ແມ່ຍິງທີ່ເປັນຜູ້ນຳຄົນໄດ້ ພວກເຂົາມີເຄັດລັບ 10 ຂໍ້

- ພວກນາງບໍ່ຍອມໃຫ້ໃຜເບິ່ງວ່າອ່ອນແອ : ຄົນທີ່ເກັ່ງ ແລະ ເຂັ້ມແຂງຈະບໍ່ຍອມໃຊ້ຄວາມເປັນແມ່ຍິງສ້າງຂໍ້ໄດ້ປຽບ ພວກນາງຈະພະຍາຍາມເຮັດທຸກຢ່າງເທົ່າທຽມກັບຄົນອື່ນ, ຜູ້ຊາຍເຮັດແນວໃດ ແມ່ຍິງກໍເຮັດແນວນັ້ນ ແລະ ຍິ່ງຄົນທີ່ເປັນຫົວໜ້າ ບາງເທື່ອກໍມີຄວາມເປັນລູກຜູ້ຊາຍຫລາຍກ່ວາຜູ້ຊາຍແທ້ໆກໍມີ, ພວກນາງມັກສະແດງຄວາມເປັນຜູ້ນຳປົກປ້ອງຜູ້ໃຕ້ບັງຄັບບັນຊາ ສະແດງຄວາມຮັບຜິດຊອບທຸກການກະທຳ ແລະ ຜົນທີ່ເກີດຂຶ້ນ.
- ພວກນາງຫາເງິນເກັ່ງ ແລະ ບໍລິຫານເງິນເປັນ : ຄົງບໍ່ມີໃຜຢາກເປັນແມ່ຍິງເກັ່ງ ແຕ່ບໍ່ມີເງິນ ບໍ່ມີລາຍໄດ້ພໍໃຊ້, ແມ່ຍິງທີ່ເກັ່ງ ພວກນາງຈະຈົດຈໍ່ກັບລາຍຮັບ ແລະ ຫລຸດລາຍຈ່າຍທີ່ບໍ່ຈຳເປັນ. ນອກຈາກນີ້ກໍເອົາເງິນໄປລົງທຶນເພື່ອຕໍ່ຍອດ, ບາງຄົນເຮັດວຽກປະຈຳແລ້ວຍັງໄປເຮັດວຽກເສີມ, ຂາຍເຄື່ອງອອນລາຍ. ນອກຈາກນີ້ຍັງໃຊ້ເງິນເປັນ ສິ່ງຂອງທີ່ບໍ່ຈຳເປັນກໍຈະພະຍາຍາມບໍ່ຊື້, ອົດສົ້ມໄວ້ກິນຫວານ ເອົາເງິນໄປລົງທຶນແທນການໃຊ້ຈ່າຍທ່ຽວຫລິ້ນໃຊ້ຈ່າຍແບບຟຸມເຟືອຍ.
- ພວກນາງພັດທະນາຄວາມສາມາດ : ແມ່ຍິງທີ່ເກັ່ງຈະມີຄວາມສາມາດສູງບໍ່ແພ້ໃຜ ແລະ ບາງເທື່ອກໍເໜືອກ່ວາກໍມີ ຈົນຜູ້ຊາຍຕ້ອງອາຍ, ແຕ່ຄວາມສາມາດທີ່ຈະໄດ້ມານັ້ນຕ້ອງຜ່ານການຝຶກຝົນທັກສະ ແລະ ກຽມຄວາມພ້ອມ ບໍ່ແມ່ນຢູ່ດີໆຈະເກັ່ງໄດ້ທັນທີ ພຽງແຕ່ໃຈຕ້ອງການ ຄົນທີ່ເຂັ້ມແຂງ ແລະ ເກັ່ງແທ້ ຈະມີຈຸດເດັ່ນ ຫລື ຄວາມສາມາດ ບໍ່ໄດ້ອາໄສພຽງແຕ່ໜ້າຕາຈົບງາມພຽງຢ່າງດຽວຈຶ່ງຈະເປັນທີ່ຍອມຮັບຂອງຄົນອື່ນ.
- ພວກນາງມີຄວາມໝັ້ນໃຈສູງ : ແມ່ຍິງສະໄໝໃໝ່ທີ່ມີຄວາມສາມາດ ແລະ ປະສົບຄວາມສຳເລັດ ລ້ວນແຕ່ມີສິ່ງໜຶ່ງທີ່ຄືກັນ ຄື ຄວາມໝັ້ນໃຈໃນຕົນເອງ ທຸກສິ່ງທີ່ພວກນາງລົງມືເຮັດຈະມາພ້ອມກັບຄວາມໝັ້ນໃຈ ແບບໝັ້ນຄົງ ການສະແດງອອກທັງທາງກິລິຍາທ່າທາງລ້ວນຈະແຈ້ງວ່າພວກນາງເຂັ້ມແຂງ ແລະ ເກັ່ງຫລາຍ.
- ພວກນາງໃຫ້ຄວາມສຳຄັນກັບຄອບຄົວ : ຕໍ່ຈາກຫົວຂໍ້ທີ່ຜ່ານມາ ແມ່ຍິງທີ່ເກັ່ງ ດັ່ງ ເຊິຣິລ ແຊນເບີກ ຜູ້ບໍລິຫານລະດັບສູງຂອງເຟສບຸ໊ກ ນາງໃຫ້ຄວາມສຳຄັນກັບຄອບຄົວຫລາຍທີ່ສຸດ ເຖິງວ່າຈະພະຍາຍາມເຮັດວຽກຢ່າງໜັກ ແລະ ມີຄວາມຮັບຜິດຊອບໃນໜ້າທີ່ສູງຫລາຍ ແຕ່ກໍພະຍາຍາມຈັດສັນເວລາແບ່ງໃຫ້ກັບວຽກ ແລະ ຄອບຄົວຢ່າງດຸ່ນດ່ຽງກັນ ທັງນີ້ຄົງບໍ່ມີປະໂຫຍດຖ້າວຽກກ້າວໜ້າ, ແຕ່ຄອບຄົວແຕກແຍກບໍ່ມີຄວາມສຸກ.
- ພວກນາງເບິ່ງວ່າທຸກວິນາທີມີຄ່າ : ການບໍລິຫານເວລາທີ່ດີທີ່ສຸດ ແມ່ນບໍລິຫານວຽກແບບວິນາທີ ບໍ່ແມ່ນລາຍຊົ່ວໂມງຄືແຕ່ກ່ອນ ແມ່ຍິງທີ່ເກັ່ງຈະໃຊ້ເວລາຢ່າງກຸ້ມຄ່າທີ່ສຸດ, ມີການຈັດການວາງແຜນການເຮັດວຽກລ່ວງໜ້າຢ່າງໜ້ອຍ 1 ວັນ ແລະ ມີເປົ້າໝາຍໄລຍະຍາວລາຍວັນໄປຈົນເຖິງລາຍປີ ວ່າຕ້ອງພະຍາຍາມບັນລຸເປົ້າໝາຍສິ່ງໃດແດ່ ພວກນາງເຫລົ່ານີ້ຈະບໍ່ເມົາເສຍເວລາໄປກັບເຟສບຸກ ຫລື ເມົາແຕ່ນັ່ງແຊັດຂໍ້ຄວາມຈັບກຸ່ມນິນທາຄົນອື່ນ, ແຕ່ຈະໃຊ້ເວລາຢ່າງມີປະສິດທິພາບຫລາຍທີ່ສຸດ ເພື່ອທີ່ຈະກັບໄປໃຫ້ເວລາກັບຄອບຄົວ ຫລື ໄປເຮັດຢ່າງອື່ນທີ່ມີປະໂຫຍດ.
- ພວກນາງເຮັດວຽກຫລາຍກ່ວາຄົນອື່ນ : ການເຮັດວຽກຫລາຍຊ່ວຍພັດທະນາຄວາມສາມາດສະເພາະດ້ານ ແລະ ເພີ່ມໂອກາດທີ່ຈະບັນລຸເປົ້າໝາຍໄປໃນໂຕ, ແມ່ຍິງທີ່ເກັ່ງຈະເຮັດວຽກຫລາຍບໍ່ແພ້ຄົນອື່ນ. ແນວໃດກໍຕາມ ຄຳວ່າເຮັດວຽກຫລາຍບໍ່ຈຳເປັນຈະຕ້ອງເຮັດວຽກແບບອົດຫລັບອົດນອນເພື່ອສະແດງອອກວ່າຕົນເອງເຮັດວຽກຫລາຍ, ແຕ່ພວກນາງຈະເຮັດຢ່າງຊານສະຫລາດ ມີໄຫວພິບ ຮູ້ຈັກວາງແຜນ ເຊື່ອໝັ້ນໃນວຽກທີ່ເຮັດ ພ້ອມກັບເຮັດຢ່າງຕ9ເນື່ອງ ຈົນປະສົບຜົນສຳເລັດຕາມທີ່ຕ້ອງການ.
- ພວກນາງບໍ່ເມົາແຕ່ຊອກຫາຄວາມຮັກ : ແມ່ຍິງຜູ້ເປັນທີ່ຕ້ອງການຂອງຜູ້ຊາຍ ບໍ່ຈຳເປັນຈະຕ້ອງງາມເລີດລໍ້າດັ່ງນາງຟ້າ ພຽງແຕ່ເປັນຄົນທີ່ມີສະເໜ່, ມີບຸກຄະລິກກະພາບທີ່ດີກໍພຽງພໍແລ້ວ, ແມ່ຍິງເກັ່ງ ພວກນາງເຂົ້າໃຈຈຸດນີ້ດີ ແລະ ເຊື່ອວ່າ ຖ້າເຮົາເຮັດໂຕໃຫ້ດີພຽງພໍ ບໍ່ດົນກໍຈະມີຄົນມາຮັກເອງ ບໍ່ຈຳເປັນຕ້ອງໄຝ່ຫາຜູ້ຊາຍ, ຕາມຫາຄວາມຮັກຈົນເກີນງາມ ເພາະນອກຈະເຮັດໃຫ້ເບິ່ງບໍ່ດີແລ້ວ ຍັງເສຍເວລາໄປໂດຍບໍ່ໄດ້ຫຍັງກັບມາເລີຍ ເຊິ່ງແມ່ຍິງເກັ່ງ, ມີສະເໜ່ ແລະ ມີຄວາມສາມາດນັ້ນ ເຖິງຈະບໍ່ງາມຄືດັ່ງນາງງາມ ແຕ່ທຸກມື້ມີແຕ່ຄົນໂທຫາໂທຈີບ, ຊວນກິນເຂົ້າເຊົ້າ, ເຂົ້າສວາຍ, ເຂົ້າແລງ ກໍມີຫລາຍ. ສະນັ້ນແລ້ວ ເຮັດໂຕໃຫ້ມີຄຸນຄ່າ ແລ້ວຄວາມຮັກຈະມາຫາເອງ.
- ພວກນາງສົ່ງເສີມແມ່ຍິງຄົນອື່ນໃຫ້ກ້າວໜ້າ : ແມ່ຍິງທີ່ເກັ່ງແທ້ຈະບໍ່ເມົາແຕ່ອິດສາແມ່ຍິງຄົນອື່ນ ຢ້ານວ່າໃຜຈະມາກ້າວໜ້າໃນໜ້າທີ່ວຽກງານເກີນຕົນເອງ, ແຕ່ພວກນາງຈະສົ່ງເສີມເຊິ່ງກັນ ແລະ ກັນ ຄອຍຊ່ວຍເຫລືອກັນ ແບ່ງປັນຄວາມຄິດ ຫລື ໄອເດຍທີ່ມີປະໂຫຍດ ສ້າງເຄືອຂ່າຍແຫ່ງແມ່ຍິງເກັ່ງຂຶ້ນມາ. ຄົນທີ່ເປັນຜູ້ນຳຂອງກຸ່ມມັກຈະເປັນຄົນທີ່ໃຫ້ຫລາຍກ່ວາຮັບ ແລະ ມີວຸດທິຄວາມເປັນຜູ້ນຳສູງສຸດ, ພວກທີ່ເມົາແຕ່ໃສ່ຮ້າຍຄົນອື່ນ ຄົນພວກນີ້ຈະບໍ່ມີມື້ກ້າວໜ້າໄປໃສ.
- ພວກນາງມີຄວາມເປັນຜູ້ນຳ : ການທີ່ຈະຕ້ອງມີລູກນ້ອງຢູ່ພາຍໃຕ້ການບໍລິຫານຈັດການ ຈຳເປັນຢ່າງຍິ່ງທີ່ຈະຕ້ອງຝືກຝົນທັກສະຄວາມເປັນຜູ້ນຳ ເພາະຖ້າຫາກຂາດໄປແລ້ວ ກໍຈະບໍ່ສາມາດບໍລິຫານວຽກໄດ້ຢ່າງມີປະສິດທິພາບ ແລະ ບໍ່ສາມາດປະສົບຜົນສຳເລັດດັ່ງເປົ້າໝາຍທີ່ວາງໄວ້ ຍິ່ງມີລູກນ້ອງເປັນຜູ້ຊາຍ ຍິ່ງຕ້ອງສະແດງຄວາມສາມາດ ແລະ ຄວາມເປັນຜູ້ນຳໃຫ້ພວກເຂົາຍອມຮັບ ບາງເທື່ອອາດຈະຕ້ອງເຮັດວຽກຫລາຍກ່ວາຫົວໜ້າທີ່ເປັນຜູ້ຊາຍ ເພື່ອພິສູດຕົນເອງ, ແຕ່ຖ້າມີຄວາມສາມາດແທ້ ແລະ ມີຄວາມເປັນຜູ້ນຳສູງ ບໍ່ວ່າໃຜກໍຕ້ອງຍອມເຄົາລົບນັບຖືຢ່າງແນ່ນອນ.

