ຂໍ້ດີຕ່າງໆຂອງກາກກາເຟ

- ແກ້ບັນຫາທໍ່ຕັນ : ປະສົມກາກກາເຟ, ນຳ້ຢາລ້າງຈານ ແລະ ນຳ້ຮ້ອນ ເທລົງໄປໃນທໍ່, ເມື່ອອ່າງລ້າງຈານເປິເປຶ້ອນໃຫ້ເອົາກ້ອນກາກກາເຟຮຸກຖູປາກທໍ່, ແຕ່ຖ້າເຮືອນໃຜມີທໍ່ທີ່ເປັນໃບມີດຕັດຂີ້ເຫຍື້ອກໍຈະຊ່ວຍໄດ້ດີ ບໍ່ວ່າຈະເປັນທໍ່ອ່າງລ້າງຈານ, ທໍ່ຫ້ອງນຳ້ ກໍຊ່ວຍໄດ້ໝົດ.
- ສະຜົມຫລຸດຄວາມມັນ ແລະ ຫລຸດຜົມຫລົ່ນ : ຫລັງຈາກສະຜົມຕາມປົກກະຕິແລ້ວ ໃຫ້ເອົາກາກກາເຟມາປະສົມກັບຄຣີມນວດຜົມ ຫລື ນຳ້ຢາສະຜົມ ອັດຕາສ່ວນ 1 ຕໍ່ 4 ຈາກນັ້ນເອົາມາຮຸກຖູໃສ່ບໍລິເວນກົກຜົມ ແລະ ນວດໄປຈົນເຖິງປາຍຜົມຢ່າງໜ້ອຍປະມານ 3 – 5 ນາທີ ແລ້ວລ້າງອອກ.
- ກາກກາເຟດັບກິ່ນ : ເພື່ອປ້ອງກັນກາກກາເຟເປິເປື້ອນໃຫ້ເອົາໃສ່ໃນຖົງຜ້າ ຫລື ຫໍ່ຜ້າຂາວບາງກໍໄດ້ ແລ້ວເອົາໄປວາງໃນລົດ ແລະ ຕູ້ເສື້ອຜ້າຈະຊ່ວຍດູດກິ່ນອັບໄດ້ເປັນຢ່າງດີ ມີຄຸນສົມບັດໃນການດູດກິ່ນບໍ່ເພິງປະສົງ ພຽງແຕ່ເອົາກາກກາເຟໃສ່ຖ້ວຍນ້ອຍ ແລ້ວເອົາໄປວາງໄວ້ໃນຕູ້ເຢັນ ໝັ່ນປ່ຽນທຸກ 2 – 3 ອາທິດ ຈະຊ່ວຍຫລຸດກິ່ນຄາວໃນຕູ້ເຢັນໄດ້.
- ກຳຈັດເຫັບໝັດໃນສັດລ້ຽງ : ເມື່ອຈະອາບນຳ້ໃຫ້ສັດລ້ຽງ (ໝາ ຫລື ແມວ) ໃຫ້ເອົາກາກກາເຟປະສົມນຳ້ ຫລື ແຊມພູສຳລັບອາບນຳ້ໃຫ້ສັດ ແລ້ວໃຊ້ຮຸກຖູຜິວ ແລະ ຂົນຂອງສັດລ້ຽງ, ອາບນຳ້ຕາມປົກກະຕິ ທັງຍັງຊ່ວຍໃຫ້ຂົນຂອງສັດອ່ອນນຸ້ມສຸຂະພາບດີຂຶ້ນ, ຂົນງາມເຫລື້ອມເປັນເງົານຳອີກ.
- ຫລຸດຮອຍດຳຄຳ້ກ້ອງຕາ : ກາເຟອີນທີ່ຈະໃຊ້ຊ່ວຍໃນການຫລຸດຂະໜາດຂອງເສັ້ນເລືອດດຳບໍລິເວນຖົງກ້ອງຕາ ແລະ ຫລຸດຜ່ອນອາການບວມຂອງຕາ ໂດຍວິທີການເອົາກາກກາເຟມາທາໃສ່ຖົງກ້ອງຕາ ແລ້ວປ່ອຍປະໄວ້ປະມານ 5 – 10 ນາທີ ອາດຈະເປັນການແກ້ບັນຫາໄດ້ຊົ່ວຄາວ ແຕ່ມັນກໍໄດ້ຜົນດີ.
- ເຮັດສະບູ ແລະ ທຽນກາເຟ : ສາມາດເອົາມາເຮັດເປັນສະບູກາກກາເຟ ເພື່ອງ່າຍຕໍ່ການໃຊ້ງານ ສັບພະຄຸນຄືກັນກັບການໃຊ້ກາກກາເຟແບບຝຸ່ນຜົງ ທັງຍັງສາມາດເອົາມາເຮັດທຽນຈາກກາກກາເຟໄດ້ນຳອີກ ນອກຈາກຈະຊ່ວຍເພີ່ມບັນຍາກາດໃຫ້ຜ່ອນຄາຍແລ້ວ ຍັງຊ່ວຍດັບກິ່ນໄດ້ອີກທາງໜຶ່ງ.
- ເຮັດປຸ໋ຍໃສ່ຕົ້ນໄມ້ : ປະໂຫຍດຂອງກາກກາເຟອີກຢ່າງໜຶ່ງແມ່ນເປັນປຸ໋ຍໄດ້ດີຫລາຍ ເພາະໃນກາກກາເຟມີແຮ່ທາດທີ່ຈຳເປັນຕໍ່ຕົ້ນໄມ້ຢູ່ຫລາຍ ບໍ່ວ່າຈະແມ່ນນີໂຕຣແຊນ, ໂປຕັສຊຽມ ແລະ ຟົສຟໍ ເຊິ່ງມີປະໂຫຍດຕໍ່ການຈະເລີນເຕີບໃຫຍ່ຂອງພືດ ພຽງປະສົມກາກກາເຟກັບດິນທີ່ຈະໃຊ້ປູກຕົ້ນໄມ້ ຫລື ໃສ່ລົງໃນສ່ວນປະສົມຂອງປຸ໋ຍໝັກກໍຍັງໄດ້.
- ໄລ່ຫອຍທາກ : ສັດທີ່ມີຜິວໜັງເປັນເມືອກໆອ່ອນນຸ້ມດັ່ງຫອຍທາກ, ຂີ້ກະເດືອນ ແລະ ແມງໄມ້ບາງຊະນິດ ພວກມັນຈະບໍ່ມັກຄວາມເປັນກົດທີ່ຢູ່ໃນກາເຟ ໃຫ້ທ່ານເອົາກາກກາເຟໄປໂຮຍຕາມທາງຍ່າງ, ຕາມກະຖາງ, ຕາມຕົ້ນໄມ້ ຫລື ບໍລິເວນທີ່ພົບສັດປະເພດນີ້ເປັນປະຈຳ ແລ້ວທ່ານຈະບໍ່ພົບພວກມັນອີກເລີຍ.
- ກຳຈັດກິ່ນອາຫານຕິດມື : ໃນການປຸງແຕ່ງອາຫານຈະເຮັດໃຫ້ມີກິ່ນອາຫານຕິດມື ຈະລ້າງມືດ້ວຍສະບູຫລາຍຮອບກິ່ນກໍບໍ່ຫາຍໄປ ເຊັ່ນ : ກິ່ນຜັກທຽມ, ກິ່ນຫົວຜັກບົ່ວ, ກິ່ນຜັກຊີ ເປັນຕົ້ນ ລອງເອົາກາກກາເຟມາຮຸກຖູມືເບົາໆ ເນັ້ນບໍລິເວນທີ່ມີກິ່ນຕິດແຮງ ແລະ ລ້າງດ້ວຍສະບູອີກຮອບໜຶ່ງ ຈະຊ່ວຍກຳຈັດກິ່ນບໍ່ເພິງປະສົງນັ້ນໄດ້.
- ຂັດຜິວ : ໂດຍການເອົາກາກກາເຟປະສົມກັບໂຢເກິດ (ໝາກຂາມປຽກ + ນຳ້ເຜິ້ງ) ຕາມຄວາມຕ້ອງການ ປະສົມໃຫ້ເປັນເນື້ອດຽວກັນ ຈາກນັ້ນເອົາມາຂັດຜິວບໍລິເວນທີ່ແຫ້ງຫຍາບ, ຂັດແຊນຜິວເກົ່າອອກ ກໍຈະໄດ້ຜິວໃໝ່ທີ່ອ່ອນນຸ້ມ ກ້ຽງງາມ, ແຕ່ຂໍ້ຄວນລະວັງກໍຄື ຄວນໃຊ້ກາກກາເຟທີ່ບົດລະອຽດດີ ເພາະຖ້າບົດຫຍາບ ກາກກາເຟຈະຄົມ ອາດຈະເຮັດໃຫ້ລະຄາຍເຄືອງຜິວໄດ້.

