ສານປະຊາຊົນນະຄອນຫລວງວຽງຈັນຕັດອິດສະຫລະພາບກຸ່ມແກ້ງລັກຊັບ ແລະ ຄ້າຂາຍຢາເສບຕິດ

ວັນທີ 2 ສິງຫານີ້, ສານປະຊາຊົນນະຄອນຫລວງວຽງຈັນໄດ້ລົງໂທດຕັດອິດສະຫລະພາບ 5 ປີປັບໃໝ 10 ລ້ານກີບທ້າວ ພັນທຸລັດ ອາຍຸ 32 ປີຢູ່ບ້ານຈອມເພັດເໜືອ ແລະ ທ້າວ ວິໄລສັກ ອາຍຸ 33 ປີຢູ່ບ້ານທົ່ງກາງເມືອງສີສັດຕະນາກນະຄອນຫລວງວຽງຈັນໃນຂໍ້ຫາຄ້າຂາຍຢາເສບຕິດ ແລະ ຕັດອິດສະຫລະພາບ 8 ປີປັບໃໝ 13 ລ້ານກີບທ້າວ ກ້ອນສະຫວັນ ອາຍຸ 40 ປີຢູ່ບ້ານຈອມເພັດເໜືອເມືອງສີສັດຕະນາກນະຄອນຫລວງວຽງຈັນໃນຂໍ້ຫາລັກຊັບ ແລະ ຄ້າຂາຍຢາເສບຕິດ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ພວກກ່ຽວຖືກຈັບຕົວໄດ້ໃນວັນທີ 29 ມີນາ 2016, ພາຍຫລັງໄດ້ຮ່ວມກັນຊື້-ຂາຍຢາເສບຕິດ, ຊຶ່ງທ້າວ ກ້ອນສະຫວັນໄດ້ໃຫ້ການວ່າ: ໄດ້ເລີ່ມຄ້າຂາຍຢາເສບຕິດມາແຕ່ປີ 2000 ແລະ ໃນວັນທີ 28 ມີນາ 2013 ໄດ້ໄປລັກເອົາໂທລະສັບມືຖືຂອງປະຊາຊົນຢູ່ເຂດບ້ານສະພານທອງເໜືອ ຈຳນວນ 32 ໜ່ວຍ ແລະ ໄດ້ຮ່ວມກັນຊື້-ຂາຍຢາເສບຕິດກ່ອນຈະຖືກເຈົ້າໜ້າທີ່ຈັບຕົວມາເນີນຄະດີຕາມລະບຽບກົດໝາຍ.
