ຕຳຫຼວດເພີ່ມຂໍ້ຫາ ກຣີນວູດ ລ່ວງລະເມີດທາງເພດ ແລະ ຂູ່ຂ້າ.

ກອງໜ້າຂອງ ຜີສາດແດງ ຖືກແຈ້ງຂໍ້ກ່າວຫາລ່ວງລະເມີດທາງເພດ ແລະ ຂົ່ມຂູ່ເຖິງຊີວິດ ​ເຮັດ​ໃຫ້​​ຖືກ​ຕຳຫຼວດ​ກັກ​ຕົວ​ໄປ​ສອບ​ສວນ​ຕື່ມ

ເມສັນ ກຣີນວູດ ໄດ້ຖືກຕຳຫຼວດຈັບກຸມໃນວັນອາທິດຜ່ານມາ ຫຼັງ​ຈາກ​ກາຍ​ເປັນ​ຜູ້​ຕ້ອງ​ສົງ​ໄສ​ໃນ​ການ​ຂົ່ມ​ຂືນ​ ແລະ ທຳຮ້າຍຮ່າງກາຍ ຫຼ້າສຸດ ຕຳຫຼວດໄດ້ຮັບອະນຸຍາດໃຫ້ສອບປາກຄຳຜູ້ກ່ຽວຈົນຮອດວັນພຸດທີ 2 ກຸມພາ, ຫຼັງຈາກໄດ້ຕັດສິນໃຈຕັ້ງຂໍ້ຫາເພີ່ມຕື່ມ

ຖະແຫຼງການຂອງຕໍາຫຼວດເມືອງແມນເຊສເຕີ ກ່າວວ່າ “ນັກສືບໄດ້ຮັບເວລາເພີ່ມເຕີມເພື່ອສອບສວນຊາຍອາຍຸ 20 ປີ ລາວທີ່ຖືກຈັບໃນຂໍ້ຫາຂົ່ມຂືນ ແລະ ທຳຮ້າຍຮ່າງກາຍ”

“ຜູ້​ຕ້ອງ​ສົງ​ໄສ​ໄດ້​ຖືກ​ຄວບຄຸມໂຕມາ​ຕັ້ງ​ແຕ່​ວັນ​ອາ​ທິດ ຫຼັງຈາກທີ່ພວກເຮົາຮັບຮູ້ຮູບພາບ ແລະ ວິດີໂອໃນສື່ໂຊຊ້ຽວ ເຊິ່ງຜູ້ຍິງຄົນໜຶ່ງໄດ້ລາຍງານເຖິງການໃຊ້ຄວາມຮຸນແຮງທາງຮ່າງກາຍ”

“ລາວຈະຖືກສອບສວນຕໍ່ໄປ ຫຼັງ​ຈາກ​ທີ່​ຜູ້​ພິ​ພາກ​ສາ​ໄດ້​ຂະ​ຫຍາຍ​ເວ​ລາ​ເຖິງ​ວັນທີ 2 ກຸມ​ພາ​”

“ຫລັງຈາກການສືບສວນມາຮອດດຽວນີ້ ລາວໄດ້ຖືກຈັບກຸມເພີ່ມຕື່ມອີກ ໃນ​ຖາ​ນະ​ເປັນ​ຜູ້​ຕ້ອງ​ສົງ​ໄສ​ຂອງ​ການ​ລ່ວງ​ລະ​ເມີດ​ທາງ​ເພດ​ ແລະ ​​ຂົ່ມ​ຂູ່​ເຖິງ​​ຕາຍ”

“ໃນຂະນະທີ່ການສືບສວນ ຍັງດຳເນີນຢູ່, ຜູ້ຖືກຫາຍັງໄດ້ຮັບການຊ່ວຍເຫລືອຈາກຜູ້ຊ່ຽວຊານ”

ກ່ອນໜ້ານີ້ ຜີສາດແດງໄດ້ເອົາສິນຄ້າຂອງ ກຣີນວູດ ອອກຈາກຮ້ານອອນລາຍຂອງສະໂມສອນ, ໃນຂະນະທີ່ ໄນກີ້ ໄດ້ໂຈະສັນຍາຂອງລາວ, ບໍ່ດົນມານີ້ EA Sports(ອີເອ ສະປອດ) ໄດ້ລົບນັກເຕະອອກຈາກ FIFA 22(ເກມຟີຟ່າ 2022) ແລ້ວຮຽບຮ້ອຍ.