ປຶກສາຫາລືຜ່ານຮ່າງດໍາລັດວ່າດ້ວຍການສ້າງແຜນງົບປະມານແຫ່ງລັດ

ວັນທີ 21 ມັງກອນ 2022 ທີ່ກະຊວງການເງິນ, ໄດ້ຈັດກອງປະຊຸມປຶກສາຫາລືຜ່ານຮ່າງດໍາລັດວ່າດ້ວຍການສ້າງແຜນງົບປະມານແຫ່ງລັດ, ໂດຍການເປັນປະທານຂອງທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ ກະຊວງການເງິນ, ມີທ່ານ ນາງ ພິລານີ ພິດສະໄໝ ຮອງຫົວໜ້າກົມນະໂຍບາຍການເງິນ ກະຊວງການເງິນ, ມີ ຄະນະພະແນກ, ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.

ທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ ມີຄຳເຫັນວ່າ:

ການຈັດກອງປະຊຸມໃນຄັ້ງນີ້ເພື່ອປຶກສາຫາລືຜ່ານຮ່າງດໍາລັດວ່າດ້ວຍການສ້າງແຜນງົບປະມານແຫ່ງລັດ, ຊຶ່ງການຮ່າງດໍາລັດວ່າດ້ວຍການສ້າງແຜນງົບປະມານແຫ່ງລັດ ເພື່ອກໍານົດຫຼັກການຂັ້ນຕອນ ແລະ ວິທີການກ່ຽວກັບການສ້າງແຜນງົບປະມານແຫ່ງລັດໃນແຕ່ລະປີໃຫ້ເປັນລະບົບ, ຖືກຕ້ອງ, ຄົບຖ້ວນ, ທັນເວລາ ແລະ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ ແນໃສ່ຮັບປະກັນສ້າງພື້ນຖານການເງິນແຫ່ງລັດໃຫ້ເຂັ້ມແຂງຍືນຍົງ ແລະ ຮັກສາສະຖຽນລະພຽບທາງດ້ານເສດ ຖະກິດມະຫາພາກປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວິໄສທັດ ແລະ ຍຸດທະສາດພັດທະນາການເງິນແຫ່ງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ພ້ອມດຽວກັນນີ້, ເປັນບ່ອນອີງໃນການສ້າງແຜນງົບປະມານໃນແຕ່ລະປີແຕ່ຖ້າວ່າຫາກປີໃດມີການປັບປຸງປ່ຽນແປງນະໂຍບາຍໃໝ່ກໍ່ພຽງແຕ່ອອກຄໍາແນະນໍາປັບປຸງເພີ່ມເຕີມ ໃຫ້ເໝາະສົມກັບການປ່ຽນແປງຕາມແຕ່ລະໄລຍະເປັນຕົ້ນ:

ມີນະໂຍບາຍໃໝ່ຈາກລັດຖະບານທີ່ໄດ້ຊີ້ນໍາອອກມາໂດຍສະເພາະການຂຶ້ນດັດຊະນີເງິນເດືອນ, ນະໂຍ ບາຍຕ່າງໆ ຫຼື ການເພີ່ມ-ຫຼຸດຈໍານວນລັດຖະກອນ ແລະ ຕົວເລກມະຫາພາກຕ່າງໆທີ່ມີການປັບປ່ຽນໃນແຕ່ລະໄລຍະແມ່ນຈະໄດ້ອອກເປັນຄໍາແນະນໍາເປັນອັນສະເພາະໃນແຕ່ລະປີ, ສ່ວນປີໃດບໍ່ມີການປ່ຽນແປງກໍ່ໃຫ້ຖືເອົາຮ່າງ ດໍາລັດສະບັບດັ່ງກ່າວເປັນພື້ນຖານໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ, ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍ ແລະ ເປັນບ່ອນອີງໃນການສ້າງແຜນງົບປະມານທີ່ຕົນຮັບຜິດຊອບແລ້ວສົ່ງໃຫ້ກະຊວງການເງິນກໍ່ຄືກົມງົບປະມານແຫ່ງລັດໃນຕໍ່ໄປ.

ພ້ອມກັນນັ້ນໃນກອງປະຊຸມໄດ້ສຸມໃສ່ປຶກສາຫາລືປະກອບຄໍາຄິດເຫັນໃສ່ທາງດ້ານເນື້ອໃນແຕ່ລະມາດຕາໃຫ້ລະອຽດເບິ່ງໃຫ້ເຫັນໄດ້ເຖິງອົງປະກອບຕ່າງໆຂັ້ນຕອນການຈັດຕັ້ງປະຕິບັດ, ການສ້າງແຜນງົບປະມານ, ການກໍານົດເວລາ ແລະ ອື່ນໆ…ແລ້ວນໍາໄປປຶກສາຫາລືຮ່ວມກັບຂະແໜງການທີ່ຕິດພັນທີ່ສະໜອງຂໍ້ມູນໃຫ້ໂດຍສະເພາະຕົວເລກມະຫາພາກເຊັ່ນ: ຕົວເລກເງິນເຟີ້, ຕົວເລກອັດຕາແລກປ່ຽນ, ຕົວເລກຈີດີພີ, ຕົວເລກການນໍາເຂົ້າ-ສົ່ງອອກ ຕ່າງໆເພື່ອໃຫ້ເນື້ອໃນຮ່າງດໍາລັດດັ່ງກ່າວໃຫ້ມີຄວາມສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງກັບແຕ່ລະພາກສ່ວນ.