ເດນມາກໄຟຂຽວຖອດຜ້າປິດປາກ ເປີດທາງໃຊ້ຊີວິດໃກ້ປົກກະຕິອີກ ຊີ້ຄົນມີພູມຕ້ານທານແລ້ວ-ໂອມິຄຣອນບໍ່ຮຸນແຮງ

ລັດຖະບານເດນມາກໄຟຂຽວຖອດຜ້າປິດປາກ-ດັງ ຊີ້ຄົນສ່ວນຫລາຍມີພູມຕ້ານທານແລ້ວ ແລະ ໂຄວິດສາຍພັນໂອມິຄຣອນບໍ່ຮຸນແຮງ ສວນທາງອົງການອະນາໄມໂລກເຕືອນຫລາຍປະເທດ ຍັງໄວເກີນໄປທີ່ຈະປະກາດໄຊຊະນະເໜືອໂຄວິດ.
ວັນທີ 2 ກຸມພາ 2022, ສຳນັກຂ່າວເອເອັຟພີ ລາຍງານວ່າ: ລັດຖະບານເດນມາກຜ່ອນຄາຍມາດຕະການຄວບຄຸມພະຍາດໂຄວິດ-19 ໂດຍເປີດທາງໃຫ້ປະຊາຊົນບໍ່ຈຳເປັນຕ້ອງໃສ່ຜ້າປິດປາກ-ດັງໃນບ່ອນສາທາລະນະອີກຕໍ່ໄປນັບແຕ່ວັນທີ 1 ກຸມພາ.
ຊາວຝຣັ່ງຄົນໜຶ່ງທີ່ໃຊ້ລົດໄຟໃຕ້ດິນຂອງເດນມາກໃນສະພາບທີ່ບໍ່ຈຳເປັນຕ້ອງໃສ່ຜ້າປິດປາກ-ດັງ ເປີດເຜີຍຕໍ່ເອເອັຟພີວ່າ: ລາວຮູ້ສຶກແປກເລັກໜ້ອຍທີ່ສາມາດຖອດຜ້າປິດປາກໄດ້ຂະນະຢູ່ໃນຂະບວນລົດໄຟໃຕ້ດິນ ເຊິ່ງຕ່າງຈາກຢູ່ປະເທດຝຣັ່ງບ້ານເກີດ. ຂະນະດຽວກັນກໍຮູ້ສຶກທີ່ໄດ້ເຫັນໜ້າຕາ ແລະ ຄວາມຮູ້ສຶກຂອງຄົນອື່ນທີ່ເລີ່ມກັບມາໃຊ້ຊີວິດປົກກະຕິອີກ.
ໂດຍການຜ່ອນຄາຍມາດຕະການຂອງເດນມາກ ລວມທັງການຍົກເລີກບັງຄັບໃສ່ຜ້າປິດປາກເກີດຂຶ້ນທັງໆທີ່ເດນມາກມີຜູ້ຕິດເຊື້ອໂຄວິດໃໝ່ປະມານ 40.000-50.000 ຄົນຕໍ່ວັນ, ແຕ່ເຈົ້າໜ້າທີ່ສາທາລະນະສຸກຂອງເດນມາກປະເມີນແລ້ວວ່າ: ຈຳນວນຜູ້ຕິດເຊື້ອອາດຈະຜ່ານຈຸດສູງສຸດມາແລ້ວ ແລະ ຕໍ່ຈາກນີ້ ຈຳນວນຜູ້ຕິດເຊື້ອໃໝ່ອາດຈະກຳລັງຫລຸດລົງ.
ໜ່ວຍງານສາທາລະນະສຸກຂອງເດນມາກຍັງໃຫ້ເຫດຜົນອີກວ່າ: ປັດຈຸບັນເດນມາກມີປະຊາກອນສັກວັກຊີນປ້ອງກັນໂຄວິດ 3 ເຂັມແລ້ວຫລາຍກວ່າ 60% ແລະ ຖ້າໄລ່ລວມຜູ້ເຄີຍຕິດເຊື້ອໂຄວິດ ເຊິ່ງຈະມີພູມຕ້ານທານຈາກການຕິດເຊື້ອອີກປະມານ 20% ຂອງປະຊາກອນ ເຮັດໃຫ້ເຊື່ອໄດ້ວ່າ ມີປະຊາກອນເຖິງ 80% ຂອງທົ່ວປະເທດທີ່ມີພູມຕ້ານທານໂຄວິດແລ້ວ.
ນອກຈາກນີ້, ທາງການເດນມາກຍັງປະເມີນວ່າ: ການແພ່ລະບາດຂອງໂຄວິດສາຍພັນໂອມິຄຣອນ ບໍ່ເຮັດໃຫ້ຜູ້ມີພູມຕ້ານທານອາການຮຸນແຮງ. ດັ່ງນັ້ນ ຈຶ່ງເປັນເລື່ອງສົມເຫດສົມຜົນທີ່ຈະຜ່ອນຄາຍມາດຕະການ.
ເຖິງວ່າການຜ່ອນຄາຍມາດຕະການຈະມີຜູ້ເຫັນພ້ອມຈຳນວນຫລາຍ ເຫັນໄດ້ຈາກຂໍ້ສະເໜີດັ່ງກ່າວໄດ້ຮັບສຽງສະໜັບສະໜູນຈາກລັດຖະສະພາ ອີກທັງການສຳຫລວດຄວາມນິຍົມຂອງປະຊາຊົນຕໍ່ລັດຖະບານເດນມາກກໍເພີ່ມສູງ, ແຕ່ກໍມີບາງສ່ວນທີ່ບໍ່ເຫັນພ້ອມ ໂດຍເບິ່ງວ່າການໃສ່ຜ້າປິດປາກຄວນເປັນເລື່ອງຈຳເປັນຈົນກວ່າການລະບາດຈະສິ້ນສຸດ ເຊັ່ນດຽວກັບອົງການອະນາໄມໂລກທີ່ຊີ້ວ່າ: ຍັງໄວເກີນໄປສຳລັບຫລາຍປະເທດທີ່ກຽມປະກາດໄຊຊະນະເໜືອໂຄວິດ-19 ລວມທັງຍັງໄວເກີນໄປທີ່ຈະຍອມແພ້ ແລະ ປ່ອຍໃຫ້ໂຄວິດ-19 ລະບາດໄປຕາມທຳມະຊາດ.
ເຖິງຢ່າງໃດກໍຕາມ, ລັດຖະບານເດນມາກຍັງຮັກສານະໂຍບາຍເຂັ້ມງວດໃນບາງກໍລະນີ ເຊັ່ນການເດີນທາງເຂົ້າປະເທດຂອງຜູ້ທີ່ບໍ່ສັກວັກຊີນ ແລະ ບໍ່ເຂົ້າເກນຮັບຮອງ ລວມທັງການເດີນທາງໄປໂຮງໝໍທີ່ຍັງຈຳເປັນຕ້ອງໃສ່ຜ້າປິດປາກ.
ກ່ອນໜ້ານີ້ ເດນມາກເຄີຍຜ່ອນຄາຍມາດຕະການໃນລັກສະນະດຽວກັນມາແລ້ວເມື່ອທ້າຍປີກ່ອນ ຈົນກະທັງເກີດການລະບາດຮອບໃໝ່ເຮັດໃຫ້ເດນມາກຕ້ອງຍອມຍົກລະດັບມາດຕະການຄວບຄຸມໂຄວິດໃຫ້ເຂັ້ມງວດຂຶ້ນ ໂດຍມີການປິດໂຮງລະຄອນ, ໂຮງຮູບເງົາ, ພິພິຕະພັນໃນຊ່ວງເທດສະການຄຣິດສມາສ ແລະ ປີໃໝ່ຜ່ານມາ.
ອ້າງອີງ:

