ຍ້ອນຕົ້ນທຶນການຜະລິດເປັນສິນຄ້າ ຫລື ການຂາຍແບບສຸກເອົາເຜົາກິນ?

ຍົກເລື່ອງນີ້ຂຶ້ນມາ ເພື່ອສະທ້ອນໃຫ້ເຫັນວ່າ: ມັນຍັງເປັນບັນຫາ, ເປັນສິ່ງທ້າທາຍບໍ່ໜ້ອຍຂອງປະເທດເຮົາ ຊຶ່ງນອກຈາກມັນສອດຄ່ອງກັບການຕີລາຄາຂອງຂະແໜງການກ່ຽວຂ້ອງພາກລັດມາແລ້ວຍັງມີຫລາຍຫາງສຽງ ຫລາຍຄຳເຫັນ ທີ່ເປັນປະໂຫຍດ ເປັນການສະແດງຄວາມເປັນຫ່ວງບໍ່ໜ້ອຍຕໍ່ເລື່ອງນີ້ໂດຍສະ ເພາະພາຍຫລັງເປີດບໍລິການເສັ້ນທາງລົດໄຟ ລາວ-ຈີນ ໂດຍຈໍານວນໜຶ່ງເຫັນວ່າຍັງເປັນສິ່ງທ້າທາຍຕໍ່ການຜະລິດເປັນສິນຄ້າພາຍໃນ ທັງເຫັນວ່າຈະຕ້ອງຮ່ວມກັນຫາວິທີຮັບມື ເພື່ອເຮັດແນວໃດໃຫ້ສິນຄ້າໄດ້ລາຄາ ໂດຍໃຊ້ຕົ້ນທຶນບໍ່ຫລາຍ, ລາຄາສາມາດແຂ່ງຂັນໄດ້ເວລາຈໍາໜ່າຍທັງພາຍໃນ ແລະ ສ້າງເງື່ອນ ໄຂເພື່ອການສົ່ງອອກ.

ຜ່ານມາ, ພາກລັດ ໄດ້ເອົາໃຈໃສ່ສົ່ງເສີມຜະລິດເປັນສິນຄ້າຢູ່ພາຍໃນປະເທດ ຊຶ່ງກໍປະສົບຜົນສໍາເລັດຢ່າງຫລວງຫລາຍໂດຍຂະບວນການຜະລິດຕົວຈິງມີຫລາຍຂຶ້ນ, ປະຊາຊົນລາວບັນດາເຜົ່າ ຕື່ນຕົວ ແລະ ເຮັດຢ່າງເຂັ້ມແຂງຕາມທ່າແຮງຂອງແຕ່ລະທ້ອງຖິ່ນ ປະກອບສ່ວນເຮັດໃຫ້ຂະບວນການຜະລິດຄຶກຄັກທັນຕາເຫັນ. ແນວໃດກໍດີຍັງມີບາງດ້ານທີ່ຕ້ອງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມຢ່າງແຂງແຮງຕື່ມ ແລະ ເຖິງວ່າລັດມີນະໂຍບາຍດ້ານນິຕິກໍາອໍານວຍຄວາມສະດວກ ແລະ ສ້າງເງື່ອນໄຂທີ່ດີປົກປ້ອງສິນຄ້າຜະລິດຢູ່ພາຍໃນແລ້ວ, ແຕ່ສິນຄ້າພາຍໃນຈໍານວນໜຶ່ງຍັງແພງ ຖືວ່າເປັນຂໍ້ຈໍາກັດໃຫ້ແກ່ການແຂ່ງຂັນດ້ານລາຄາຈໍາໜ່າຍໃນໝວດສິນຄ້າດຽວກັນທີ່ນໍາເຂົ້າ. ບັນຫານີ້ ເປັນສິ່ງຂັດແຍ້ງກັບການປຸກລະດົມ, ການສ້າງຄ່ານິຍົມຊົມໃຊ້ຜົນຜະລິດພາຍໃນເພື່ອຄວາມເຂັ້ມແຂງໂດຍຕົນເອງ ຊຶ່ງເຫັນໄດ້ຈາກຄົນສ່ວນຫລາຍ ຍັງຊົມໃຊ້ຜະລິດຕະພັນນໍາເຂົ້າ (ສິນຄ້າໝວດດຽວກັນ)ຍ້ອນລາຄາ ແລະ ຄວາມຊິນເຄີຍນັ້ນເອງ ເທົ່າທີ່ເຫັນມີຫລາຍຄອບຄົວ ຊົມໃຊ້ສິນຄ້ານໍາເຂົ້າກວມສ່ວນຫລາຍແມ່ນແຕ່ນໍ້າປາແດກຕໍາໝາກຫຸ່ງ, ນໍ້າປາ…ຫລື ເກືອ ທີ່ເປັນພື້ນຖານ ເຄື່ອງປຸງແຕ່ງລົດຊາດອາຫານ…

ไม่มีคำอธิบายรูปภาพ

ຄວາມຈິງແລ້ວ, ພວກເຮົາສາມາດຜະລິດສິນຄ້າພາຍໃນໄດ້ຫລາຍຢ່າງເຊັ່ນເຄື່ອງໃຊ້ໃນເຮືອນຄົວ, ແຕ່ຕ້ອງສົ່ງເສີມໃຫ້ເກີດຂະບວນການຜະລິດທີ່ແຂງແຮງ, ພະຍາຍາມສົ່ງເສີມ-ອໍານວຍຄວາມສະດວກ ເພື່ອບໍ່ໃຫ້ເກີດບັນຫາຕົ້ນທຶນ, ຜູ້ຜະລິດ ຄວນບືນໃຫ້ເກີດກາໝາຍ ແລະ ຄຸນນະພາບ ເພື່ອຄວາມຍືນຍົງ ໂດຍບໍ່ຖືກໍາໄລໄລຍະສັ້ນ. ການສ້າງເງື່ອນໄຂອໍານວຍຄວາມສະດວກ ເພື່ອຊຸກຍູ້ສົ່ງເສີມໃຫ້ສິນຄ້າພາຍໃນລາຄາ ຕົ້ນທຶນຕໍ່າ ແມ່ນຄວາມຈໍາເປັນ ຊຶ່ງນອກຈາກລັດມີນະໂຍບາຍແລ້ວ ກໍໃຫ້ມີຕະຫລາດຮອງຮັບ ໂດຍຈຸດນີ້ລັດ-ເອກະຊົນ ຕ້ອງໄດ້ຮ່ວມກັນຖົມຂຸມຄ່າເນື້ອທີ່ວາງຂາຍເພື່ອບໍ່ເພີ່ມຕົ້ນທຶນ, ຜູ້ຜະລິດ ໃຫ້ເບິ່ງອະນາຄົດຍາວໄກ ແລະ ຄວາມຍືນຍົງ ບໍ່ຄວນເຮັດແບບສຸກເອົາເຜົາກິນ, ຜະລິດສິນຄ້າປະເພດດຽວກັນໃຫ້ມີຫລາຍ ລະດັບລາຄາ ເພື່ອທຸກຄົນໄດ້ຊົມໃຊ້ ຕາມເງື່ອນໄຂເສດຖະກິດຂອງໃຜລາວ…