14 ວິທີຫລຸດຈາກຄວາມທຸກ ສ້າງຊີວິດໃໝ່ ຕັ້ງໂຕໄດ້ພາຍໃນ 1 ປີ

- ໃຊ້ເງິນໃຫ້ໜ້ອຍກ່ວາທີ່ຫາໄດ້ : ການໃຊ້ເງິນໜ້ອຍກ່ວາທີ່ຫາມາໄດ້ ຄິດງ່າຍໆ ຫາໄດ້ເທົ່າໃດກໍໃຊ້ໃຫ້ໜ້ອຍກ່ວານັ້ນ ເຊິ່ງສິ່ງສຳຄັນກໍແມ່ນວິໄນໃນການທ້ອນເງິນນັ້ນເອງ, ຢ່າໃຫ້ຄວາມຢາກໄດ້ຢາກມີເຂົ້າມາຄອບງຳຄວາມເປັນໂຕທ່ານ ອາດຈະໃຊ້ວິທີຍ່າງເບິ່ງໄປກ່ອນ ເພື່ອຫາລາຄາທີ່ເໝາະສົມ ແລະ ຄຸນນະພາບທີ່ດີກ່ວາ ເປັນຕົ້ນ.
- ເຮັດວຽກຫລາຍກ່ວາ 1 ວຽກ : ຄົນທີ່ດຸໝັ່ນເຮັດວຽກຫລາຍກ່ວາ 1 ຢ່າງ ກໍຈະມີລາຍໄດ້ເຖິງ 2 ທາງ ເດືອນໜຶ່ງທ່ານໄດ້ເງິນຫລາຍກ່ວາເຮັດວຽກປະຈຳບ່ອນດຽວ, ສະນັ້ນແລ້ວ ລອງຕັ້ງໃຈເຮັດວຽກ ແລະ ດຸໝັ່ນໃຫ້ຫລາຍກ່ວາເກົ່າ ໂດຍການຫາອາຊີບເສີມທີ່ພໍຈະເຮັດໄດ້ ເຊື່ອວ່າເຮັດຫລາຍໄດ້ຫລາຍ ເຮັດໜ້ອຍໄດ້ໜ້ອຍ ແລະ ປະໂຫຍກນີ້ກໍໃຊ້ໄດ້ກັບທຸກຄົນ.
- ຮູ້ຈັກປະຕິເສດ : ການປະຕິເສດບໍ່ເຮັດໃຫ້ຄົນຕາຍໄດ້ດອກ ໂດຍສະເພາະປະຕິເສດເລື່ອງການເສຍເງິນໄປກັບເລື່ອງທີ່ໄຮ້ປະໂຫຍດ ເຊັ່ນ : ເຊົາໄປງານລ້ຽງສັງສັນ, ເຊົາຈັດງານປາຕີ້, ເຊົາໄປເລາະຫ້າງຊື້ເຄື່ອງ ເປັນຕົ້ນ ທັງຍັງຊ່ວຍໃຫ້ທ່ານປະຢັດເງິນ ແລະ ມີເງິນເຫລືອທ້ອນນຳອີກ ຮັບຮອງວ່າພາຍໃນປີນີ້ທ່ານຕ້ອງມີເງິນທ້ອນຫລາຍແນ່ນອນ.
- ຕັ້ງເປົ້າໝາຍ : ກ່ອນຈະລົງມືເຮັດຫຍັງກໍຕາມ ຕ້ອງຕັ້ງເປົ້າໝາຍໃຫ້ຈະແຈ້ງ ເພາະຖ້າບໍ່ມີເປົ້າໝາຍກໍບໍ່ສາມາດວາງແຜນການຍ່າງຕໍ່ໄປຂ້າງໜ້າໄດ້. ສະນັ້ນ ຄົນທີ່ຮັ່ງມີບໍ່ໄດ້ເກີດຂຶ້ນຍ້ອນຄວາມບັງເອີນ, ແຕ່ມາຈາກການທີ່ຄົນເຫລົ່ານັ້ນມີເປົ້າໝາຍທີ່ຈະແຈ້ງ ແລະ ສາມາດວັດແທກຜົນໄດ້. ໂຕຢ່າງເຊັ່ນ : “ຂ້ອຍຈະຕ້ອງມີເງິນ 10 ລ້ານກີບພາຍໃນ 1 ປີ” ໂດຍການສ້າງລາຍໄດ້ຈາກທຸລະກິດທີ່ທ່ານກຳລັງເຮັດຢູ່ ຫລື ກຳລັງຈະເຮັດກໍໄດ້ ລວມໄປເຖິງທ່ານຕ້ອງປະກາດໃຫ້ຕົນເອງຮັບຮູ້ ແລະ ໝັ່ນເຕືອນດ້ວຍຄຳປະກາດຂອງທ່ານ ເພື່ອເຕືອນຕົນເອງໃຫ້ເຖິງເປົ້າໝາຍເປັນປະຈຳ.
- ທ້າທາຍຄວາມສ່ຽງ : ຄົນທຸກທີ່ຢາກຈະຮັ່ງມີສ່ວນຫລາຍຈະກ້າເຮັດຫຍັງທີ່ບໍ່ຄືກັບຄົນອື່ນໆ ຈົນບາງເທື່ອເບິ່ງຄືຄົນບ້າ ແລະ ຄວາມກ້ານັ້ນ ຄວາມຈິງແລ້ວຖ້າເກີດຈາກຄວາມເຂົ້າໃຈຢ່າງລະອຽດຖີ່ຖ້ວນ ທ່ານກໍຈະເຂົ້າໃຈຄວາມສ່ຽງ ຈຶ່ງເຮັດໃຫ້ເບິ່ງເຫັນພາບທີ່ຈະແຈ້ງຂຶ້ນ ບໍ່ວ່າຈະເປັນເລື່ອງການລົງທຶນ, ຕົ້ນທຶນ ແລະ ຄວາມຜິດພາດທີ່ອາດຈະເກີດຂຶ້ນ ຖ້າຄວາມຢູ່ໃນລະດັບທີ່ຍອມຮັບໄດ້ ກໍລົງມືເຮັດເພື່ອຜົນຕອບແທນທີ່ດີໃນອະນາຄົດ.
- ສ້າງຄວາມເຊື່ອໝັ້ນ : ຄົນເຮົາຖ້າບໍ່ມີຄວາມເຊື່ອໝັ້ນ ຊີວິດກໍບໍ່ມີປະໂຫຍດ. ດັ່ງນັ້ນ ໃຜທີ່ເມື່ອຍກັບວຽກທໍ້ແທ້ກັບງານ ລອງສ້າງຄວາມເຊື່ອໝັ້ນໃຫ້ກັບຕົນເອງເບິ່ງ ວ່າເດືອນໜ້າເງິນເດືອນຕ້ອງຂຶ້ນ, ປີໃໝ່ໂບນັດຕ້ອງຕົກເປັນຂອງເຮົາ ເພາະເຮົາເຮັດວຽກໄດ້ດີປານນີ້ ສະນັ້ນແລ້ວຄວາມເຊື່ອຈະເກີດຂຶ້ນໄດ້ກໍຕໍ່ເມື່ອເຮັດໂຕເອງໃຫ້ດີຂຶ້ນນຳ.
- ລົງທຶນໃນອະສັງຫາລິມະຊັບ : ການລົງທຶນກັບອະສັງຫາລິມະຊັບນັ້ນເປັນອີກຫົນທາງໜຶ່ງທີ່ຈະສ້າງຄວາມຮັ່ງມີໄດ້, ແຕ່ກ່ວາຈະຮັ່ງມີໄດ້ນັ້ນຕ້ອງມີຄວາມພະຍາຍາມ ແລະ ຄວາມອົດທົນສູງຄືກັນ ດັ່ງທີ່ຮູ້ໆກັນວ່າອະສັງຫາລິມະຊັບເຮັດໃຫ້ຮັ່ງມີໄວ, ແຕ່ກໍມີຄວາມສ່ຽງຫລາຍຄືກັນທີ່ຈະເຮັດໃຫ້ທ່ານໝົດໂຕໄດ້. ດັ່ງນັ້ນ ກ່ອນລົງທຶນອະສັງຫາລິມະຊັບຕ້ອງວາງແຜນປຶກສາຜູ້ຊ່ຽວຊານ, ຫາເພື່ອນຮ່ວມຄິດ ຈະໄດ້ເອົາຊະນະຄວາມທຸກໃຫ້ໄດ້.
- ບໍ່ທໍ້ຖອຍ : ບໍ່ມີໃຜທີ່ບໍ່ທໍ້ຖອຍຕໍ່ອຸປະສັກ ດັ່ງນັ້ນ ໃຫ້ເອົາຄວາມຜິດພາດມາເປັນບົດຮຽນ ແລະ ບໍ່ມີໃຜທີ່ປະສົບຄວາມສຳເລັດໄດ້ໂດຍທີ່ບໍ່ເຄີຍເຮັດຫຍັງຜິດພາດມາກ່ອນ, ແຕ່ຄົນຈະເປັນເສດຖີສ່ວນຫລາຍຕ້ອງຖາມຕົນເອງເມື່ອມີສິ່ງທີ່ຜິດພາດເກີດຂຶ້ນ ຄື ເຮົາໄດ້ຮຽນຮູ້ຫຍັງຈາກຄວາມຜິດພາດນີ້ແດ່ ? ເມື່ອໄດ້ຄຳຕອບແລ້ວ ໄດ້ບົດຮຽນແລ້ວ ກໍຢ່າເຮັດພາດຊຳ້ອີກ ພ້ອມມຸ່ງໜ້າໄປຫາເປົ້າໝາຍຕໍ່ໄປ ຢ່າໄປສົນໃຈອະດີດເລີຍ.
- ຕອບຮັບທຸກວຽກ : ທຸກວຽກໃນໂລກນີ້ຊ່ວຍໃຫ້ທ່ານພິສູດຕົນເອງໄດ້ ຖ້າຫາກທ່ານກ້າທີ່ຈະຕອບຮັບສິ່ງໃໝ່ໆໃຫ້ກັບຊີວິດ ແລະ ມັນຈະຕາມມາດ້ວຍຜົນຕອບແທນອັນມະຫາສານ.
- ເຮັດທຸລະກິດສ່ວນໂຕ : ຄິດຈະເຮັດກິດຈະການສ່ວນໂຕ ຕ້ອງເຮັດໃຫ້ປະສົບຄວາມສຳເລັດນຳ ໂດຍຕ້ອງເຮັດຢ່າງຈິງຈັງ ເຮັດດ້ວຍຄວາມຮັກ, ຈັດການໃຫ້ຈິງຈັງ, ວາງແຜນຢ່າງຕັ້ງໃຈ, ບໍລິຫານການເງິນໃຫ້ຄ່ອງ, ຢ່າຖືເບົາເລື່ອງຍີ່ຫໍ້ຂອງຕົນເອງ ແລະ ອີກຫລວງຫລາຍ, ແຕ່ສິ່ງສຳຄັນຄື ຕ້ອງພະຍາຍາມເຮັດໃຫ້ປະສົບຄວາມສຳເລັດເພື່ອແຫກຄຸກຄວາມທຸກຍາກໃຫ້ໄດ້.
- ແບ່ງເງິນໃຊ້ : ໃຜທີ່ປະກອບອາຊີບແລ້ວສ້າງລາຍໄດ້ໃຫ້ຕົນເອງສະໝໍ່າສະເໝີ, ແຕ່ກໍບໍ່ຮັ່ງມີຂຶ້ນຈັກເທື່ອ ໃຫ້ລອງແບ່ງທ້ອນແບ່ງໃຊ້ເບິ່ງ ດີກ່ວາບໍ່ ຍົກໂຕຢ່າງເຊັ່ນ : ຫາເງິນໄດ້ມື້ລະ 200,000 ກີບ ຫັກໄວ້ທ້ອນ 100,000 ກີບ ອີກ 100,000 ໃຊ້ໄປກັບການກິນເຂົ້າ ແລະ ການເດີນທາງໄປເຮັດວຽກ ພຽງເທົ່ານີ້ທ່ານກໍຈະມີເງິນທ້ອນໄວ້ໃຊ້ໃນອະນາຄົດແລ້ວ.
- ຮັ່ງມີດ້ວຍອິນເຕີເນັດ : ອິນເຕີເນັດຊ່ວຍສ້າງເມັດເງິນເຂົ້າກະເປົ໋າໄດ້ ແຕ່ຕ້ອງມີຫຍັງບາງຢ່າງທີ່ຄິດວ່າໂດດເດັ່ນເໜືອຄົນອື່ນ ແລ້ວເອົາອອກມາແບ່ງປັນ ເຮັດວີດີໂອ ອັບໂຫລດໃນຢູທູບເພື່ອສ້າງຍອດວິວ ຫລື ຈະສ້າງໂຕເອງຈາກ Social Network ຢ່າງອື່ນກໍໄດ້ ເຊັ່ນ : Facebook, Line, Instragram ເປັນຕົ້ນ.
- ລົງທຶນໃນຫຸ້ນ : ການລົງທຶນໃນຫຸ້ນທີ່ດີຕ້ອງມີປັນຜົນ ເພື່ອສ້າງອິດສະຫລະພາບທາງການເງິນໃນອະນາຄົດ, ແຕ່ສິ່ງໜຶ່ງທີ່ຄວນມີກ່ອນທີ່ຈະລົງທຶນຫຸ້ນ ນັ້ນກໍຄື ຄວາມຮູ້ ແລະ ຄວາມເຂົ້າໃຈໃນການລົງທຶນ ບໍ່ດັ່ງນັ້ນທ່ານອາດຈະສູນເງິນໄປໝົດໂຕໂດຍທີ່ບໍ່ໄດ້ຄືນເລີຍ.
- ຂາຍໄດ້ຂາຍໄປ : ເຊື່ອວ່າເກືອບທຸກເຮືອນ ມັກຊື້ເຄື່ອງໃຊ້ຂອງສອຍກະຈຸກກະຈິກ ບໍ່ວ່າຈະແມ່ນກະເປົ໋າ, ເຄື່ອງນຸ່ງ, ເກີບ, ໂມງ ເປັນຕົ້ນ ເຊິ່ງສິ່ງຂອງເຫລົ່ານີ້ເມື່ອເບື່ອແລ້ວສາມາດເອົາມາສ້າງເງິນໄດ້ ໂດຍການຂາຍຕໍ່ເປັນສິນຄ້າມື 2 ທ່ານກໍຈະໄດ້ເງິນມາໃຊ້ແລ້ວ.

