ລາວຈະເຈລະຈາກັບ EU ເພື່ອຈະສົ່ງອອກໄມ້ທີ່ຖືກກົດໝາຍສູ່ຕະຫລາດເອີຣົບ

ສປປ ລາວ ກຽມຈະເຈລະຈາກັບສະຫະພາບເອີຣົບ EU ເປັນຄັ້ງທີ 2 ເພື່ອການສົ່ງໄມ້ເຂົ້າສູ່ຕະຫລາດ EU ຢ່າງຖືກຕ້ອງຕາມກົດໝາຍ, ພາຍຫລັງທີ່ມີການເຈລາຈາມາແລ້ວ 1 ຄັ້ງກ່ອນໜ້ານີ້, ເຊິ່ງ EU ເຫັນວ່າມີບາງດ້ານຍັງຕ້ອງປັບປຸງ ແລະ ໃນວັນທີ 2 ສິງຫານີ້ຢູ່ນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມປຶກສາຫາລືໃນການປັບປຸງນິຍາມໄມ້ທີ່ຖືກກົດໝາຍເພື່ອເປັນບາດກ້າວສຳຄັນໃນການເຂົ້າສູ່ຕະຫລາດສະຫະພາບເອີຣົບ, ໂດຍການເປັນປະທານຂອງທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ກະຊວງກະສິກຳ ແລະ ປ່າໄມ້ ມີບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ຊ່ຽວຊານຈາກອົງການ ProFLEGT GIZ ແລະ WWF ເຂົ້າຮ່ວມ.
ທ່ານຫົວໜ້າກົມປ່າໄມ້ ຍົກໃຫ້ເຫັນວ່າ: ກອງປະຊຸມນີ້, ແມ່ນມີຄວາມສຳຄັນໃນການສົ່ງອອກໄມ້ສູ່ຕະຫລາດເອີຣົບຢ່າງຖືກກົດໝາຍ ແລະ ຈະໄດ້ກຳນົດຂໍຄຳຄິດເຫັນຕ່າງໆກ່ຽວກັບນິຍາມໄມ້ທີ່ຖືກກົດໝາຍຄື: ປ່າຜະລິດ, ເຂດຫັນປ່ຽນ
ທີ່ດິນປ່າໄມ້, ສວນປູກໄມ້, ພັນທະຕໍ່ດ້ານແຮງງານໃນການຂຸກຄົ້ນໄມ້ ແລະ ການປຸ່ງແຕ່ງໄມ້, ການຄ້າໄມ້ ແລະ ຂອບເຂດຜະລິດຕະພັນໄມ້, ເຊິ່ງຈະຍົກເຂົ້າໃນກອງປະຊຸມສອງຝ່າຍໃນຕໍ່ໜ້ານີ້ ແລະ ໃນກອງປະຊຸມຈະໄດ້ມີການສະເໜີຄວາມຄືບໜ້າຂອງການສ້າງ ແລະ ປັບປຸງນິຍາມຄຳສັບໄມ້ທີ່ຖືກຕ້ອງຕາມກົດໝາຍ, ສະເໜີຮ່າງນິຍາມໄມ້ສະບັບທີ່ໄດ້ປັບປຸງ 5 ສະບັບ, ສະເໜີວິທີການໃນການນຳໃຊ້ພາບຖ່າຍຜ່ານດາວທຽມເຂົ້າໃນການຕິດຕາມກວດກາການຂຸດຄົ້ນໄມ້ໃນເຂດຫັນປ່ຽນທີ່ດິນປ່າໄມ້ ແລະ ອື່ນໆ.

