ຍີ່ປຸ່ນເລີ່ມຂາດເຂີນຊຸດກວດໂຄວິດ ໃຜສຳຜັດໃກ້ຊິດ ແລະ ມີອາການ ໃຫ້ຖືວ່າເປັນຜູ້ຕິດເຊື້ອໄດ້ທັນທີ

ລັດຖະບານຍີ່ປຸ່ນກຽມໃຊ້ວິທີໃໝ່ໃນການນັບຈຳນວນຜູ້ຕິດເຊື້ອ ຫລັງຈາກເລີ່ມມີການລະບາດເພີ່ມຂຶ້ນຈົນມີຊຸດກວດບໍ່ພໍ.
ວັນທີ 25 ມັງກອນ 2022, ສຳນັກຂ່າວບລູມເບິກ (Bloomberg) ລາຍງານວ່າ: ລັດຖະບານຍີ່ປຸ່ນປະກາດໃຫ້ຜູ້ທີ່ສຳຜັດໃກ້ຊິດກັບຜູ້ຕິດເຊື້ອໂຄວິດ-19 ແລະ ຕໍ່ມາມີອາການບໍ່ສະບາຍ ສາມາດພິຈາລະນາວ່າເປັນຜູ້ຕິດເຊື້ອໄດ້ທັນທີ ຫລັງຈາກເຊື້ອໂອມິຄຣອນຍັງລະບາດຢ່າງຕໍ່ເນື່ອງ ຈົນເຮັດໃຫ້ຊຸດກວດເລີ່ມຂາດເຂີນ.
ໂດຍຈຳນວນຜູ້ຕິດເຊື້ອໃນຍີ່ປຸ່ນໄດ້ເພີ່ມສູງຂຶ້ນຢ່າງວ່ອງໄວ ຈາກເຄີຍຢູ່ປະມານຫລັກສິບເມື່ອ 6 ອາທິດກ່ອນ ແຕ່ຫລ້າສຸດເພີ່ມສູງກວ່າ 40.000 ຄົນຕໍ່ວັນແລ້ວ.
ນອກຈາກນີ້, ຍັງມີການປະກາດໃຫ້ຜູ້ບໍ່ສະບາຍທີ່ມີອາຍຸຕໍ່າກວ່າ 40 ປີ ເຊິ່ງສັກວັກຊີນແລ້ວ ມີອາການບໍ່ຮຸນແຮງ ແລະ ບໍ່ມີພະຍາດປະຈຳຕົວ ຫລື ເປັນບຸກຄົນທີ່ມີຄວາມສ່ຽງສູງ ສາມາດກວດເຊື້ອເພື່ອຢືນຢັນຜົນຢູ່ເຮືອນໄດ້ເລີຍ.
ມາດຕະການໃໝ່ນີ້ມີໂອກາດຈະເຮັດໃຫ້ຕົວເລກຜູ້ຕິດເຊື້ອໃນຍີ່ປຸ່ນເພີ່ມສູງຂຶ້ນກວ່າໄລຍະກ່ອນໜ້າ ເນື່ອງຈາກສາມາດລາຍງານຜົນການກວດດ້ວຍຕົນເອງໄດ້ ແລະ ໃນບາງຄົນອາດບໍ່ຈຳເປັນຕ້ອງກວດເຊື້ອ ຖ້າມີການສຳຜັດກັບຜູ້ຕິດເຊື້ອໄປກ່ອນແລ້ວ.
ຂະນະດຽວກັນ, ຫລາຍຝ່າຍເລີ່ມອອກມາຮຽກຮ້ອງໃຫ້ລັດຖະບານຍີ່ປຸ່ນແກ້ໄຂໂຄວິດ-19 ຄືເປັນພະຍາດປະຈຳຖິ່ນ ເພື່ອໃຫ້ປະຊາຊົນກັບມາໃຊ້ຊີວິດຕາມປົກກະຕິໄດ້ ເນື່ອງຈາກວັກຊີນ ແລະ ຢາປິ່ນປົວເລີ່ມເຂົ້າເຖິງໄດ້ງ່າຍແລ້ວ ແລະ ເຊື້ອໂອມິຄຣອນເອງກໍສົ່ງຜົນໃຫ້ເກີດອາການໄດ້ໜ້ອຍລົງເມື່ອທຽບໃສ່ສາຍພັນກ່ອນໆ.
ອ້າງອີງ:

