ຖືກຈັບມາດຳເນີນຄະດີແລ້ວ! ຜູ້ສໍ້ໂກງຊັບພົນລະເມືອງ ຕົວະຊື້ງົວເຂດເມືອງສັງທອງໄປຂາຍກ່ອນ ລວມມູນຄ່າເສຍຫາຍ 800 ລ້ານກວ່າກີບ

ອີງຕາມປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ (ນວ)  ລາຍງານວ່າ:  ເວລາ 16:00 ໂມງ ວັນທີ 31 ມັງກອນ 2022, ປກສ ກຸ່ມສີວິໄລ ເມືອງໄຊທານີ ນວ ສົມທົບກັບອໍານາດການປົກຄອງບ້ານຄຳຮູ່ງ ກັກຕົວ ແລະ ນຳສົ່ງ ນາງ ພອນມະລີ ອາຍຸ 33 ປີ ຄ້າຂາຍ ຢູ່ບ້ານຄຳຮູ່ງ, ເມືອງໄຊທານີ ນວ ຂໍ້ກ່າວຫາ: ສໍ້ໂກງຊັບພົນລະເມືອງ ໃຫ້ກອງບັນຊາການ ປກສ ເມືອງໄຊທານີ ດໍາເນີນຄະດີ.

ນາງ ພອນມະລີ  (ຜູ້ຖືກຫາ)  ໄດ້ຮັບສາລະພາບວ່າ: ໄລຍະຜ່ານມາຕົນໄດ້ໃຊ້ຮູບການໄປເລາະຊື້ງົວນຳປະຊາຊົນ ຢູ່ເຂດເມືອງສັງທອງ ນວ, ຈາກນັ້ນຕົວະວ່າເອົາງົວໄປຂາຍກ່ອນ ໄດ້ເງິນຈິ່ງຈະເອົາມາໃຫ້ຜູ້ປະຊາຊົນຜູ້ຖືກເສຍຫາຍ; ເຊິ່ງຜ່ານມາມີຜູ້ຫລົງເຊື່ອແລ້ວ 11 ຄົນ ລວມມູນຄ່າປະມານ 800 ລ້ານກວ່າກີບ.
ເຈົ້າໜ້າທີ່ ປກສ ກຸ່ມສີວິໄລ ໃຫ້ຮູ້ວ່າ: ຜູ້ກ່ຽວເຄີຍຖືກກັກຕົວມາແລ້ວ 1 ຄັ້ງ ຂໍ້ຫາສໍ້ໂກງຊັບພົນລະເມືອງ ແລະ ໄດ້ຮັບການປ່ອຍຕົວພາງ ວັນທີ 13 ຕຸລາ 2020, ຜົນເສຍຫາຍປະມານ 300 ລ້ານກວ່າກີບ ແລະ ໄດ້ອອກມາເຄື່ອນໄຫວສໍ້ໂກງຊັບຄືເກົ່າ. ປັດຈຸບັນເຈົ້າໜ້າທີ່ ພວມດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.