ເຂົ້າ 2 ອອກ 4, ສະເປີ ໄດ້ນັກເຕະໃຫມ່-ລະບາຍນັກເຕະນອກແຜນສົມໃຈ

ສະເປີໄດ້ 2 ຜູ້ຫລິ້ນໃຫມ່ມາເສີມທີມ ພ້ອມປ່ອຍ 4 ນັກເຕະທີ່ບໍ່ຢູ່ໃນແຜນການເຮັດທີມຂອງ ອັນໂຕນີໂອ ຄອນເຕ ກ່ອນປິດຕະຫລາດນັກເຕະເດືອນມັງກອນ.

ຂະນະດຽວກັນ ສະເປີ ກໍປ່ອຍຜູ້ຫລິ້ນ 4 ຄົນທີ່ບໍ່ຢູ່ໃນແຜນການເຮັດທີມຂອງ ອັນໂຕນີໂອ ຄອນເຕ ຜູ້ຈັດການທີມຊາວອີຕາລີ ເລີ່ມຈາກ ຕອງກີ ເອັນດອມເບລ ກອງກາງຊາວຝຣັ່ງ ເຈົ້າຂອງຄ່າຕົວສະຖິຕິສະໂມສອນ 53.8 ລ້ານປອນ ເມື່ອປີ 2019 ເຊິ່ງຍ້າຍກັບ ໂອລິມປິກ ລີຢົງ ອະດີດຕົ້ນສັງກັດດ້ວຍສັນຍາຢືມຕົວຈົນຈົບລະດູການນີ້.

ສ່ວນຜູ້ຫລິ້ນ 2 ຄົນທີ່ປ່ອຍໃຫ້ທີມໃນ ລາ ລີກາ ສະເປນຢືມຕົວໄປໃຊ້ງານຈົນຈົບລະດູການນີ້ ປະກອບດ້ວຍ ໄບຣຢັນ ຄິລ ປີກທີມຊາດສະເປນ ຍ້າຍໄປຮ່ວມງານກັບ ບາເລນເຊຍ ແລະ ໂຈວານີໂລ ເຊລໂຊ ກອງກາງທີມຊາດອາເຈນຕີນາໄປຢູ່ກັບ ບີຢາເຣອັນ.

ສ່ວນ ເດເລ ອັລລີ ກອງກາງທີມຊາດອັງກິດທີ່ຫຸລດໄປເປັນຕົວສຳຮອງໃນຍຸກຂອງ ຄອນເຕ ຍ້າຍໄປຢູ່ກັບ ເອຟເວີຕັນ ແບບຖາວອນ ດ້ວຍສັນຍາ 2 ປີເຄິ່ງ ເບື້ອງຕົ້ນຍ້າຍໄປແບບບໍ່ມີຄ່າຕົວ ແຕ່ມີໂອກາດເພີ່ມຂຶ້ນເປັນ 40 ລ້ານປອນ ຕາມຈຳນວນນັດທີ່ລົງສະຫນາມ ແລະ ຜົນງານໃນອະນາຄົດ.