ປະທານອົງການກາແດງແຫ່ງຊາດລາວ ຊຸກຍູ້ວຽກງານກາແດງ ແລະ ມອບເຄື່ອງຊ່ວຍເຫລືອບັນເທົາທຸກ ໃຫ້ແຂວງສະຫວັນນະເຂດ

ວັນທີ 30 ມັງກອນ ຫາ ວັນທີ 1 ກຸມພາ 2022 ນີ້, ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢຽ້ມຢາມແລະຊຸກຍູ້ວຽກງານກາແດງທີ່ແຂວງສະຫວັນນະເຂດ. ໂດຍພົບ ທ່ານ ນາງ ຫລິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ເພື່ອປຶກສາຫາລືວຽກງານກາແດງແລະລາຍງານການເຄື່ອນໄຫວວຽກງານກາແດງໃຫ້ທ່ານຮອງເຈົ້າແຂວງໄດ້ຮັບຊາບພ້ອມທັງຂໍທິດທາງໃນການໃນການເຄື່ອນໄຫວພັດທະນາໃນຕໍ່ຫນ້າເພື່ອແນ່ໃສ່ເຮັດໃຫ້ວຽກງານກາແດງພັດທະນາເປັນກ້າວໆແລະບັນຫາສຳຄັນແມ່ນຊ່ວຍເຫລືອແລະການຮັບມືກັບການແພ່ລະບາດຂອງພະຍາດໂຄວິດ-19 ໃນແຂວງ, ເປັນຕົ້ນແມ່ນການຊ່ວຍເຫລືອບັນເທົາທຸກເບື້ອງຕົ້ນ, ການຊອກຫາແຫລ່ງທຶນ, ໂຄສະນາເຜີຍແພ່ພາລະບົດບາດກາແດງ, ບັນຫາງົບປະມານແລະບຸກຄະລະກອນ, ວຽກງານເລືອດແລະ ອື່ນໆ.
อาจเป็นรูปภาพของ 2 คน, ผู้คนกำลังนั่ง และ สถานที่ในร่ม
ໂອກາດນີ້, ທ່ານຮອງເຈົ້າແຂວງ ໄດ້ກ່າວວ່າ: ໃນໄລຍະຜ່ານມາທາງການນຳແຂວງກໍໄດ້ເອົາໃຈໃສ່ຊຸກຍູ້ຊີ້ນຳນຳພາຢ່າງໄກ້ສິດຕິດແທດ ເຂົ້າຮ່ວມໃນຂະບວນການຕ່າງໆເຊັ່ນ: ລະດົມຂົນຂວາຍແຫລ່ງທຶນ, ການລະດົມຂົນຂວາຍການບໍລິຈາກເລືອດ ແລະປະສານງານກັບອົງການປະສານສົມທົບກັບພະແນກການທີກຽ່ວຂ້ອງພາຍໃນແຂວງເພືອອຳນວຍຄວາມສະດວກ, ຊຸກຍູ້ວຽກງານກາແດງໃນການເຂົ້າຮ່ວມແລະປະກອບສ່ວນຂອງສັງຄົມຢ່າງກວ້າງຂວາງ.
ພ້ອມນີ້, ອົງການກາແດງລາວ ໄດ້ມອບເຄື່ອງຊ່ວຍເຫລືອເພື່ອບັນເທົາທຸກ ແລະ ເຄື່ອງປ້ອງກັນໂຄວິດ-19 ໃຫ້ກາແດງແຂວງສະຫວວັນນະເຂດ ໃນນັ້ນປະກອບມີ: ເກີບ, ເຄື່ອງນຸ່ງ ຫົ່ມຈຳນວນ 300 ແກັດ ແລະ ເຄື່ອງປ້ອງກັນໂຄວິດຈຳນວນ 300 ຖົງ ລວມມູນຄ່າທັງໝົດ 653 ລ້ານກວ່າກີບ.