ຕອນບ່າຍວັນທີ 25 ມັງກອນ ເກີດແຜ່ນດິນໄຫວ 1 ຄັ້ງ ຢູ່ແຂວງຜົ້ງສາລີ

ຕາມການລາຍງານການເກີດແຜ່ນດິນໄຫວຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດ ວັນທີ 25 ມັງກອນ 2022, ເວລາ 11:53 ໂມງ ໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດລາວ ຈໍານວນ 1 ຄັ້ງ, ໃນບໍລິເວນເຂດແຂວງ ຜົ້ງສາລີ, ຢູ່ຈຸດສູນກາງເສັ້ນຂະໜານທີ່ 22.244 ອົງສາເໜືອ °N ແລະ ເສັ້ນ ແວງທີ່ 101.67 ອົງສາຕາເວັນອອກ °E ຄວາມແຮງສັ່ນສະເທືອນວັດແທກໄດ້ 3.4 ຣິກເຕີ, ມີຄວາມເລີກຈາກຫນ້າດິນ 10 ກິໂລແມັດ ເຊິ່ງຈຸດເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ບ້ານຜັງສານ, ເມືອງຍອດອູ, ແຂວງຜົ້ງສາລີ, ເຊີ່ງຈຸດເກີດແຜ່ນດິນໄຫວແມ່ນໄກຈາກຕົວເມືອງ ຍອດອູ ປະມານ 19 ກິໂລແມັດ .
ເຫດການເເຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

