WHO ຊີ້ເອີຣົບກຳລັງມຸ່ງສູ່ຈຸດຈົບ ຂອງການທີ່ໂຄວິດເປັນພະຍາດລະບາດໃຫຍ່ ແຕ່ບໍ່ໄດ້ເບົາເຖິງຂັ້ນເປັນພະຍາດປະຈຳຖິ່ນ

ຜູ້ອຳນວຍການ WHO ເອີຣົບຄາດການລະບາດຂອງໂຄວິດຈະຫລຸດລົງໃນອີກບໍ່ດົນ ກ່ອນມາລຸ້ນອີກຊ່ວງທ້າຍປີວ່າຈະກັບມາ ຫລື ບໍ່.

ວັນທີ 23 ມັງກອນ 2022, ສຳນັກຂ່າວເອເອັຟພີ (AFP) ລາຍງານການສຳພາດຂອງ ດຣ. ຮານ ຄລູ ຜູ້ອຳນວຍການອົງການອະນາໄມໂລກ (WHO) ປະຈຳພາກພື້ນເອີຣົບ ທີ່ມີການກ່າວເຖິງສະຖານະການການລະບາດຂອງພະຍາດໂຄວິດ-19 ໃນເອີຣົບວ່າ: ອາດກຳລັງໃກ້ເຖິງຈຸດຈົບຂອງການເປັນພະຍາດລະບາດໃຫຍ່ແລ້ວ ໂດຍຄາດວ່າເຊື້ອໂອມິຄຣອນຈະເຮັດໃຫ້ປະຊາຊົນເອີຣົບ 60% ຕິດເຊື້ອພາຍໃນເດືອນມີນາ.

ຫລັງຈາກໂອມິຄຣອນລະບາດໄປທົ່ວເອີຣົບແລ້ວ ອາດຈະຕ້ອງໃຊ້ເວລາອີກຫລາຍອາທິດ ຫລື ຫລາຍເດືອນໃນການເກີດພູມຕ້ານທານຂຶ້ນທົ່ວໂລກ ທັງຈາກວັກຊີນ ແລະ ຈາກການຕິດເຊື້ອ ລວມທັງການຜ່ານພົ້ນລະດູໜາວ.

ໂດຍການລະບາດຂອງໂຄວິດ-19 ຈະຫລຸດລົງໄລຍະໜຶ່ງ ຈາກນັ້ນມາເບິ່ງກັນອີກວ່າຈະກັບມາລະບາດອີກໃນຊ່ວງທ້າຍປີ ຫລື ບໍ່.

ເຖິງວ່າຈະອອກມາຄາດຄະເນວ່າພະຍາດໂຄວິດ-19 ອາດຈະຫລຸດຈາກການເປັນພະຍາດລະບາດໃຫຍ່ (Pandemic) ແຕ່ຍັງໄວເກີນໄປທີ່ຈະພິຈາລະນາວ່າເຂົ້າສູ່ການເປັນພະຍາດປະຈຳຖິ່ນ (Endemic) ແລ້ວ.

ໂດຍການເປັນພະຍາດປະຈຳຖິ່ນ ໝາຍຄວາມວ່າ: ເປັນພະຍາດທີ່ເກີດຂຶ້ນປະຈຳສະເພາະບໍລິເວນພື້ນທີ່ນັ້ນໆ ມີການແພ່ກະຈາຍໃນລະດັບຕໍ່າ ແລະ ສາມາດຄາດເດົາອັດຕາການຕິດເຊື້ອໄດ້.

ດຣ. ຄລູ ກ່າວເຖິງເລື່ອງນີ້ວ່າ: ມີການເວົ້າເຖິງພະຍາດປະຈຳຖິ່ນກັນໃນຫລາຍບ່ອນ, ແຕ່ການເປັນພະຍາດປະຈຳຖິ່ນນັ້ນ ເຮົາຈະຕ້ອງຄາດການໄດ້ວ່າຈະເກີດຫຍັງຂຶ້ນ, ແຕ່ໄວຣັສໂຕນີ້ສ້າງຄວາມປະຫລາດໃຈໃຫ້ເຮົາມາຫລາຍກວ່າ 1 ຄັ້ງແລ້ວ. ດັ່ງນັ້ນ ເຮົາຈຶ່ງຕ້ອງລະມັດລະວັງຢ່າງນັກ ເພາະໃນຂະນະທີ່ເຊື້ອໂອມິຄຣອນລະບາດເປັນວົງກວ້າງ ອາດເຮັດໃຫ້ເກີດການກາຍພັນອື່ນໆຕາມມາໄດ້.

ອ້າງອີງ:

https://www.straitstimes.com/…/europe-could-be-headed…