ວິລລາ ອົກຫັກ ຢູເວນຕູສ ປະຕິເສດຂໍ້ສະເຫນີຂໍຊື້ ເບນຕານຄູ

ສື່ອີຕາລີລາຍງານວ່າ : ຢູເວນຕູສ ປະຕິເສດຂໍ້ສະເຫນີ ແອສຕັນ ວິລລາ ຂໍຊື້ ໂຣດຣີໂກ ເບນຕານຄູ ກອງກາງຊາວ ອຸຣຸ ຮຽບຮ້ອຍແລ້ວ.

ສະກາຍອີຕາລີ ສື່ຊື່ດັງຂອງປະເທດອີຕາລີ ລາຍງານວ່າ ຢູເວນຕູສ ທີມໃຫຍ່ໃນພຣີເມຍລີກ ອັງກິດ ເພື່ອຂໍຊື້ ໂຣດຣີໂກ ເບນຕາຄູ ກອງກາງທີມຊາດອຸຣຸໄກວຂອງທີມໄປເສີມທັບຮຽບຮ້ອຍ ຫລັງ ວິລລາ ຍື່ນຂໍ້ສະເຫນີູນຄ່າ 20.5 ລ້ານປອນ ໃຫ້ພິຈາລະນາກ່ອນຫນ້ານີ້.

ລາຍງານລະບຸວ່າ ວິລລາ ເຊິ່ງໄດ້ນັກເຕະໃຫມ່ໃນຕະຫລາດນັກເຕະຮອບນີ້ໄປແລ້ວເຖິງ 4 ຄົນ ປະກອບມີ ຟີລິບເປ ຄູຕິນໂຢ, ໂຣບິນ ໂອລເຊນ ແລະ ຄາລຳແຊມເບີສ ນັ້ນ, ຍື່ນຂໍ້ສະເຫນີເປັນ 16,5 ລ້ານປອນ ພ້ອມເງິນເງື່ອນໄຂຈ່າຍໂບນັສເພີ່ມອີກ 5 ລ້ານປອນ ແຕ່ຖືກປະຕິເສດ ເນື່ອງຈາກ ຢູເວນຕູສ ຕ້ອງການຄ່າຕົວທີ່ 21 ລ້ານປອນຂາດຕົວ.

ທັງນີ້ ຄາດກັນ ວ່າ ຢູເວນຕູສ ຫນ້າຈະຕ້ອງການກຳໄລຈາກ ເບນຕານຄຣູ ໃຫ້ໄດ້ຫລາຍທີ່ສຸດ ເພາະລາວຍັງມີສັນຍາກັບ ໂບຄາ ຈູເນຍ ເປັນຈຳນວນ 30% ຫລັງ ຢູເວນຕູສ ດຶງມາຈາກສະໂມສອນໃຫຍ່ລີກອາເຈນຕີນາ ດ້ວຍຄ່າຕົວ 8 ລ້ານປອນ ເມື່ອປີ 2017.