ຊາວໄທຫັນມາບໍລິໂພກຊີ້ນແຂ້ ແກ້ໄຂວິກິດຊີ້ນໝູແພງ

ກະແສສັງຄົມໄທປັດຈຸບັນ ພວມພົບວິກິດລາຄາຊີ້ນໝູແພງ ບັນຫານີ້ຊຳເຮື້ອມາຕັ້ງແຕ່ທ້າຍເດືອນທັນວາ 2021 ຈົນເຖິງ ທ້າຍເດືອນມັງກອນ 2022 ສະຖານະການກໍຍັງບໍ່ສາມາດແກ້ໄຂໄດ້ຢ່າງຊັດເຈນ ເຊິ່ງຫລາຍພາກສ່ວນຂອງລັດກໍໄດ້ມີການເລັ່ງແກ້ໄຂດ້ວຍຫລາຍໆວິທີ.

ລາຄາຊີ້ນໝູທີ່ຂາຍທົ່ວໄປໃນປັດຈຸບັນວັນທີ 24 ມັງກອນ 2022 ລາຄາແບ່ງຕາມຊີ້ນແຕ່ລະສ່ວນດັ່ງນີ້:
ຊີ້ນໝູແດງ 210 ບາດ ຫລືປະມານ 73.500 ກີບ/ກິໂລກຣາມ
ສັນນອກ 230 ບາດ ຫລືປະມານ 80.500 ກີບ/ກິໂລກຣາມ
ດູກຂ້າງ 215 ບາດ ຫລືປະມານ 75.250 ກີບ/ກິໂລກຣາມ
ສາມຊັ້ນ 250 ບາດ ຫລືປະມານ 87.500 ກີບ/ກິໂລກຣາມ
ຊີ້ນໝູບົດ 157 -190 ບາດ ຫລືປະມານ 54.950-66.500 ກີບ/ກິໂລກຣາມ

ດັ່ງນັ້ນ, ເພື່ອແກ້ໄຂສະຖານະການຕໍ່ໜ້າບັນຫາຊີ້ນໝູແພງ ຊາວໄທຈຳນວນຫລາຍຈຶ່ງຫັນໄປບໍລິໂພກຊີ້ນແຂ້ຫລາຍຂຶ້ນ ແລະ ເປັນການແພ່ຫລາຍໃນປັດຈຸບັນ ທັງນີ້ກໍເນື່ອງຈາກ ຊີ້ນແຂ້ ມີລາຄາຖືກວ່າ ໂດຍແຍກແຕ່ລະສ່ວນດັ່ງນີ້:
ຊີ້ນສົດ 105 ບາດ ບາດ ຫລືປະມານ 36.750 ກີບ/ກິໂລກຣາມ
ເອົາເຖິງ 30 ກິໂລ ຖືກິໂລລະ 70 ບາດ ຫລື ປະມານ 24.500 ກີບ/ກິໂລກຣາມ
ສ່ວນຊີ້ນກົກຫາງ ອ່າວລາຄາແພງ ສະເລ່ຍ 200-300 ບາດ ຫລືປະມານ 70.000-100.000 ກີບ/ກິໂລກຣາມ

ນອກຈາກນີ້ ກົມປະມົງໄທຍັງຫັນມາສົ່ງເສີມໃຫ້ມີການລ້ຽງແຂ້ເພື່ອເສດຖະກິດນຳອີກ ສ່ວນທາງດ້ານກົມອະນາໄມ ແລະ ສຳນັກງານໂພຊະນາການຂອງໄທອອກມາຊີ້ແຈງໃຫ້ເຫັນວ່າຊີ້ນແຂ້ມີໂຣຕີນ, ທາດອາຫານ ດີກວ່າຊີ້ນໝູ ໂດຍນຳເອົາຂໍ້ມູນການບໍລິໂພກຊີ້ນແຂ້ຈາກຊາວຈີນວ່າ ມີສັບພະຄຸນທາງຢາ ໂດຍສະເພາະຜູ້ເປັນຫອບຫືດ ແລະ ຫລາຍພະຍາດ ແຕ່ເຖິງຢ່າງໃດກໍຕາມ ຄວນບໍລິໂພກໃຫ້ພໍດີ, ບໍ່ຄວນກິນສຸກໆດີບໆ ເພື່ອບໍ່ໃຫ້ມີຜົນກະທົບພາຍຫລັງ.
ທີ່ມາ: thansettakij