ຫ້າມນຳເຂົ້າຕ້ອງຄຽງຄູ່ກັບການສົ່ງເສີມຜະລິດພາຍໃນໃຫ້ເຂັ້ມແຂງ

ເມື່ອບໍ່ດົນມານີ້, ລັດຖະບານລາວໄດ້ກຳນົດບັນຊີລາຍການສິນຄ້າກະສິກຳເພື່ອທົດແທນການນຳເຂົ້າ 6 ຊະນິດພືດ ເພື່ອສົ່ງເສີມການຜະລິດພາຍໃນ ແລະ ຫລຸດຜ່ອນການນຳເຂົ້າ. ດ້ານສັດລ້ຽງ ແລະ ການປະ ມົງມີ 3 ປະເພດສິນຄ້າທີ່ບໍ່ອະນຸຍາດໃຫ້ນຳເຂົ້າມາ ສປປ ລາວ ໂດຍເດັດຂາດ ເປັນຕົ້ນປະເພດພືດຜັກ 6 ຊະນິດໄດ້ແກ່ ຜັກກະລໍ່າປີດອກຂຽວ, ຜັກກະລໍ່າປີດອກຂາວ, ຜັກກະລ່ຳປີ, ຫົວຜັກທຽມ, ຫົວຜັກບົ່ວ, ໝາກເຜັດ, ຜັກສະລັດ, ຜັກກາດຂາວ ແລະ ຜັກເຊີນາລີ. ສະເພາະສັດລ້ຽງ ແລະ ການປະມົງໄດ້ແກ່ງົວ, ໝູ, ແບ້, ໄກ່ສຸດໄຂ່, ເປັດ ແລະ ຫ່ານ. ປະເພດຜະລິດຕະພັນສັດ ແລະ ສັດນ້ຳໄດ້ແກ່ ໄຂ່ໄກ່, ຊີ້ນໝູ, ຊີ້ນງົວ, ຊີ້ນແບ້, ຊີ້ນເປັດ, ຊີ້ນຫ່ານ, ເຄື່ອງໃນສັດທຸກປະເພດ. ປະເພດປາຊີ້ນໄດ້ແກ່ ປາໄນ ແລະ ປານ້ຳຈືດທຸກຊະນິດ.

ສ່ວນສິນຄ້າທີ່ອະນຸຍາດໃຫ້ນຳເຂົ້າໄດ້ແກ່ ແນວພັນສັດ, ນ້ຳເຊື້ອສັດແນວພັນດີ, ວັກຊີນກັນພະຍາດສັດ, ອຸປະກອນ ແລະ ນ້ຳຢາ (ໄນໂຕຣເຈນເພື່ອຮັກສາວັກຊີນກັນພະຍາດ ແລະ ນ້ຳເຊື້ອສັດ), ຫົວອາຫານສັດ, ວັດຖຸດິບຮັບໃຊ້ການຜະລິດ, ອາຫານສັດ ແລະ ວັກຊີນທີ່ບໍ່ສາມາດຜະລິດໄດ້ໃນ ສປປ ລາວ, ວັດຖຸອຸປະກອນ ແລະ ເຄື່ອງກົນຈັກກະສິກຳທີ່ຮັບໃຊ້ໃຫ້ແກ່ການລ້ຽງສັດ.

ນອກຈາກອະນຸຍາດສິນຄ້າປະເພດດັ່ງກ່າວນີ້ແລ້ວ, ຍັງອະນຸຍາດໃຫ້ນຳເຂົ້າບາງຜະລິດຕະພັນກ່ຽວກັບສັດທີ່ມີມາດຖານຄື: ຊີ້ນງົວປະເພດດີ, ຊີ້ນແກະ, ຊີ້ນນົກກະຈອກເທດ, ຕ່ອນນ້ຳມັນໝູ, ໜັງໝູ, ຊີ້ນກ້ອນ ເພື່ອມາຮັບໃຊ້ບໍລິສັດ ຫລື ໂຄງການສະເພາະໃດໜຶ່ງເທົ່ານັ້ນ.

ອາຫານທະເລ ກໍອະນຸຍາດໃຫ້ນຳເຂົ້າ ແຕ່ຕ້ອງມີການກວດກາຄຸນນະພາບຢ່າງເຄັ່ງຄັດຮັດກຸມ ຊຶ່ງນີ້ແມ່ນຂໍ້ມູນຈາກການລາຍງານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ. ແນວໃດກໍຕາມ, ເວົ້າເລື່ອງການຫ້າມນຳເຂົ້າບັນດາສິນຄ້າກະສິກຳທີ່ກ່າວມາຂ້າງເທິງນັ້ນ ເປັນການດີທີ່ສຸດ ເພາະຫລາຍປີ ຜ່ານມາ ປະເພດສິນຄ້າກະສິກຳໂດຍລວມຈຳນວນບໍ່ໜ້ອຍແມ່ນນຳເຂົ້າຈາກປະເທດເພື່ອນບ້ານ ຍ້ອນຄົນລາວຜະລິດໜ້ອຍ, ມັກງ່າຍ, ຂາຍກໍແພງ ອ້າງວ່າຄ່ານ້ຳຄ່າໄຟແພງ ນັບທັງຊິ້ນເປືອງອື່ນໆ ຍ້ອນຢູ່ພາຍໃນຜະລິດໜ້ອຍຈຶ່ງຈຳເປັນນຳເຂົ້າມາເຊັ່ນ: ງົວ, ຊີ້ນໝູ, ຂາໄກ່, ຕີນໄກ່, ຫົວຜັກບົ່ວ, ຫົວຜັກທຽມ ແລະ ພືດຜັກອື່ນໆ.

ການຫ້າມນຳເຂົ້າຕ້ອງມີການກວດກາຄຸ້ມຄອງເດັດຂາດ, ຖ້າຝ່າຝືນຕ້ອງຢຶດ ແລະ ປັບໃໝ. ໄປຄຽງຄູ່ກັນນັ້ນ, ຕ້ອງເລັ່ງການຜະລິດພາຍໃນໃຫ້ເຂັ້ມແຂງ ແລະ ໃຫ້ຫລາຍຈຶ່ງສາມາດສະໜອງຢູ່ພາຍໃນ ແລະ ສົ່ງອອກຕາມຄວາມຕ້ອງການ.

ຊຸມປີຜ່ານມາ ຈີນຕ້ອງການຊື້ງົວ 5 ແສນໂຕຕໍ່ປີ, ເຂົ້າຫລາຍໝື່ນໂຕນ ແລະ ສິນຄ້າກະສິກຳປະເພດອື່ນໆກໍບໍ່ສາມາດສະໜອງໄດ້ຕາມຄວາມຕ້ອງການ. ສະນັ້ນ ທຸກສິ່ງຢ່າງເຖິງເວລາແລ້ວທີ່ພວກເຮົາຕ້ອງພ້ອມກັນເຢີກ ເພາະງານກັບເງິນມັນແລ່ນມາຫາເຮົາແລ້ວ.