ແມນຊິຕີ ມີໂອກາດຫລາຍຈະໄດ້ດາວຮຸ່ງອາເຈນຕີນາກ່ອນຕະຫລາດປິດ

ສື່ອັງກິດລະບຸວ່າ ແມນເຊສເຕີ ຊິຕີ ຄືທີມທຳອິດທີ່ມີໂອກາດໄດ້ນັກເຕະດາວຮຸ່ງໄປຮ່ວມທີມ ປາດຫນ້າທີມດັງຮ່ວມເມືອງທີ່ພວມຈັບຕາສະຖານະການຢູ່ໃນຕອນນີ້.
ຮູລຽນ ອັລບາເຣສ ກອງຫນ້າຄົນເກ່ັງອາຍຸ 21 ປີ ຂອງທີມຣີເວີເພລສ ຕົກເປັນເປົ້າຫມາຍຂອງບັນດາທີມໃຫຍ່ທົ່ວຢູໂຣບ ຫລັງໂຊຟອມໄດ້ຢ່າງຮ້ອນແຮງໃນລີກບ້ານເກີດ ໂດຍຍິງໄປເຖິງ 18 ປະຕູໃນເກມລີກລະດູການທີ່ຜ່ານມາ ຈົນຊ່ວຍໃຫ້ທີມຄວ້າແຊ໊ມໄປຄອງໄດ້ສຳເລັດ.
ເຊິ່ງຈາກຟອມດັ່ງກ່າວ ເຮັດໃຫ້ລາວຕົກເປັນຂ່າວກັບທັງ ແມນເຊສເຕີ ຢູໄນເຕັດ, ເຣອັນ ມາດຣິດ, ບາເຊໂລນາ, ແມນເຊສເຕີ ຊິຕີ, ບາເຢິນ ມິວນິກ ລວມເຖິງ ປາຣິສ ແຊັງ ແຊັກແມັງ.
ແຕ່ຫລ້າສຸດ ເດລີເມລ ລາຍງານວ່າ ແມນເຊສເຕີ ຊິຕີ ອາດກາຍເປັນທີມທີ່ມີໂອກາດຫລາຍທີ່ສຸດຄວ້າ ຮູລຽນ ອັລບາເຣສ ໄປຄອງ ເນື່ອງຈາກດາວຍິງຄົນນີ້ມີຄ່າຈີກສັນຍາກັບ ບຣີເວີເພລສ ພຽງ 20 ລ້ານປອນເທົ່ານັ້ນ ເຊິ່ງມີລາຄາທີ່ ເປບ ກວາດີໂອລາ ສາມາດສ່ັງຄະນະບໍລິຫານເຊັນເຊັກໄດ້ທັນທີ.
ເນື່ອງຈາກນີ້ຍັງມີລາຍງານເພີ່ມຕື່ມວ່າ ແມນເຊສເຕີ ຊິຕີ ອາດຕັດສິນໃຈປ່ອຍໃຫ້ ຣີເວີເພລສໃຊ້ງານ ຮູລຽນ ຕໍ່ໄປດ້ວຍສັນຍາຢືມຕົວຊົ່ວຄາວ ກ່ອນຍາຍມາຮ່ວມທີມແມນຊິຕີ ຢ່າງເປັນທາງການໃນໄລຍະທ້າຍເດືອນທັນວາປີ 2022.

