ຝຶກອົບຮົມຫຼັກສູດຜູ້ບໍລິການແຈ້ງພາສີ ໃຫ້ຜູ້ປະກອບການ ຊຸດທີ 1

ວັນທີ 24 ມັງກອນ 2022 ທີ່ສະຖາບັນການເງິນ-ການບັນຊີ ໄດ້ມີພິທີເປີດຊຸດຝຶກອົບຮົມ ຫຼັກສູດ ຜູ້ບໍລິການແຈ້ງພາສີ ໃຫ້ບຸກຄົນ ນິຕິບຸກຄົນ ທີ່ດໍາເນີນທຸລະກິດ ກ່ຽວຂ້ອງກັບການສົ່ງອອກ-ນໍາເຂົ້າ ຊຸດທີ 1 ໂດຍການເປັນປະທານຂອງ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມພາສີ, ບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ, ມີບັນດາວິທະຍາກອນ, ສຳມະນາກອນ ແລະ ຄະນະຮັບຜິດຊອບຈັດຝຶກອົບຮົມ, ມີຜູ້ຕາງໜ້າ ຈາກພາກສ່ວນທີ່ກ່ຽວຂ້ອງ ທີ່ເຂົ້າຮ່ວມ.

ທ່ານ ສາຍມະໂນລິນ ສິນບັນດິດ ໃຫ້ຮູ້ວ່າ: ການຈັດຝຶກອົບຮົມ ໃນຄັ້ງນີ້ ແມ່ນເພື່ອເປັນການຮຽນຮູ້, ເຊື່ອມຊຶມ ກົດໝາຍວ່າດ້ວຍພາສີ, ລະບຽບການກ່ຽວຂ້ອງ, ລົງເລິກດ້ານເຕັກນິກວິຊາການ ການນໍາໃຊ້ລະບົບ ອາຊີກູດາ, ລະບຽບການທາງພາສີ ເພື່ອເປັນການສ້າງເງື່ອນໄຂ, ຄວາມພ້ອມ ທີ່ຈະເປັນຜູ້ບໍລິການແຈ້ງພາສີທີ່ໄດ້ມາດຕະຖານ.

ໃນໄລຍະຜ່ານມາ ການຮົ່ວໄຫຼຂອງລາຍຮັບ ຍັງເປັນບັນຫາທ້າທາຍຂອງຂະແໜງພາສີ ໃນຂອບເຂດທົ່ວປະເທດ, ໃນນີ້, ການເຄື່ອນໄຫວບໍ່ຖືກຕ້ອງຂອງຜູ້ບໍລິການແຈ້ງພາສີ ກໍເປັນບັນຫາໜຶ່ງ ທີ່ຕິດພັນກັບການຫຼົບຫຼີກການປະຕິບັດພັນທະດ້ວຍຫຼາຍຮູບແບບ ແລະ ມີການລະເມີດບັນດາຂໍ້ຫ້າມຕາມທີ່ກົດໝາຍ ແລະ ລະບຽບການກໍານົດ.

ພາຍຫຼັງທີ່ກະຊວງການເງິນ ໄດ້ອອກຄຳແນະນຳ ສະບັບເລກທີ 5916/ກງ, ລົງວັນທີ 25 ພະຈິກ 2021 ວ່າດ້ວຍການຄຸ້ມຄອງຜູ້ບໍລິການແຈ້ງພາສີ ແລະ ຜູ້ແຈ້ງພາສີທົ່ວໄປ ຊຶ່ງເປັນເຄື່ອງມືໃນການຜັນຂະຫຍາຍຄຳສັ່ງ ສະບັບເລກທີ 18/ນຍ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ, ກົມພາສີ ກໍໄດ້ຂຸ້ນຂ້ຽວຈັດຕັ້ງຜັນຂະຫຍາຍ ບັນດາເນື້ອໃນຈິດໃຈ ຂອງຄຳແນະນຳສະບັບດັ່ງກ່າວ ເປັນຕົ້ນການຫັນຜູ້ປະກອບການເຂົ້າສູ່ ມາດຕະຖານ, ເງື່ອນໄຂ ພ້ອມກັບປະຕິບັດມາດຕະການກ່ຽວຂ້ອງ ໃນການຄຸ້ມຄອງຜູ້ບໍລິການແຈ້ງພາສີ ທັງນີ້, ກໍເພື່ອເປັນການຮັບປະກັນການຈັດເກັບລາຍຮັບໃຫ້ເຂັ້ມງວດ ແລະ ອັດຊ່ອງຫວ່າງການຮົ່ວໄຫຼຂອງລາຍຮັບ.

ວຽກງານການບໍລິການແຈ້ງພາສີ ແມ່ນມີຄວາມສຳຄັນຫຼາຍ ເພາະຈະມີບົດບາດເປັນຜູ້ຕາງໜ້າ ໃຫ້ແກ່ເຈົ້າຂອງສິນຄ້າ ແລະ ມີຄວາມຮັບຜິດຊອບຕໍ່ໜ້າກົດໝາຍກຳນົດ. ສະນັ້ນ, ຈຶ່ງມີຄວາມຈຳເປັນທີ່ຕ້ອງໄດ້ມີການຝຶກອົບຮົມຢ່າງຖືກຕ້ອງ ແລະ ຄົບຖ້ວນ, ຫັນເຂົ້າສູ່ມາດຕະຖານ ແລະ ເງື່ອນໄຂ ກຳນົດ, ກຳໄດ້ໜ້າທີ່, ສິດຂອບເຂດຄວາມຮັບຜິດຊອບ ຕາມລະບຽບການກຳນົດ.

ໃນການຝຶກອົບຮົມໃນຄັ້ງນີ້ ແມ່ນໃຊ້ເວລາ 7 ວັນ ຊຶ່ງຜູ້ເຂົ້າຮ່ວມຝຶກອົບຮົມ ຈະໄດ້ຮຽນຮູ້ ຫົວຂໍ້ທີ່ສຳຄັນເປັນຕົ້ນ: ຄວາມຮູ້ພື້ນຖານກົົດໝາຍວ່າດ້ວຍພາສີ; ຄວາມຮູ້ພຶ້ນຖານກົດໝາຍວ່າດ້ວຍສ່ວຍສາອາກອນ; ຄວາມຮູ້ພື້ນຖານກົດໝາຍວ່າດ້ວຍບັນຊີ; ຄໍາແນະນຳຂອງກະຊວງການເງິນ ສະບັບເລກທີ 5916/ກງ; ຂັ້ນຕອນການແຈ້ງພາສີ; ການຈັດລະຫັດສິນຄ້າ; ສາລະບານອັດຕາພາສີ; ການຜ່ານແດນໃນກອບອາຊຽນ, ກອບອານຸພາບພື້ນ; ການກໍາກົດມູນຄ່າແຈ້ງ; ການກວດສອບຄືນການແຈ້ງ; ລະບົບການຂົນສົ່ງສິນຄ້າ; ການຢັ້ງຢືນແຫຼ່ງກຳເນີດສິນຄ້າ ແລະ ການນໍາໃຊ້ລະບົບເອຊີກຸດາ ເປັນຕົ້ນ.