ແຟນບານລີເວີພູລ ຮ້ອງດ່າສຽດສີຜິວໃສ່ນັກເຕະ ເອຟເວີຕັນ ຖືກໂທດຫ້າມເຂົ້າສະຫນາມບວກປັບໃຫມ

ປາກພາຈົນ ແຟນບານລີເວີພູລທີ່ຮ້ອງດ່າສຽດຜິວນັກເຕະເອຟເວີຕັນໃນເກມພຣີເມຍລີກ ຖືກຫ້າມເຂົ້າສະຫນາມຫລາຍປີ ແລະ ຈ່າຍຄ່າປັບອີກຈຳນວນຫລາຍ.

ວັນທີ 27 ມັງກອນ ບີບີຊີ ສະປອດ ລາຍງານວ່າ ແຟນບານລີເວີພູລ ຊື່ວ່າ ໂຣເບີດ ໂອເວັນ ຫນຸ່ມອາຍຸ 54 ປີ ຖືກສານປົກຄອງ ເຊົາ ເຊຟຕັນ ຕັດສິນລົງໂທດຫ້າມເຂົ້າສະຫນາມບານເຕະໃນມື້ທີ່ມີການແຂ່ງຂັນເປັນເວລາດົນເຖິງ 3 ປີ ພ້ອມບັງຄັບໃຫ້ຈ່າຍຄ່າປັບອີກ 300 ປອນ ລວມເຖິງຊຳລະຄ່າຂຶ້ນສານທີ່ບໍ່ມີການເປີດເຜີຍຈຳນວນດ້ວຍຕົວເອງ.

ທັງນີ້ ໂຣເບີດ ໂອເວັນ ມີຄວາມຜິດຂ້ໍຫາສຽດສີຜິດຜູ້ຫລິ້ນເອຟເວີຕັນ ໃນການແຂ່ງຂັນພຣີເມຍລີກ ອັງກິດ ເກມເມີຊີໄຊ ດາບີແມັດ ເຊິ່ງລີເວີພູລບຸກໄປຊະນະເຖິງຖິ່ນກູດີສັນ ພາດ 4-0 ເມື່ອວັນທີ 1 ທັນວາທີ່ຜ່ານມາ ເຊ່ິງແຟນບານ ລີເວີພູລ ຄົນນີ້ຖືກຈັບກຸມ ຫລັງຈາກເຈົ້າຫນ້າທີ່ຕຳຫລວດໄດ້ຍິນລາວຮ້ອງດ່າໃສ່ນັກເຕະ ເອຟເວີຕັນ.

ຕຳຫລວດທ້ອງຖິ່ນຍັງເປີດເຜີຍຫລັງການພິຈາລະນາຄະດີອີກວ່າ ຄຳຕັດສິນດັ່ງກ່າວຂອງສານເຮັດໃຫ້ ໂຣເບີດ ໂອເວັນ ມີປະຫວັດອາດຊະຍາກຳຕິດຕົວແລ້ວ ເຊິ່ງຈະບໍ່ເປັນຜົນດີຕໍ່ຕົວເອງ ຫາກຖືກພິຈາລະນາອີກເທື່ອຫນຶ່ງໃນອະນາຄົດ.