ບຸນເຂົ້າຈີ່ ບໍ່ມີຫຍັງປະເສີດເທົ່າເຂົ້າປັ້ນໜຶ່ງທີ່ຄົນໃຫ້ທານດ້ວຍຄວາມສັດທາ

 ບຸນເຂົ້າຈີ່ ເປັນໜຶ່ງໃນບຸນເດືອນສາມ ຂອງຮີດ 12 ລາວທີ່ປະຕິບັດມາແຕ່ບູຮານນະການ ເຊິ່ງພາຍຫລັງຂົນເຂົ້າຂຶ້ນເລົ້າຂຶ້ນສາງແລ້ວ, ຊາວນາທັງຫລາຍໝົດວຽກໄຮ່ການນາ ຈຶ່ງພາກັນເຮັດ ບຸນເຂົ້າຈີ່ ຖວາຍແກ່ພະສົງ ແລະ ການເຮັດບຸນນີ້ ເຮັດໃນຂ້າງຂຶ້ນ ຫລື ຂ້າງແຮມກໍໄດ້, ແຕ່ເຄີຍເຮັດກາງເດືອນສາມ ຈຶ່ງຮຽກວ່າ ບຸນເດືອນສາມ ກໍໄດ້.
ມື້ທີ່ຈະເຮັດບຸນນີ້, ຄະນະວັດຈະປະກາດໃຫ້ຊາວບ້ານໄປເຕົ້າໂຮມກັນຢູ່ວັດເພື່ອກຽມເຂົ້າທີ່ຈະຈີ່ ກຽມໄມ້ ໄວ້ສຽບເຂົ້າ, ເຄື່ອງທາເຂົ້າຈີ່ (ໄຂ່ ຫລື ນໍ້າອ້ອຍ)ແລ້ວແຕ່ສັດທາຂອງຜູ້ໃດໜຶ່ງ. ການຕັ້ງໄຟຈີ່ເຂົ້າ ຕ້ອງ ໄດ້ເຮັດແຕ່ເຊົ້າພໍເຂົ້າຈີ່ສຸກ ກໍເອົາໄປຖວາຍ ພ້ອມຈັງຫັນເລີຍ. ເມື່ອເຖິງຍາມຖວາຍ ເພິ່ນຈະນິມົນພະສົງສາມະເນນພາຍໃນວັດມາໂຮມກັນຢູ່ຫໍແຈກ, ຫົວໜ້າພາໄຫວ້ພະຮັບສີນຈົບແລ້ວ ພະສົງສູດຖວາຍພອນແລ້ວຈຶ່ງນຳເຂົ້າຈີ່ນັ້ນໃສ່ບາດ ຍໍໄປຖວາຍພະສົງພ້ອມພາເຂົ້າ. ເມື່ອສັນສຳເລັດແລ້ວ ພະສົງໃຫ້ພອນ ອະນຸໂມທະນາ ແລະ ເທສະໜາຊາດົກ ເລື່ອງນາງປຸນນະທາສີ ຖວາຍເຂົ້າຈີ່ແດ່ພະພຸດທະເຈົ້າ. ເປັນຫຍັງຈຶ່ງເທສະໜາເລື່ອງນາງ ປຸນນະທາສີ ໂດຍມີມູນເຫດດັ່ງນີ້

ພະພຸດທະເຈົ້າປະທັບຢູ່ ວັດເຊຕະວັນມະຫາວິຫານ ເມືອງສາວັດຖີ, ເວລາໃກ້ຈະແຈ້ງ ພະອົງໄດ້ເລັງພະ ຍານ ກວດເບິ່ງໝູ່ສັດໂລກ ກໍປາກົດເຫັນ ນາງ ປຸນນະທາສີ ວ່າ ນາງຈະຕ້ອງຕາຍໃນມື້ນີ້ແນ່ນອນ ແລະ ຖ້າພະອົງບໍ່ໄດ້ໄປອະນຸເຄາະ ນາງກໍຈະຕ້ອງໄປສູ່ທຸກຄະຕິຢ່າງແນ່ນອນ. ພະພຸດທະອົງ ພ້ອມພະອານົນທີ່ອູ້ມບາດຕາມຫລັງ ມຸ່ງໜ້າໄປບ່ອນນາງ ປຸນນະທາສີ ເຮັດວຽກຢູ່ ເພື່ອໄປບິນທະບາດໂຜດນາງ.

ເລື່ອງມັນຍາວ ຂໍຢ້ອນລັດຕັດຕອນ ນາງຍ່າງໄປຫາທ່ານໍ້າ ໄດ້ເຫັນພະພຸດທະເຈົ້າ ແລະ ພະອານົນ ເລີຍເກີດຄວາມເຫລື້ອມໃສສັດທາ ທັງທີ່ບໍ່ໄດ້ມີຫຍັງມາຖວາຍ ນອກຈາກແປ້ງເຂົ້າຈີ່ທີ່ເປັນຂອງຕ້ອຍຕໍ່າ “ພັນເຕ ຂ້າແດ່ພະອົງຜູ້ຈະເລີນ ຂໍພະອົງຊົງຮັບເຂົ້າຈີ່ປັ້ນນີ້ ຂອງຜູ້ຂ້າຜູ້ເປັນຄົນຍາກຈົນເຂັນໃຈນີ້ດ້ວຍເທີ້ນ. ພະພຸດທະອົງໄດ້ນັ່ງສັນເຂົ້າຈີ່ກ້ອນນັ້ນໃຫ້ນາງ ປຸນນະທາສີ ເຫັນ ທັງໄດ້ເທສະໜາອະນຸໂມທະນາວ່າ ຂຶ້ນຊື່ ວ່າໂພຄະສົມບັດຂອງບຸກຄົນຂີ້ຖີ່ອັນມີຢູ່ໃນໂລກນີ້ ຈະມາກມາຍເປັນໝື່ນເປັນແສນ ຫລືຫລາຍກວ່ານັ້ນກໍຕາມ ຫາປະເສີດເທົ່າກັບເຂົ້າປັ້ນໜຶ່ງອັນບຸກຄົນໃຫ້ທານດ້ວຍຄວາມສັດທາບໍ່ໄດ້ ເພາະວ່າໂພຄະຊັບທີ່ມີຢູ່ກັບ ຄົນຂີ້ຖີ່ນັ້ນບໍ່ເປັນປະໂຫຍດອັນໃດເລີຍ ແມ່ນແຕ່ຕົນເອງຈະກິນກໍຍັງຍາກ ແຖມຍັງຈະໝົດເປືອງໄປລ້າໆ ເມື່ອຕາຍໄປສົມບັດເຫລົ່ານັ້ນກໍເປັນຂອງຄົນອື່ນ ແລະ ບໍ່ໄດ້ຕິດຕາມຕົນໄປສູ່ປໍລະພົບຂ້າງໜ້າ ປຽບ ທຽບ ກັບ ທານອັນມີປະມານໜ້ອອຍທີ່ບຸກຄົນນັ້ນໄດ້ຖວາຍແກ່ພະອະຣິຍະເຈົ້ານັ້ນເປັນບັນໄດສູ່ສະຫວັນ ສູ່ສຸຄະຕິ ແລະ ເປັນສະບຽງລ້ຽງຕົນໄປໃນຫົນທາງທຸລະກັນດານຄາວທີ່ຕົນໄດ້ຕາຍໄປແລ້ວ.