ແມນຢູ ສົ່ງນັກສືບເບິ່ງຜົນງານປີກຕົວເກັ່ງທີມຊາດໂຄລົມເບຍ

ແມນເຊສເຕີ ຢູໄນເຕັດ ສົ່ງນັກສືບເຊັກຟອມປີກພະລັງຫນຸ່ມເຊື້ອລະຕິນອາເມຣິກາ ແລະ ຄາດວ່າຈະລົງທຶນຊື້ມະຫາສານເພື່ອຄວ້ານັກເຕະໃຫ້ໄດ້ຫລັງຈົບລະດູການນີ້.

ເດລີເມລ ສື່ກິລາຊື່ດັງຂອງອັງກິດ ລາຍງານວ່າ ແມນເຊສເຕີ ຢູໄນເຕັດ ທີມຊັ້ນນຳຈາກ ພຣີເມຍລີກ ອັງກິດ ຕົກເປັນຂ່າວວ່າ ໄດ້ສົ່ງທີມນັກສືບໄປທີ່ປະເທດໂປຣຕຸເກສ ຕິດຕາມເບິ່ງຜົນງານຂອງການຫລິ້ນຂອງ ລຸຍ ດີອາສ ປີກທີມຊາດ ໂຄລອມເບຍ.

ມີລາຍງານວ່າ ທີມນັກສືບແມນຢູ ຈະເຂົ້າເບິ່ງຜົນງານການຫລິ້ນຂອງນັກເຕະໃນໄລຍະວັນອາທິດນີ້ ແລະ ຄາດການວ່າຈະມີການປິດການຊື້-ຂາຍ ໃນໄລຍະຫລົງຈົບລະດູການນີ້ ເຊິ່ງຄາດວ່າຄ່າຕົວຈະສູງເຖິງ 67 ລ້ານປອນ.

ສຳລັບ ລຸຍ ດີອາສ ປັດຈຸບັນເຂົ້າສູ່ໄລຍະອາຍຸ 25 ປີ ຫລິ້ນຢູ່ກັບທີມ ເອຟຊີ ປໍໂຕ ໃນລີກສູງສຸດໂປຣຕຸເກສ ໂດຍທີ່ໃນລະດູການນີ້ມີຜົນງານ 16 ປະຕູ ກັບອີກ 6 ແອສຊິສ ຈາກການລົຫລິ້ນ 28 ນັດໃນທຸກລາຍການຂອງລະດູການ 2021-22.