ອັງກິດກຽມຍົກເລີກມາດຕະການກວດໂຄວິດ ນັກເດີນທາງທີ່ສັກວັກຊີນຄົບແລ້ວ

ອັງກິດກຽມຍົກເລີກຂໍ້ກຳນົດກວດໂຄວິດ-19 ສຳລັບນັກເດີນທາງທີ່ສັກວັກຊີນຄົບໂດສ ເລີ່ມເດືອນກັນຍານີ້.
ວັນທີ 25 ມັງກອນ 2022, ລັດຖະບານອັງກິດອອກຖະແຫລງການໃນວັນທີ 24 ມັງກອນ ປະກາດຍົກເລີກຂໍ້ກຳນົດກວດພະຍາດໂຄວິດ-19 ທັງໝົດ ສຳລັບຜູ້ໂດຍສານຂາເຂົ້າທີ່ສັກວັກຊີນປ້ອງກັນໂຄວິດ-19 ຄົບໂດສແລ້ວ ແຕ່ຍັງຕ້ອງສະແດງແບບຟອມລະບຸຕຳແໜ່ງທີ່ຢູ່ຂອງຜູ້ໂດຍສານ (Passenger Locator Form) ໂດຍເລີ່ມມີຜົນບັງຄັບໃຊ້ນັບແຕ່ເວລາ 04:00 ໂມງ ຂອງວັນທີ 11 ກຸມພາ ຕາມເວລາທ້ອງຖິ່ນ.
ສ່ວນນັກເດີນທາງທີ່ບໍ່ໄດ້ສັກວັກຊີນຄົບໂດສ ຈະຕ້ອງກວດໂຄວິດ-19 ກ່ອນອອກເດີນທາງ ແລະ ເຂົ້າຮັບການທົດລອງພີຊີອາຣ໌ (PCR) ໃນມື້ທຳອິດ ຫລື ມື້ທີ 2 ເມື່ອເດີນທາງມາເຖິງອັງກິດ.
ທ່ານ ແກຣນ ແຊບ ລັດຖະມົນຕີຄົມມະນາຄົມອັງກິດ ກ່າວວ່າ: ຂັ້ນຕອນສຸດທ້າຍໃນການກັບມາເປີດການເດີນທາງລະຫວ່າງປະເທດຢ່າງໝັ້ນຄົງ ແລະ ປອດໄພຖືເປັນແຮງໜຸນທີ່ສຳຄັນຕໍ່ຂະແໜງການທ່ອງທ່ຽວຂອງອັງກິດ ກ່ອນຮອດມື້ພັກລະດູໃບໄມ້ຫລົ່ນ.
ສຳນັກຂ່າວຊິນຮົວລາຍງານວ່າ: ນອກຈາກການຍົກເລີກຂໍ້ກຳນົດກວດໂຄວິດ-19 ແລ້ວ, ອັງກິດຍັງມີແຜນຍອມຮັບໃບຮັບຮອງການສັກວັກຊີນປ້ອງກັນໂຄວິດ-19 ຈາກອີກ 16 ປະເທດ ເຊິ່ງລວມທັງຈີນ ແລະ ເມັກຊິກ ສົ່ງຜົນໃຫ້ປັດຈຸບັນອັງກິດຍອມຮັບໃບຮັບຮອງການສັກວັກຊີນຈາກຫລາຍກວ່າ 180 ປະເທດ ແລະ ດິນແດນທົ່ວໂລກແລ້ວ.
ທັງນີ້, ໃນວັນທີ 24 ມັງກອນ ອັງກິດລາຍງານຜູ້ຕິດເຊື້ອໂຄວິດ-19 ຈຳນວນ 88.447 ຄົນ ໃນໄລຍະ 24 ຊົ່ວໂມງຜ່ານມາ ເຮັດໃຫ້ມີຜູ້ຕິດເຊື້ອສະສົມ 15.953.685 ຄົນ.
ນອກຈາກນີ້ ຍັງມີລາຍງານຜູ້ເສຍຊີວິດເພີ່ມອີກ 56 ຄົນ ສົ່ງຜົນໃຫ້ຍອດລວມຜູ້ເສຍຊີວິດມີ 153.916 ຄົນ.
ປັດຈຸບັນ ອັງກິດດຳເນີນການສັກວັກຊີນປ້ອງກັນໂຄວິດ-19 ໂດສທຳອິດໃຫ້ປະຊາຊົນທີ່ມີອາຍຸຫລາຍກວ່າ 12 ປີຂຶ້ນໄປແລ້ວຫລາຍກວ່າ 90% ໂດຍມີປະຊາຊົນທີ່ໄດ້ຮັບວັກຊີນຄົບໂດສແລ້ວຫລາຍກວ່າ 83% ແລະ ໄດ້ຮັບວັກຊີນໂດສກະຕຸ້ນຫລາຍກວ່າ 64%.
ອ້າງອີງ:

