິຮູບອົງກອນ ລະບົບການຕັດສິນ ຄວາມປອດໃສ ລວມທັງໃນກໍລະນີຕ່າງໆ ທີໄອໂອຊີກັງວົນ ໃຫ້ໄອໂອຊີພໍໃຈໄດ້ພາຍໃນປີ 2023 ເປັນການໃຫ້ໂອກາດແກ່ 3 ອົງການກິລາດັ່ງກ່າວ.