ຮອງລັດຖະມົນຕີກະຊວງການເງິນ ຕ້ອນຮັບຄະນະອົງການຕິດຕາມເສດຖະກິດມະຫາພາກອາຊຽນ+3

ວັນທີ 31 ມັງກອນ 2022, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ, ພ້ອມຫົວໜ້າກົມການເງິນຕ່າງປະເທດ, ຫົວໜ້າກົມຄຸ້ມຄອງໜີ້ສິນສາທະລະນະ, ຄະນະກົມ, ຄະນະວິຊາການຈາກກົມກ່ຽວຂ້ອງ ໄດ້ຕ້ອນຮັບການເຂົ້າພົບຂອງທ່ານ ໂຕຊິໂນຣິ ໂດອິ ຜູ້ອຳນວຍການອົງການຕິດຕາມເສດຖະກິດມະຫາພາກອາຊຽນ+3 (ASEAN+3 Macroeconomic Research Office: AMRO) ພ້ອມດ້ວຍຄະນະເພື່ອເຂົ້າລາຍງານຜົນການເຄື່ອນໄຫວຕິດຕາມເສດຖະກິດມະຫາພາກຂອງສປປ ລາວ ປະຈໍາປີ 2021 (Annual Consultation Visit) ໃນລະຫວ່າງວັນທີ 17-28 ມັງກອນ 2022 ແລະ ລາຍງານຄວາມຄືບໜ້າ, ພ້ອມທັງປຶກສາຫາລືການຮ່ວມມືດ້ານວິຊາການໃຫ້ກັບກະຊວງການເງິນ.
ຜ່ານການມາເຄື່ອນໄຫວເຮັດວຽກໃນໄລຍະ 2 ອາທິດທີ່ຜ່ານມາ ຄະນະວິຊາການອົງການ AMRO ໄດ້ຕີລາຄາ ແລະ ປະເມີນເສດຖະກິດມະຫາພາກ ຂອງ ສປປ ລາວໃນປີ 2021 ຄື: ປີ 2021 ສປປ ລາວ ມີເສດຖະກິດຂະຫຍາຍຕົວໃນລະດັບ 2,6%(ຕ່ຳກວ່າການຂາດຄະເນໃນເບື້ອງຕົ້ນ ໃນລະດັບ 3%), ອັນເນື່ອງມາຈາກຍັງຄົງໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ການຄາດຄະເນການຂາດດຸນງົບປະມານໃນປີ 2021 ແມ່ນປະມານ 2,0% ຂອງ GDP. ເຖິງຢ່າງໃດກໍຕາມ, ການຄາດຄະເນເສດຖະກິດມະຫາພາກຂອງ ສປປ ລາວ ໃນສົກປີ 2022 ແມ່ນຄາດວ່າຈະສາມາດຟື້ນຕົວຈາກການຊຸກຍູ້ຂອງ ຂະແໜງພະລັງງານ, ການຂົນສົ່ງທາງບົກ, ການຜະລິດກະສິກຳເພື່ອການສົ່ງອອກ, ການເປີດຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດໃນເຂດການທ່ອງທ່ຽວສີຂຽວ, ເຊິ່ງຈະເຮັດໃຫ້ GDP ສາມາດຂະຫຍາຍຕົວຢູ່ໃນລະດັບ 3,9%.
ໃນໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີກະຊວງການເງິນ ກໍ່ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ຜົນສໍາເລັດຂອງອົງການ AMRO ໃນໄລຍະ 10 ປີທີ່ຜ່ານມາ, ໃນການປະຕິບັດພາລະບົດບາດການຕິດຕາມຄວາມສ່ຽງດ້ານເສດຖະກິດມະຫາພາກ ໃນພາກພື້ນອາຊຽນ+3 ແລະ ປະເທດສະມາຊິກ ແລະ ໃຫ້ຂໍ້ແນະນໍາດ້ານນະໂຍບາຍໃນການມາເຄື່ອນໄຫວຕິດຕາມເສດຖະກິດມະຫາພາກຢູ່ ສປປ ລາວ, ພ້ອມທັງກະກຽມຫນ້າວຽກຄວາມພ້ອມ ໃນການສະໜັບສະໜັບໃນການດ້ານວຽກງານໃນການຈັດຕັ້ງປະຕິບັດ ຂໍ້ລິເລີ່ມຊຽງໃໝ່ ເປັນກົນໄກຫລາຍຝ່າຍ ແລະ ວຽກງານການຊ່ວຍເຫລືອດ້ານວິຊາການໃຫ້ແກ່ປະເທດສະມາຊິກ ກໍ່ຄືການຮ່ວມມືລະຫວ່າງກະຊວງການເງິນ ແລະອົງການ AMRO ໃນຂອບການໃຫ້ຄວາມຊ່ວຍເຫຼືອດ້ານວິີຊາການ ໃນການຮັບເອົາພະນັກງານໄປຝຶກງານໃນໄລຍະສັ້ນ ແລະໄລຍະຍາວ ຢູ່ອົງການ AMRO ຢູ່ສິງກະໂປ, ການຝຶກອົບຮົມສໍາມະນາສ້າງຂີດຄວາມສາມາດໃນການຕິດຕາມເສດຖະກິດມະຫາພາກ ແລະນະໂຍບາຍການເງິນ. ພ້ອມນີ້, ກໍ່ເຫັນດີເປັນເອກະພາບຕໍ່ການຕີລາຄາສະພາບເສດຖະກິດ ແລະ ຄາດຄະເນການຂະຫຍາຍຕົວຂອງ ສປປ ລາວ, ເຊັ່ນດຽວກັບການຈັດຕັ້ງປະຕິບັດງົບປະມານດັ່ງກ່າວໃນໄລຍະຜ່ານມາ. ຫລັງຈາກນັ້ນ, ກໍໄດ້ແຈ້ງຕໍ່ AMRO ຊາບຕື່ມຄວາມພະຍາຍາມຂອງລັດຖະບານ ກໍຄືກະຊວງການເງິນ ກ່ຽວກັບ ບັນດາມາດຕະການໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃນການແກ້ໄຂຄວາມຍຸ້ງຍາກດ້ານເສດຖະກິດ-ການເງິນ, ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 2021ຮອດກາງປີ 2023, ພ້ອມນີ້ຍັງໄດ້ແຈ້ງມາດຕະການດ້ານການເງິນ-ງົບປະມານທີ່ຈະຈັດຕັ້ງປະຕິບັດໃນປີ 2022 ໂດຍມີເປົ້າໝາຍໃຫ້ງົບປະມານເກີນດຸນ(ລາຍຮັບພາຍໃນ ແລະລາຍຈ່າຍບໍລິຫານ) ໂດຍຈະສຸມໃສ່ການຄຸ້ມຄອງລາຍຮັບ, ສະກັດກັ້ນການຮົ່ວໄຫລ ໂດຍມີມາດຕະການດ້ານການເກັບລາຍຮັບຈາກສ່ວຍສາອາກອນຜ່ານລະບົບອີເລັກໂທຼນິກ (TaxRIS), ການຊໍາລະສະສາງຜ່ານລະບົບທະນາຄານ, ລາຍຮັບການບໍລິການສູນກາງການຂົນສົ່ງ (Logistic), ຈາກທຸລະກິດທ່າບົກ (Dryport) ໂດຍສະເພາະທ່າແຮງຈາກການເຊື່ອມຕໍ່ການຂົນສົ່ງທາງລົດໄຟ ລາວ-ຈີນ, ການຂາຍພະລັງງານ ແລະ ຄ່າທຳນຽມຈາກການຂຸດບໍ່ແຮ່ Crypto mining(ເຊິ່ງເປັນຂະແໜງການໃໝ່), ລວມທັງການເກັບອາກອນຈາກການສົ່ງອອກແຮ່ທາດເຊັ່ນ: ແຮ່ເຫລັກ, ແຮ່ທອງ ແລະແຮ່ຄຳ.
ດ້ານລາຍຈ່າຍ ແມ່ນຈະສືບຕໍ່ເພີ່ມປະສິດທິຜົນລາຍຈ່າຍ, ການບໍລິຫານໜີ້ສິນໃຫ້ໄປຕາມທິດຍືນຍົງ, ລວມທັງ ສືບຕໍ່ການປະຕິຮູບລັດວິສາຫະກິດ, ທັງນີ້ກໍ່ເພື່ອຄຸ້ມຄອງໜີ້ສິນຂອງລັດໃນໄລຍະກາງ ແລະ ໄລຍະຍາວ ໃຫ້ເຂົ້າສູ່ລະດັບທີ່ເໝາະສົມກັບການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະຂອງ ສປປ ລາວ, ແລະມີເງິນແຮສະສົມໃຫ້ພັດທະນາ.
ຜ່ານການປະເມີນເສດຖະກິດມະຫາພາກ ສະເໜີໃຫ້ຄະນະວິຊາການຂອງ AMRO ເພີ່ມບັນດາມາດຕະການຕ່າງໆ ດ້ານການເງິນ-ງົບປະມານຂອງລັດຖະບານເຂົ້າຕື່ມ ໂດຍສະເໜີໃຫ້ ທາງຄະນະດັ່ງກ່າວປະສານສົມທົບຕື່ມກັບຄະນະວິຊາການທີ່ກ່ຽວຂ້ອງຂອງກະຊວງການເງິນ.
ທ່ານ ຮອງລັດຖະມົນຕີກະຊວງການເງິນ ສະເໜີຕໍ່ ອົງການ AMRO ເພື່ອສືບຕໍ່ສະໜັບສະໜູນ ແລະປະກອບສ່ວນໃນການໃຫ້ຄວາມຄິດເຫັນ, ຄົ້ນຄວ້າວິຊາການໃນຂົງເຂດເສດຖະກິດມະຫາພາກ ແລະ ການເງິນ. ໃນນັ້ນໄດ້ສະເໜີໃຫ້ເພີ້ມການຮ່ວມມືເຊັ່ນ: ຂອບແຜນງານຄົ້ນຄວ້າຮ່ວມຫົວຂໍ້ການເກັບລາຍຮັບຈາກການຊື້-ຂາຍຜ່ານລະບົບດິຈິຕ້ອນ ຫຼື ອອນລາຍ; ການຝຶກອົບຮົມໃຫ້ພະນັກງານກ່ຽວຂ້ອງ ຂອງກະຊວງການເງິນໃນວຽກງານການເງິນ-ງົບປະມານ ໂດຍລາຍລະອຽດກ່ຽວຂ້ອງ ກະຊວງການເງິນຈະສົມທົບຕື່ມ; ການສືບຕໍ່ຮ່ວມມືໃນການສົ່ງພະນັກງານ ກະຊວງການເງິນໄປຝືກວຽກຕົວຈິງຢູ່ອົງການ AMRO ຢູ່ສິງກະໂປ ແລະ ການຊ່ວຍເຫຼືອດ້ານວິຊາການຂັ້ນອື່ນໆ.

