ເຜີຍແຜ່ວາລະແຫ່ງຊາດຕິດພັນກັບຂະແໜງການເງິນ ຢູ່ແຂວງສະຫວັນນະເຂດ

ວັນທີ 24 ມັງກອນ 2022 ທີ່ຜ່າມາທີ່ຫໍວັດທະນະທໍາໄກສອນພົມວິຫານ ແຂວງສະຫວັນນະເຂດ, ພະແນກການເງິນແຂວງສະຫວັນນະເຂດ, ໄດ້ຕ້ອນຮັບທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການເງິນ, ພ້ອມຄະນະທີ່ມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ແຂວງສະຫວັນນະເຂດ ແລະ ເຂົ້າຮ່ວມກອງປະຊຸມການປະເມີນຜົນການຈັດຕັ້ງເຜີຍແຜ່ວາລະແຫ່ງຊາດທີ່ຕິດພັນກັບຂະແໜງການເງິນຢູ່ແຂວງສະຫວັນນະເຂດ.
ໂດຍມີທ່ານ ສະຕິພາບ ພົມວິຫານ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງສະຫວັນນະເຂດ, ມີບັນດາການນໍາຂອງແຂວງ, ທ່ານຫົວໜ້າ-ຮອງຫົວໜ້າກົມ, ຄະນະວິຊາການຈາກກະຊວງການເງິນ, ຫົວໜ້າ-ຮອງຫົວໜ້າພະແນກການ, ທ່ານເຈົ້າເມືອງ ແລະ ຄະນະພະແນກການເງິນ, ພ້ອມພະນັກງານ-ລັດຖະກອນເຂົ້າຮ່ວມ.
ໂອກາດດັ່ງກ່າວ,ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການປະຈໍາພັກແຂວງຮອງເຈົ້າແຂວງສະຫວັນນະເຂດໄດ້ເຜີຍແຜ່ຄໍາສັ່ງເລກທີ 01 ຂອງກົມການເມືອງສູນກາງພັກ ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີການນໍາພາຊີ້ນໍາຂອງຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.
ພ້ອມນີ້ ທ່ານ ບຸນໂຈມ ອຸບົນປະສີດ ລັດຖະມົນຕີກະຊວງການເງິນ ຍັງໄດ້ຮ່ວມເຜີຍແຜ່ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 18/ນຍ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ໂດຍຍົກໃຫ້ເຫັນວ່າ: ເພື່ອຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບການຮັບຮອງເອົາທິດທາງແຜນງົບປະມານແຫ່ງລັດ 5 ປີ ແຕ່ປີ 2021 ຫາ 2025 ແລະ ປະຕິບັດຕາມວາລະແຫ່ງຊາດ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.
ເພື່ອສ້າງຄວາມເປັນເອກະພາບລະດັບສູງໃນການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດຢູ່ໃນຄວາມຮັບຜິດຊອບຂອງບັນດາກະຊວງ, ອົງການທຽບເທົ່າກະຊວງ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ, ບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ, ໂດຍນາຍົກລັດຖະມົນຕີອອກຄໍາສັ່ງຄື: ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ແລະ ຂັ້ນແຂວງ, ຫົວໜ່ວຍງົບປະມານບໍລິຫານວິຊາການ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ຕາມໜ້າທີ່, ຂອບເຂດສິດຂອງຕົນໃນການຈັດຕັ້ງປະຕິບັດ ບັນດາກົດໝາຍ, ນິຕິກໍາໃຕ້ກົດໝາຍ ທີ່ໄດ້ກໍານົດອອກ ໃນວຽກງານຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼລາຍຮັບງົບປະມານແຫ່ງລັດ, ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນໃຫ້ຢຸດຕິ ຫຼື ລົບລ້າງບັນດານິຕິກໍາໃຕ້ກົດໝາຍທີ່ໄດ້ກໍານົດອອກໂດຍບໍ່ສອດຄ່ອງກັບກົດໝາຍ ແລະລະບຽບການຕ່າງໆຂອງການຄຸ້ມຄອງລາຍຮັບງົບປະມານແຫ່ງລັດ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ແລະ ຂັ້ນແຂວງເປັນເຈົ້າການເພີ່ມທະວີຄວາມຮັບຜິດຊອບໃນການຄົ້ນຄວ້າວາງມາດຕະການຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍກໍານົດອອກເຊັ່ນ: ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍພາສີ, ກົດໝາຍວ່າດ້ວຍການຄຸ້ມຄອງສ່ອຍສາອາກອນ, ກົດໝາຍວ່າດ້ວຍອາກອນຊົມໃຊ້, ກົດໝາຍວ່າດ້ວຍອາກອນລາຍໄດ້, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ,ກົດໝາຍວ່າດ້ວຍບັນຊີ, ກົດໝາຍວ່າດ້ວຍວິສາຫະກິດ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ.
ໃນກໍລະນີອື່ນທີ່ນອກເໜືອຈາກກົດໝາຍ ແລະ ນິຕິກໍາທີ່ກໍານົດອອກແລ້ວຕ້ອງນໍາສະເໜີລັດຖະບານ ເພື່ອຂໍອະນຸມັດຈາກສະພາແຫ່ງຊາດ ໂດຍສະເພາະບັນດາໂຄງການລົງທຶນຂະໜາດໃຫຍ່ທີ່ຕິດພັນກັບຊັບພະຍາກອນທໍາມະຊາດ, ແຮ່ທາດ, ພະລັງງງານໄຟຟ້າ ແລະ ໂຄງການກໍ່ສ້າງພື້ນຖານໂຄງລ່າງ.
ພ້ອມກັນນັ້ນ, ໃນໂອກາດດຽວກັນນີ້ຍັງໄດ້ມີພິທີເຊັນບົດບັນທຶກຮ່ວມມືໃນການສະໜອງຂໍ້ມູນ ແລະ ນິຕິກໍາທີ່ກ່ຽວຂ້ອງລະຫວ່າງພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ພະແນກການເງິນແຂວງໂດຍການລົງນາມຂອງທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ທ່ານ ປອ ແສນສັກ ສຸລິສັກ ຫົວໜ້າພະແນກການເງິນແຂວງສະຫວັນນະເຂດ.
ເພື່ອເປັນການປັບປຸງການດໍາເນີນທຸລະກິດຢູ່ແຂວງສະຫວັນນະເຂດໃຫ້ດີຂຶ້ນ, ສ້າງຄວາມເຂັ້ມແຂງຍົກສູງຂີດຄວາມສາມາດໃນການແຂ່ງຂັນຂອງທຸລະກິດພາຍໃນແຂວງໃຫ້ສູງຂຶ້ນ, ແນໃສ່ເຮັດໃຫ້ການປະຕິບັດໜ້າທີ່ວຽກງານວິຊາສະເພາະ ຂອງສອງພະແນກການ ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ, ຮັບປະກັນປະສິດທິພາບ ແລະ ປະສິດທິຜົນສູງສຸດ.

