ຜູ້ນຳອູແກຣນຂໍປະເທດຕາເວັນຕົກ ຢ່າປັ່ນກະແສສ້າງຄວາມແຕກຕື່ນ ຈະເກີດສົງຄາມຣັດເຊຍ-ອູແກຣນ

ຜູ້ນຳອູແກຣນຂໍປະເທດຕາເວັນຕົກ ຢ່າເຮັດໃຫ້ແຕກຕື່ນວ່າຣັດເຊຍຈະບຸກອູແກຣນ ຊີ້ຊາວອູແກຣນຮຽນຮູ້ທີ່ຈະຢູ່ກັບໄພຄຸກຄາມຈາກຣັດເຊຍມາດົນແລ້ວ ພ້ອມເນັ້ນເຖິງປະທານາທິບໍດີ ໄບເດນ ວ່າ: ທ່ານເປັນຜູ້ນຳອູແກຣນທີ່ຮູ້ເລື່ອງອູແກຣນເລິກເຊິ່ງກວ່າຜູ້ນຳປະເທດໃດ ແລະ ຮູ້ເລິກບໍ່ຕ່າງຈາກຜູ້ນຳອາເມລິກາຮູ້ເລື່ອງໃນປະເທດຕົນເອງ.
ວັນທີ 29 ມັງກອນ 2022, ເວັບໄຊ CNN ລາຍງານວ່າ: ທ່ານ ໂວໂລດິມີ ເຊເລນສກີ ປະທານາທິບໍດີອູແກຣນ ກ່າວຕໍ່ສື່ມວນຊົນຕ່າງປະເທດໃນວັນທີ 28 ມັງກອນ ໂດຍຂໍໃຫ້ຜູ້ນຳປະເທດຕາເວັນຕົກຢ່າສ້າງຄວາມແຕກຕື່ນວ່າ: ກອງທັບຣັດເຊຍຈະບຸກອູແກຣນ.
ຜູ້ນຳອູແກຣນລະບຸວ່າ: ຜ່ານມາ ຊາວອູແກຣນຮຽນຮູ້ທີ່ຈະຢູ່ກັບໄພຄຸກຄາມຈາກຣັດເຊຍມາຕະຫລອດ ແລະ ຮູ້ຢູ່ສະເໝີວ່າໄພຄຸກຄາມຈາກຣັດເຊຍສາມາດເກີດຂຶ້ນໄດ້ຕະຫລອດເວລາ. ດັ່ງນັ້ນ ການທີ່ຜູ້ນຳປະເທດຕາເວັນຕົກລະບຸວ່າ: ຈະເກີດສົງຄາມຂຶ້ນໃນມື້ອື່ນເປັນການສ້າງຄວາມແຕກຕື່ນລ້າໆ.
ທ່າທີຂອງຜູ້ນຳອູແກຣນຫລ້າສຸດ ເກີດຂຶ້ນຫລັງຈາກທ່ານ ໂຈ ໄບເດນ ຜູ້ນຳອາເມລິກາ ໂທລະສັບໂອ້ລົມກັບຜູ້ນຳອູແກຣນ ໂດຍມີການເປີດເຜີຍວ່າ: ຜູ້ນຳອາເມລິກາເຕືອນອູແກຣນວ່າ: ຣັດເຊຍອາດບຸກອູແກຣນໃນເດືອນກຸມພານີ້ ໂດຍມີລາຍງານວ່າ: ຜູ້ນຳອູແກຣນບໍ່ຄ່ອຍພໍໃຈຕໍ່ການສົນທະນາດັ່ງກ່າວຕໍ່ປະທານາທິບໍດີອາເມລິກາເທົ່າໃດ.
ສອດຄ່ອງກັບການຕອບຄຳຖາມນັກຂ່າວ, ປະທານາທິບໍດີອູແກຣນລະບຸເຖິງການໂອ້ລົມກັບປະທານາທິບໍດີ ໄບເດນ ວ່າ: ໃນຖານະຜູ້ນຳອູແກຣນ ທ່ານຂອບໃຈຜູ້ນຳອາເມລິກາ, ແຕ່ສິ່ງທີ່ເກີດຂຶ້ນກັບອູແກຣນຕອນນີ້ບໍ່ໄດ້ມີຄວາມສຳຄັນແຕກຕ່າງຈາກເມື່ອກ່ອນ. ພ້ອມເນັ້ນວ່າ: ທ່ານເປັນຜູ້ນຳອູແກຣນ ແລະ ທ່ານເຮັດວຽກຢູ່ບ່ອນນີ້. ດັ່ງນັ້ນ ທ່ານຄິດວ່າ: ທ່ານເອງໜ້າຈະຮູ້ເລື່ອງເລິກກວ່າປະທານາທິບໍດີຄົນອື່ນໆ.
ຜູ້ນຳອູແກຣນເນັ້ນອີກວ່າ: ທ່ານເຂົ້າໃຈສິ່ງທີ່ເກີດຂຶ້ນໃນປະເທດຂອງຕົນເອງຢ່າງເລິກເຊິ່ງຄືກັບປະທານາທິບໍດີ ໄບເດນ ເຂົ້າໃຈສິ່ງທີ່ເກີດຂຶ້ນໃນອາເມລິກາ.
ຂະນະທີ່ທ່າທີຫລ້າສຸດຈາກຣັດເຊຍ, ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ກ່າວລະຫວ່າງລົມໂທລະສັບກັບທ່ານ ເອັມມານູເອລ ມາຄຣົງ ປະທານາທິບໍດີຝຣັ່ງ ໂດຍຊີ້ວ່າ: ອາເມລິກາ ແລະ ອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ບໍ່ໄດ້ເຮັດຕາມຂໍ້ຮຽກຮ້ອງຂອງຣັດເຊຍ ຄືການຢືນຢັນວ່າອູແກຣນຈະບໍ່ເຂົ້າຮ່ວມເປັນສະມາຊິກນາໂຕ ໂດຍນີ້ຖືໄດ້ວ່າເປັນການສະແດງທ່າທີຄັ້ງທຳອິດຂອງຜູ້ນຳຣັດເຊຍ ຫລັງໄດ້ຮັບຈົດໝາຍຂ້ໍສະເໜີເພື່ອແກ້ວິກິດອູແກຣນຈາກລັດຖະບານອາເມລິກາເມື່ອບໍ່ເທົ່າໃດວັນຜ່ານມາ.
ອ້າງອີງ:

