10 ອັນດັບນັກເຕະຄ່າຕົວແພງທີ່ສຸດ ໃນຕະຫລາດນັກເຕະເດືອນມັງກອນນີ້

ເປີດ 10 ອັນດັບນັກເຕະຄ່າຕົວແພງທີ່ສຸດໃນຕະຫລາດນັກເຕະເດືອນມັງກອນນີ້ ປີ 2022 ພຣີເມຍລີກ ອັງກິດ ຕິດໃນລາຍຊື່ເຖິງ 7 ຄົນ.
ຄວັນຫລົງຈາກຕະຫລາດນັກເຕະເດືອນມັງກອນ ປີ 2022 ເຊິ່ງປິດຕົວລົງໄປແລ້ວເມື່ອຕອນເດິກວັນທີ 31 ມັງກອນທີ່ຜ່ານມາ ຫລື ກົງກັບເຊົ້າວັນທີ 1 ກຸມພາໃນເວລາປະເທດລາວ, ຫລ້າສຸດສື່ຕ່າງປະເທດໄດ້ເປີດເຜີຍລາຍຊື່ຜູ້ຫລິ້ນ 10 ຄົນທີ່ມີຄ່າຕົວແພງທີ່ສຸດໃນຕະຫລາດຮອບນີ້.
10 ອັນດັບນັກເຕະຄ່າຕົວແພງທີ່ສຸດ ຕະຫລາດນັກເຕະເດືອນມັງກອນ ປີ 2022.
- ດູຊານ ວລາໂຮວິດ (ຟີອໍເຣນຕີນາ ໄປ ຢູເວນຕຸສ) 63 ລ້ານປອນ.
- ເຟີຣານ ຕໍເຣສ (ແມນເຊສເຕີ ຊິຕີ້ ໄປ ບາເຊໂລນາ) 54 ລ້ານປອນ
- ຫຼຸຍ ດິອາຊ (ປໍໂຕ ໄປ ລິເວີພູລ) 50 ລ້ານປອນ.
- ບຣູໂນກິມາໄຣ (ໂອລິມປິກ ລີຢົງ ໄປ ນິວຄາສເຊິນ ຢູໄນເຕັດ) 40 ລ້ານປອນ.
- ລູຄັສ ດິກເນີ (ເອເວີຕັນ ໄປ ແອສຕັນ ວິນລາ) 25 ລ້ານປອນ.
- ຄຣິສ ວູດ (ເບີນລີ ໄປ ນິວຄາສເຊິນ ຢູໄນເຕັດ) 25 ລ້ານປອນ.
- ວີຕາລີ ໄມໂຄເລນໂກ (ດີນາໂມ ກຽບ ໄປ ເອຟເວີຕັນ) 18 ລ້ານປອນ.
- ຢູຣິ ອັນແບໂຕ (ອິນເຕີເນຊັນແນລ ໄປ ເຊນນິດ ເຊນ ປີເຕີສະເບີກ) 17 ລ້ານປອນ.
- ໂຣດຣິໂກ ເບນຕັນກູ (ຢູເວນຕຸສ ໄປ ສະເປີ) 16 ລ້ານປອນ.
- ຮູລຽນ ອັນວາເຣສ ( ລິເວີເພລດ ໄປ ແມນເຊສເຕີ ຊິຕີ້) 14 ລ້ານປອນ.

