ຄໍາສອນດີໆ ເກັບໄວ້ສອນຕົນເອງ (ຕໍ່)

- ການເລີ່ມຕົ້ນເປັນເລື່ອງຍາກ ແຕ່ການກ້າວຕໍ່ໄປເປັນເລື່ອງຍາກກວ່າ.
- ຄໍາວ່າດີທີ່ສຸດ ມີໄວ້ສໍາລັບງານຕໍ່ໄປສະເໝີ.
- ຄວາມຜິດພາດໃນອະດີດ ຄືບົດຮຽນສໍາລັບອະນາຄົດ.
- ກະທັ້ງປາ ຕ້ອງວ່າຍທວນນໍ້າເພື່ອຢູ່ລອດ.
- ຖ້າບໍ່ແມ່ນເຈົ້າແລ້ວໃຜ ? ຖ້າບໍ່ໃຊ້ດຽວນີ້ແລ້ວເມື່ອໃດ ?.
- ທາງດຽວທີ່ຈະເຖິງເສັ້ນໄຊ ຄືກ້າວຕໍ່ໄປຂ້າງໜ້າ.
- ຄວ້າທຸກໂອກາດໃຫ້ໄດ້.
- ຂ້ອຍໄປໄດ້ທຸກທີ່ ຂໍພຽງແຕ່ຕ້ອງໄປຂ້າງໜ້າ.
- ຢ່າຢ້ານທີ່ຈະກ້າວຍາວໆ ເມື່ອຕ້ອງຂ້າມອຸປະສັກທີ່ຍິ່ງໃຫຍ່.
- ຄວາມໄຝ່ຝັນບໍ່ເຄີຍຢຸດຢັ້ງ.
- ຄວາມສ່ຽງທີ່ສຸດ ຄືການບໍ່ກ້າສ່ຽງເລີຍ.
- ຈັບຕາເບິ່ງທີ່ຈຸດໝາຍ ບໍ່ແມ່ນທີ່ອຸປະສັກ.
- ຄວາມລົ້ມເຫຼວທີ່ສຸດ ຄືການບໍ່ກ້າທີ່ຈະລອງເຮັດ.
- ຖ້າເດີນຕາມຮ້ອຍຄົນອື່ນ ກໍບໍ່ມີຮອຍທີ່ເປັນຂອງຕົນເອງ.
- ບໍ່ມີໃຜລ້ຽງອາຫານໃຜລ້າໆ ໂດຍບໍ່ຫວັງຜົນປະໂຫຍດຕອບແທນ.
- ສັດຕູທີ່ຮ້າຍທີ່ສຸດ ບໍ່ເທົ່າເກືອເປັນຫນອນ.
- ຄວາມຮູ້ ຄືອໍານາດ.
- ເໜືອຟ້າຍັງມີຟ້າ ເໜືອຄົນຍັງມີຍອດຄົນ ສະນັ້ນ ຢ່າປະມາດ.
- ນໍ້າໄຫຼລົງສູ່ທີ່ຕໍ່ສັນໃດ ເຮົາກໍກາຍເປັນຄົນທີ່ສະຫຼາດໃນຊ່ວງເວລາລໍາບາກສັນນັ້ນ.
- ຄົນສ່ວນໃຫຍ່ໃສ່ໃຈກັບຜົນໄດ້ໄລຍະສັ້ນເທົ່ານັ້ນ ແຕ່ຄົນສະຫຼາດຢ່າງແທ້ຈິງຈະເບິ່ງໄປຍັງອະນາຄົດ.
- ດວງຕາເວັນເຮັດໃຫ້ທຸກສິ່ງກະຈ່າງຊັດ ແຕ່ເຮົາຍັງຕ້ອງທໍາຄວາມເຂົ້າໃຈໃນສ່ວນທີ່ມືດ ເຊິ່ງຍັງດໍາລົງຢູ່.
- ເຮົາບໍ່ເສຍຫຍັງເລີຍຈາກການຂໍຄໍາແນະນໍາຈາກຄົນສະຫຼາດ ແລະ ສາເຫດທີ່ເຮົາບໍ່ຮູ້ສິ່ງຕ່າງໆ ເພາະເຮົາບໍ່ເຄີຍຄິດຈະສະແຫງວນຫາຄວາມຮູ້, ຄໍາແນະນໍາເປັນຂອງໄດ້ລ້າ ແຕ່ເຮົາຕ້ອງຮູ້ຈັກເລືອກໃຊ້ສະເພາະຄໍາແນະນໍາທີ່ມີຄ່າເທົ່ານັ້ນ.

