ລາຄານ້ຳມັນຢູ່ລາວຂຶ້ນໆລົງໆບໍ່ຍືນຍົງຈັກເທື່ອ

ໂດຍ: ທິດກໍ່າ

ສະພາບຄວາມຜັນຜວນລາຄານ້ຳມັນຢູ່ປະເທດຂອງພວກເຮົາແມ່ນບໍ່ປົກກະຕິ ແລະ ມີລັກສະນະຂຶ້ນໆລົງໆບໍ່ຍືນຍົງຈັກເທື່ອ. ເວົ້າໄດ້ວ່າໃນບາງເດືອນປັບລາຄານ້ຳມັນຂຶ້ນຮອດສອງເທື່ອ, ແຕ່ກົງກັນຂ້າມ ໃນບາງເດືອນພັດປັບລົງພຽງໜ້ອຍດຽວ ເຊິ່ງເບິ່ງແລ້ວມັນກໍບໍ່ສົມດູນກັບການປັບລາຄາຂຶ້ນ. ຕົວຢ່າງ: ເວລາປັບລາຄາຂຶ້ນ 100 ກີບ, ຖ້າເດືອນໜຶ່ງປັບສອງເທື່ອກໍເປັນ 200 ກີບ, ແຕ່ກົງກັນຂ້າມ ໃນເວລາປັບລົງພັດພຽງແຕ່ 5 ກີບ. ຈາກສາເຫດດັ່ງກ່າວຈຶ່ງເຮັດໃຫ້ລາຄານ້ຳມັນຫຍັບຕົວຂຶ້ນເລື້ອຍໆຈົນກາຍມາເປັນ 10 ກວ່າພັນກີບໃນປັດຈຸບັນ.

ສິ່ງທີ່ໜ້າເປັນຫ່ວງນັ້ນ ຢ້ານວ່າລາຄານ້ຳມັນນັບມື້ສູງຂຶ້ນຕິກໆ. ເມື່ອທຽບໃສ່ 5 ປີ, 10 ປີຫລັງ ລາຄານ້ຳມັນຢູ່ບ້ານເຮົາມີພຽງ 5 ຫາ 6 ຫລື 7 ພັນກີບຕໍ່ລິດ ແຕ່ມາຮອດປັດຈຸບັນ ນ້ຳມັນແອັດຊັງພິເສດລາຄາເກືອບ 15 ພັນກີບຕໍ່ 1 ລິດ. ສ່ວນແອັດຊັງທຳມະດາກໍເກືອບ 13 ພັນກີບ ແລະ ນ້ຳມັນກາຊວນກໍສູງຂຶ້ນເກືອບ 12 ພັນກີບຕໍ່ລິດ.

ຫາກຕັ້ງໂຈດກັນວ່າ ດ້ວຍສາເຫດໃດລາຄານ້ຳມັນຢູ່ປະເທດເຮົາຈຶ່ງມີຂຶ້ນມີລົງບໍ່ປົກກະຕິ. ອັນສາເຫດກໍຍ້ອນລາຄານ້ຳມັນຢູ່ຕະຫລາດໂລກມີການຜັນຜວນປ່ຽນແປງມີຂຶ້ນມີລົງຢູ່ຕະຫລອດ. ນອກນັ້ນ ພວກເຮົາກໍບໍ່ມີເງິນຕາຢ່າງຫລວງຫລາຍເພື່ອໄປຊື້ນ້ຳມັນຢູ່ຕະຫລາດໂລກແບບເທນ້ຳເທ່າ. ອີກປະການໜຶ່ງ ເຮົາກໍບໍ່ມີເງິນຈະໄປຖົມຂຸມເພື່ອຕຶງລາຄານ້ຳມັນໃຫ້ຢູ່ຄົງທີ່ຕະຫລອດໄປ. ນີ້ຄືສາເຫດທີ່ເຮັດໃຫ້ລາຄານ້ຳມັນຢູ່ປະເທດເຮົາດືບຕົວສູງຂຶ້ນໃນແຕ່ລະໄລຍະຢ່າງໜ້າເປັນຫ່ວງ.

ຢ່າງໃດກໍດີ, ເພື່ອແກ້ໄຂບັນຫາລາຄານ້ຳມັນແພງນັ້ນ ອັນສຳຄັນທີ່ສຸດແຕ່ລະຄົນກໍຕ້ອງຫາທາງອອກດ້ວຍການປະຢັດ, ງົດການໄປມາໃນກໍລະນີທີ່ບໍ່ຈຳເປັນ. ໃນຊ່ວງທີ່ເຊື້ອພະຍາດໂຄວິດ-19 ຍັງແພ່ລະບາດ ພວກເຮົາຍິ່ງມີສະຕິໃນການໄປມາ. ກ່າວເຖິງສິນຄ້າປະເພດນຳເຂົ້າມັນກໍບໍ່ສະເພາະແຕ່ເລື່ອງນ້ຳມັນ ຍັງມີສິນຄ້າປະເພດອື່ນໆກໍມີທ່າອ່ຽງຂຶ້ນລາຄາຄືກັນ ຕ່າງແຕ່ວ່າເຮົາບໍ່ໄດ້ຊື້ເປັນປົກກະຕິເໝືອນດັ່ງຊື້ນ້ຳມັນ.

ເຖິງຢ່າງໃດກໍດີ, ຖ້າລາຄານ້ຳມັນຫາກສູງຂຶ້ນໄປຕິກໆ ແນ່ນອນຈະມີຜົນກະທົບຕໍ່ຜູ້ມີລາຍຮັບຕໍ່າ ເປັນຕົ້ນພະນັກງານ, ທະຫານ, ຕຳຫລວດ, ຖັນແຖວກຳມະກອນທົ່ວໄປ ແຕ່ກໍມີຄວາມເຊື່ອໝັ້ນທຸກບັນຫາຕ້ອງມີທາງອອກຢ່າງແນ່ນອນ.