ເກີດອຸບັດຕິເຫດຢູ່ແຂວງບໍ່ແກ້ວ ເສຍຊີວິດ 1 ຄົນ

ແຫລ່ງຂ່າວຈາກແຂວງບໍ່ແກ້ວ ລາຍງານວ່າ: ພາຍຫລັງໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄດ້ຮັບແຈ້ງເຫດໃນເວລາ 17:11 ນາທີຂອງວັນທີ 31 ມັງກອນ 2022 ວ່າມີອຸບັດຕິເຫດລົດຕູ້ຄອນເທັນເນີ+ລົດເຄນ ຢູ່ດອຍນ້ຳເລັ່ງ ເມືອງຫ້ວຍຊາຍ. ຂະນະໄປເຖິງຈຸດເກີດເຫດພົບເຫັນຜູ້ເສຍຊີວິດ 1 ຄົນຊາບຊື່ ແມ່ນທ້າວ ສົມບັດ ອາຍຸ 40 ປີ. (ສັນຊາດລາວ) ຢູ່ບ້ານ ພິມົນສິນ ເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ.
ຈາກນັ້ນໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວຈຶ່ງໄດ້ຫໍ່-ມ້ຽນສົບຜູ້ເສຍຊີວິດແລ້ວສົ່ງໄປຮງໝໍແຂວງບໍ່ແກ້ວ ແລະສົ່ງຕໍ່ໃຫ້ຍາດພີ່ນ້ອງເພື່ອທຳພິທີທາງສາສະໜາ.
ແນວໃດກໍດີ ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວບໍ່ໄດ້ລາຍວານສາເຫດຂອງການເກີດອຸບັດຕິເຫດດັ່ງກ່າວ ຊຶ່ງທີມງານຂ່າວພວກເຮົາຈະລາຍງານອີກເທື່ອໜຶ່ງຫລັງຊາບສາເຫດ.



